Friday, November 7, 2025
Kbank Laos โอน รับ จ่าย

ກາງປີນີ້! ລາວສົ່ງອອກໄຟຟ້າ 921,96 ລ້ານກິໂລວັດໂມງ ມູນຄ່າ 300 ຕື້ກວ່າກີບ

ເມື່ອບໍ່ດົນມານີ້ທີ່ນະຄອນຫຼວງ ວຽງຈັນ, ລັດວິສາຫະກິດໄຟຟ້າລາວໄດ້ ຈັດກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ 2019 ແລະແຜນສູ້ຊົນ 6 ເດືອນທ້າຍປີ 2019, ໂດຍການ ເປັນປະທານຂອງທ່ານ ຄໍາມະນີ ອິນທິ ລາດ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່, ມີທ່ານ ບຸນອູ້ມ ສີວັນເພັງ ຜູ້ອຳນວຍການໃຫຍ່ລັດວິສາ ຫະກິດໄຟຟ້າລາວ ພ້ອມຄະນະ, ຫົວໜ້າກົມຮອງກົມຄະນະ ຝ່າຍ, ຄະນະສາຂາ, ຄະນະຫ້ອງການ ແລະພະນັກງານວິຊາການເຂົ້າຮ່ວມ.

ທ່ານ ບຸນອູ້ມ ສີວັນເພັງ ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວໄດ້ລາຍງານພາບລວມການຈັດຕັ້ງປະຕິບັດວຽກງານ 6 ເດືອນຜ່ານມາມີບາງຕອນທ່ານໄດ້ກ່າວວ່າ: ປະຈຸບັນໃນທົ່ວປະເທດມີແຫຼ່ງຜະລິດໄຟຟ້າມີ 69 ແຫ່ງ, ມີກຳລັງຕິດຕັ້ງ 7.525,69 ເມກາວັດປະກອບມີ: ມີ 25 ແຫ່ງຂອງ IPP ມີກຳລັງຕິດຕັ້ງທັງໝົດ 6.425,76 ເມກາວັດ,ໃນນັ້ນແມ່ນສະໜອງໃຫ້ໄຟຟ້າຈຳນວນ 1.959,79 ເມກາວັດ ສ່ວນທີ່ເຫຼືອຈຳນວນ 4.466 ເມກາວັດແມ່ນສົ່ງອອກຕ່າງປະເທດໂດຍກົງ, ມີ 23 ແຫ່ງ ເປັນຂອງ SPP ມີກຳລັງຕິດຕັ້ງ 179,40 ເມກາວັດ, ສະໜອງໄຟຟ້າໃຫ້ໄຟຟ້າລາວ, 16 ແຫ່ງ ເປັນຂອງບໍລິສັດຜະລິດໄຟຟ້າລາວມະຫາຊົນມີກຳລັງຕິດຕັ້ງ 731 ເມກາວັດ, ສະໜອງໃຫ້ໄຟຟ້າລາວ ແລະ 5 ແຫ່ງເປັນຂອງໄຟຟ້າລາວມີກຳລັງຕິດຕັ້ງ 189,50 ເມກາວັດ.

ມີສະຖານີໄຟຟ້າແຮງສູງ 62 ແຫ່ງ, ມີລະບົບສາຍສົ່ງໄຟຟ້າແຮງສູງ 9 ພັນກວ່າກິໂລແມັດ, ແຮງກາງ 32 ພັນກວ່າກິໂລແມັດ, ແຮງຕໍ່າ 0,4 ກິໂລໂວນ ລວງຍາວທັງໝົດ 19 ພັນກວ່າກິໂລແມັດ, ໝໍ້ນັບໄຟລະບົບຈຳໜ່າຍ 30.574 ໜ່ວຍມີກໍາລັງຕິດຕັ້ງ 4.985,05 ເມກາໂວນອໍາເປ, ໝໍ້ນັບໄຟທີ່ຢູ່ໃນການຄຸ້ມຄອງຂອງໄຟ ຟ້າລາວທັງໝົດ 1.451.478 ໜ່ວຍ.

ສະເພາະພາຍໃນ 6 ເດືອນຕົ້ນປີ 2019 ສາມາດຈໍາໜ່າຍພະລັງງານໄຟຟ້າພາຍໃນປະເທດໄດ້ 2.962,69 ກິໂລວັດໂມງ, ລວມເປັນເງິນ2.158,42 ຕື້ກີບ, ທຽບໃສ່ແຜນການໄດ້ກວ່າ 94% ສົ່ງພະລັງງານໄຟຟ້າຂາຍໃຫ້ຕ່າງປະເທດໄດ້ 921,96 ລ້ານກວ່າກິໂລວັດໂມງເປັນເງິນ300 ຕື້ກວ່າກີບ ທຽບໃສ່ແຜນການສາມາດປະຕິ ບັດໄດ້ກວ່າ 98% ແລະຂາຍໃຫ້ລູກຄ້າລາຍໃຫຍ່ (ບໍ່ຄໍາເຊໂປນ, ໂຮງງານຊີມັງທ່າແຂກ, ບໍ່ເຕັນແດນງາມ ແລະດອກງີ້ວຄຳ) 194,55 ກິໂລວັດໂມງລວມເປັນເງິນ 141,18 ຕື້ກີບ ທຽບໃສ່ແຜນການສາມາດປະຕິບັດໄດ້ກວ່າ 103,53 %.

ໃນຕອນທ້າຍກອງປະຊຸມໄດ້ມີປະດັບຫຼຽນໄຊແຮງງານຊັ້ນ II ຈຳນວນ 8 ທ່ານ, ຫຼຽນໄຊແຮງງານຊັ້ນ III ຈຳນວນ 7 ທ່ານ, ຫຼຽນການແຮງງານ 8 ທ່ານຂອງໂຄງການສາຍສົ່ງ 230 ກວ ຫີນເຫີບ-ນໍ້າງື່ມ1-ນາບົງອີກດ້ວຍ.

ແຫຼ່ງຂໍ້ມູນ: ໄຟຟ້າລາວ ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.