Monday, November 10, 2025
Kbank Laos โอน รับ จ่าย

ສໍາເລັດແລ້ວ! ການເຊື່ອມຈອດຂົວຂ້າມແມ່ນໍ້າຂອງ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ທີ່ແຂວງຫລວງພະບາງ

ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ສຳເລັດການເຊື່ອມຈອດຂົວຂ້າມແມ່ນໍ້າຂອງ ຢູ່ແຂວງຫລວງພະບາງ ຂອງກຸ່ມບໍລິສັດວິສາວະກຳທາງລົດໄຟ ເລກ 8 ສປ ຈີນ ຈຳກັດ ສຳເລັດກ່ອນແຜນການທີ່ກຳນົດໄວ້ 7 ເດືອນ, ພາຍຫລັງດຳເນີນການກໍ່ສ້າງ ມາແຕ່ວັນທີ 29 ມິຖຸນາ 2017 ແລະ ໄດ້ມີພິທີຊົມເຊີຍຜົນສຳເລັດ ຂຶ້ນໃນວັນທີ 28 ກໍລະກົດ 2019 ນີ້ ໂດຍມີທ່ານ ບົວທອງ ແພງສະຫວັນ ຮອງເລຂາພັກແຂວງຫລວງພະບາງ, ປະທານກວດກາພັກ-ລັດແຂວງ, ຫົວໜ້າຄະນະຊີ້ນຳຂັ້ນແຂວງ, ທ່ານ ZHI GONG LI ຫົວໜ້າກົງສູນໃຫຍ່ ປະຈຳແຂວງຫລວງພະບາງ, ທ່ານ ແທ່ນຄຳ ທອງບົນ ຫົວໜ້າຄະນະຄຸ້ມຄອງໂຄງການທາງລົດໄຟລາວ-ຈີນ ເຂົ້າຮ່ວມ.

ທ່ານ FA BAO XIA ຜູ້ຊ່ວຍອຳນວຍການ ກຸ່ມບໍລິສັດວິສາວະກຳ ທາງລົດໄຟ ເລກ 8 ສປ ຈີນ ຈຳກັດ ໄດ້ໃຫ້ຮູ້ວ່າ: ຂົວຂ້າມແມ່ນໍ້າຂອງ ແຂວງຫລວງພະບາງ ຕັ້ງຢູ່ເມືອງມໍລະດົກໂລກ ນະຄອນຫລວງພະບາງ, ມີຄວາມຍາວ 1.458 ແມັດ, ທັງໝົດມີ 34 ວ່າງເສົາ, ມີເສົາຂົວຫລັກ 5 ເສົາ ຕັ້ງຢູ່ໃຈກາງແມ່ນໍ້າຂອງ.

ຈຸດຂ້າມນໍ້າຂອງ ແມ່ນ 60+4×104+60 ແມັດ, ນໍາໃຊ້ຂາງຂົວແບບຫລໍ່ກັບທີ່, ເຊິ່ງເປັນຈຸດໜຶ່ງທີ່ມີຄວາມຫຍຸ້ງຍາກໃນການກໍ່ສ້າງ ແລະ ນໍາໃຊ້ເຕັກນິກການກໍ່ສ້າງທີ່ຂ້ອນຂ້າງຍາກ. ການບັນລຸການເຊື່ອມຈອດກັນຂອງຂົວແຫ່ງນີ້ ກໍໝາຍເຖິງການຍາດແຍ່ງເອົາໄຊຊະນະ ຂອງບາດລ້ຽວບາດຕໍ່ຂອງວຽກງານກໍ່ສ້າງພື້ນຖານທາງລົດໄຟ ລາວ-ຈີນ ໃນປີ 2019 ກໍຄືການກໍ່ສ້າງເສັ້ນທາງ “ໜຶ່ງແລວໜຶ່ງເສັ້ນທາງ”.

ການກໍ່ສ້າງທາງລົດໄຟລາວ-ຈີນ ເປັນໜຶ່ງຂອງຄວາມມຸ້ງໝັ້ນຕັ້ງໃຈຂອງລັດຖະບານ ເຂົ້າໃນການເຊື່ອມຈອດຍຸດທະສາດຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລໃຫ້ກາຍເປັນປະເທດເຊື່ອມຈອດເຊື່ອມໂຍງ ກັບພາກພື້ນ ແລະ ສາກົນ ຂອງ ສ ປປ ລາວ ກັບຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງ ສປ ຈີນ, ທິດເໜືອ ເລີ່ມຈາກດ່ານບໍ່ເຕັນ ມາສຸດທີ່ ນະຄອນຫລວງວຽງຈັນ, ມີຄວາມຍາວທັງໝົດ 414 ກິໂລແມັດ, ສຳລັບ ທາງລົດໄຟ ໄດ້ນໍາໃຊ້ມາດຕະຖານ ສປ ຈີນ ແລະ ມາດຕະຖານສາກົນ ໃນການກໍ່ສ້າງ, ອອກແບບຄວາມໄວ ສາມາດແລ່ນລົດໄດ້ 160 ກິໂລແມັດຕໍ່ຊົ່ວໂມງ, ລົດໄຟຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ ແມ່ນໃຊ້ລະບົບຂັບເຄື່ອນໄຟຟ້າ.

ແຫຼ່ງຂໍ້ມູນ: ວິລາວັນ ຫລອດສຸວັນ, ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.