
ທີ່ຫໍສະໝຸດນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບປື້ມຈາກຫ້ອງສະໝຸດສ.ເກົາຫຼີ ໃຫ້ແກ່ຫໍສະໝຸດນະຄອນຫຼວງວຽງຈັນເພື່ອບໍລິການແກ່ປວງຊົນ ເປັນກຽດມອບ ໂດຍ ທ່ານ ນາງ ອິນສຸກຈອນ ຫົວໜ້າຫ້ອງສະໝຸດ ສ.ກົາຫຼີ ແລະ ຮັບໂດຍ ທ່ານ ແກ້ວວິໄລສັກ ແສນສັກດາ ຫົວໜ້າຫໍສະໝຸດນະຄອນຫຼວງວຽງຈັນ ມີ ທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນ ຕີທັງເປັນປະທານສະມາຄົມມິດຕະພາບລາວ-ເກົາຫຼີ ທ່ານ ຊິນຊຸງຊຸນ ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳລາວ ທ່ານ ພອນຈັນ ແພງພູວັນ ຮອງຫົວໜ້າພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.

ທ່ານ ຊິນຊຸງຊຸນ ໄດ້ກ່າວວ່າ: ເພື່ອເປັນການສົ່ງການອ່ານ ແລະ ອຳນວຍສະດວກໃຫ້ກັບນັກຮຽນຮູ້ທີ່ສົນໃຈຮຽນພາສາເກົາຫຼີ ລວມທັງມວນຊົນຕ່າງໆ ທັງເປັນການເພີ່ມທະວີສາຍພົວພັນມິດ ຕະພາບລະຫວ່າງ ສ.ເກົາຫຼີ -ລາວ ໃຫ້ນັບມື້ສູງຂຶ້ນ ດັ່ງນັ້ນ ທາງຫ້ອງສະໝຸດ ສ.ເກົາຫຼີ ຈຶ່ງໄດ້ນຳເອົາປື້ນອ່ານທີ່ເປັນພາສາເກົາຫຼີ ຈຳນວນ 14.000 ຫົວ ມູນຄ່າ 700 ລ້ານກີບ ຕູ້ໃສ່ປື້ມໃຫຍ່ 30 ໜ່ວຍ ມູນຄ່າ 27 ລ້ານກີບ ຕູ້ໃສ່ປື້ມນ້ອຍ 50 ໜ່ວຍ ມູນຄ່າ 27 ລ້ານກີບ ໂຕະ 1 ໜ່ວຍ ຄອມພິວເຕີ 1 ຊຸດ ລວມມູນຄ່າທັງໝົດ 735 ລ້ານກວ່າກີບ ມາມອບໃຫ້ແກ່ ຫໍສະໝຸດນະຄອນຫຼວງວຽງ ເພື່ອໃຫ້ບໍລການແກ່ປວງຊົນລາວ.

ທ່ານ ພອນຈັນ ແພງພູວັນ ໄດ້ກ່າວວ່າ: ປະເທດລາວກຳລັງຢູ່ໃນໄລຍະສ້າງສາພັດທະນາ ດັ່ງຈຶ່ງຕ້ອງການບຸຄະລາກອນມີທີ່ຄຸນະພາບເປັນສິ່ງສຳຄັນ ດັ່ງນັ້ນການອ່ານແມ່ນໜຶ່ງໃນສິ່ງທີ່ຊ່ວຍສ້າງບຸຄະລາກອນພັດທະນາຄວາມຮູ້ຄວາມສາມາດ ພ້ອມນັ້ນ ການມອບປື້ມໃນຄັ້ງນີ້ຍັງການແລກປ່ຽນວັດທະນະະຫວ່າງ ລາວ -ເກົາຫຼີໃຫ້ໄດ້ຮຽນຮູ້ເຊິ່ງກັນ ແລະ ກັນໃຫ້ຫຼາຍຂຶ້ນແລະຢືນວ່າຈະນຳໃຊ້ປື້ມ ແລະ ອຸປະກອນໃຫ້ເກີດປະໂຫຍດສູງສຸດ.

ສຳລັບຜູ້ທີ່ຕ້ອງການອ່ານປື້ມພາສາເກົາຫຼີ ຫຼື ປື້ມ ອື່ນກໍ່ສາມາດເຂົ້າມາໃຊ້ບໍລິການທີ່ຫໍສະໝຸດນະຄອນຫຼວງວຽງຈັເປີດວັນຈັນ ຫາ ວັນເສົາ.
ແຫຼ່ງຂໍ້ມູນ: ເພັດສະໝອນ, ໜັງສືພິມວຽງຈັນໃໝ່