Thursday, January 23, 2025

ປະຫວັດພຣະເຈົ້າອິນແປງ ຕິດພັນປະຫວັດສາດທະວິທີການທະຫານຂອງສົມເດັດພຣະເຈົ້າໄຊຍະເສດຖາທິຣາຊ

ປະຫວັດພຣະເຈົ້າອິນແປງ ຕິດພັນກັບປະຫວັດສາດສິນລະປະຍຸດທະວິທີການທະຫານຂອງສົມເດັດພຣະເຈົ້າໄຊຍະເສດຖາທິຣາຊ ທີ່ວ່າ “ສັດຕູແຂງເຮົາຫຼົບຫຼີກ ສັດຕູພັກເຮົາລົບກວນ ສັດຕູອ່ອນເຮົາບຸກຕີ ແລະ ສັດຕູແຕກເຮົາດັບສູນ” 

ພຣະເຈົ້າໄຊຍະເສດ໗າທິຣາຊ ເຫັນວ່ານະຄອນຊຽງທອງຫຼວງພະບາງ ແມ່ນມີຄວາມສ່ຽງຈາກການຮຸກຮານສັກດີນາຕ່າງດ້າວ, ພຣະອົງໄດ້ຍ້າຍມາສ້າງນະຄອນວຽງຈັນສີສັດຕະນາຄະຫຸດອຸດຕະມະຣາຊະທານີ ເປັນນະຄອນຫຼວງແຫ່ງໃໝ່:

1. ມີທີ່ຕັ້ງເໝາະສົມ ໃຈກາງຂອງປະເທດ ແລະ ມີທົ່ງພຽງດຳເນີນການຜະລິດປູກຝັງລ້ຽງສັດ,
2. ສະສົມສະບຽງອາຫານ ແລະ ເຕົ້າໂຮມຈຳນວນພົນທະຫານຫຼວງໄດ້ເຖີງ 250,000 ຄົນ ແລະ ກຳລັງທ້ອງຖີ່ນໄດ້ເຖີງ 200,000 ຄົນ,
3. ໄດ້ສູ່ຂໍເອົາອົງຍິງຈາກກຸງສີອະຍຸດທະຍາມາເປັນພຣະອັກຄະມະເຫສີ ແລະ ໄດ້ມີສັນຍາແບ່ງປັນເຂດແດນ ເອົາພຣະທາດສີສອງຮັກເປັນຫຼັກເຂດ,
4. ໄດ້ອະຣາທະນານິມົນພຣະສົງຈາກອານາຈັກຂະເມນ ມາໃຫ້ການສຶກສາ ແລະ ພັດທະນາພຸດທະສາສະນາດ້ານພຣະສູຕ ແລະ ທຳມະວິໄນ, ໂດຍເປັນກຽດນຳພາໂດຍພຣະຣາຊີນີແຫ່ງພຣະມະຫາກະສັດຂອມ ແລະ ໄດ້ສ້າງຮູບປັ້ນຫີນກະສັດຕຣີສອງອານາຈັກໄວ້ເປັນທີ່ລະລຶກຢູ່ວັດອິນແປງ ນະຄອນຫຼວງວຽງຈັນເຖີງເທົ່າທຸກວັນນີ້;

ພາຍຫຼັງກະສັດບູເລັງນອງແຫ່ງ ອານາຈັກພະມ້າ ໄດ້ຍຶດຄອງອານາຈັກສະຫຍາມສຳເລັດຜົນ, ໄດ້ສືບຕໍ່ເຂົ້າມາຮຸກຮານອານາຈັກລາວລ້ານຊ້າງໃນປີ ຄສ 1524 ໂດຍການລະດົມຈຳນວນພົນເຖີງ 650,000 ຄົນ ແລະ ປືນໃຫຍ່;

ພຣະເຈົ້າໄຊຍະເສດຖາທີຣາຊ ໄດ້ມີການກຽມພ້ອມສູ້ຮົບໄວ້ລ່ວງໜ້າແລ້ວ:

1. ສາມາດກຳໄດ້ລາຍຊື່ ຄຸນລັກສະນະ ປະຫວັດບັນດານາຍທະຫານຄົນສຳຄັນຂອງ ມະຫາກະສັດບູເລັງນອງ ຜູ່ຊະນະສິບທິດ ໄດ້ຢ່າງລະອຽດຄົບຖ້ວນຊັດເຈນ (ຈາກນັກສືບສອດແນມ).

2. ນຳໄຊ້ວິທີ “ຕີແບບກອງຫຼອນ ບໍຕີແບບປະເຊີນໜ້າ”, ມອບໝາຍໃຫ້ພຣະຍາແສນສຸລິນ ຈັດວາງກຳລັງບຸກໂຈມຕີກອງກຳລັງສະບຽງທະຫານພະມ້າ ໂດຍຄັດເອົານາຍທະຫານທີ່ມີຄວາມເກັ່ງກ້າມີພອນສະຫວັນໃນແຕ່ລະດ້ານແຕ່ລະຈັງຫວະ.

3. ທະຫານພະມ້າໄດ້ນຳກຳລັງກອງໜ້າ 200,000 ຄົນລົງມາຕາມລຳແມ່ນໍ້າຊີ.

4. ມີຄຳສັ່ງໃຫ້ທະຫານລາວເຮົາຖອຍຈາກຕົວເມຶອງເຂົ້າປ່າ ປ່ອຍໃຫ້ກາຍເປັນຕົວເມືອງຮ້າງ ອັນໄດເປັນສະບຽງເປັນຍຸດທະປັດໄຈເອົາໄປບໍໄດ້ ມີຄຳສັ່ງໃຫ້ຈູດຖີ້ມໝົດບໍໃຫ້ສັດຕູນຳໄຊ້ໄດ້ເດັດຂາດ ແລະ ພະຍາຍາມແກ່ຍາວການສູ້ຮົບອອກໄປໃຫ້ເຖີງລະດູຝົນ ອັນເປັນລະດູທີ່ເໝາະສົມກັບການສູ້ຮົບບຸກໂຈມຕີຈາກຝ່າຍເຮົາ.

5. ເມື່ອທະຫານພະມ້າຍົກກຳລັງພົນເຕັມກຳລັງເຖີງຊານເມືອງນະຄອນຫຼວງວຽງຈັນ ຈັ້ງທ່າຢູ່ຟາກນໍ້າຂອງເບື້ອງນັ້ນເຫັນເປັນເມືອງຮ້າງ, ແຕ່ພັດຖືກລ້ອມບຸກໂຈມຕີແບບຕີໝູໃນເລົ້າ ຖອນອອກກະບໍໄດ້, ພວກເຮົາໄດ້ໄຊ້ກອງກຳລັງ 200,000 ບຸກໂຈມຕີແບບກອງຫຼອນ ຕີເຂົ້າຮອບດ້ານ ເຮັດໃຫ້ຫະຫານມະມ້າເສຍຂວັນກຳລັງໃຈ.

6. ກອງບັນຊາການພຣະເຈົ້າໄຊຍະເສດຖາທິຣາຊ ແມ່ນຕັ້ງຢູ່ເຂດສຳນັກພຣະຣາຊະວັງ ປ່າສັກຫຼວງແຄມຂອງ, ໄດ້ດຳເນີນສົງຄາມຈິດຕະສາດ ເຮັດຄືບໍຮູ້ຮ້ອນຮູ້ໜາວ, ນັກສືບພະມ້າເຫັນວ່າພວກເຮົາໄດ້ດຳເນີນພິທີຫຼໍ່ພຣະພຸດທະຮູບ “ວັດປ່າສັກຫຼວງໃນອະດີດ ຫຼື ວັດອິນແປງໃນປັດຈຸບັນ” ເປັນເວລາສາມມື້ສາມຄືນແລ້ວ ທອງຫຼອມຍັງບໍ່ເປື່ອຍ ຈົນວ່າໄດ້ມີພຣະອິນແປງຮ່າງເປັນພາມລົງມາຫຼໍ່ຈື່ງສຳເລັດ ແລະ ຕື່ນເຊົ້າມື້ຕໍ່ມາແມ່ນກຳນົດວ່າຈະມີພິທີສະເຫຼີມສະຫຼອງຢ່າງຍີ່ງໄຫຍ່ ແລະ ຮ້ອງພຣະພຸດທະຮູບອົງນີ້ວ່າ “ພຣະເຈົ້າອິນແປງ”.

7. ໃນຄໍ່າຄືນວັນນັ້ນ ພຣະມະເຫສີແຫ່ງພຣະເຈົ້າໄຊຍະເສດຖາທິຣາຊ ໄດ້ຂານອາສາເປັນຜູ່ດຳເນີນການ “ສົມໂພດສະຫຼອງພຣະເຈົ້າອິນແປງຕາມກຳນົດໝາຍ”, ສ່ວນພຣະອົງໃຫ້ຂ້າມນໍ້າຂອງບຸກຄ້າຍສັດຕູພ້ອມດ້ວຍກຳລັງທະຫານເອກໂດຍບໍໃຫ້ມີສຽງປືນແຕກ ແລະ ເຊື້ອເຊີນກະສັດບູເລັງນອງມາຮ່ວມເຮັດບຸນສູດສົມໂພດນຳພວກເຮົາ.

8. ຄືນກ່ອນກຳນົດໝາຍພິຊິດສົງຄາມແບບໜ້າຕໍ່ໜ້າ, ດ້ວຍກົນລະຍຸດວິທີການສູ້ຮົບ ພຣະອົງໄດ້ສຳເລັດໜ້າທີ່ການຂູ່ຂວັນສັດຕູ “ເອົາປູນຂາວແຕ້ມໄສ່ຄໍນາຍທະຫານຜູ່ນຳສຳຄັນທຸກຄົນຂອງພະມ້າ ແລະ ຂຽນໄສ່ຝາຫ້ອງນອນບູເລັງນອງ ໂດຍມີຂໍ້ຄວາມວ່າ ເຮົາບໍຢາກຂ້າສັດຕັດຊີວິດໄຜໃນຄໍ່າຄືນນີ້ ເຫັນປູນຂາວເຮົາແຕ້ມຕາມຄໍນາຍທະຫານທ່ານບໍ, ສະນັ້ນເຮົາເຊີນທ່ານພັກຮົບພັກສົງຄາມໃນຊ່ວງພິທີມະຫາມຸງຄຸນສົມໂພດພຣະເຈົ້າອິນແປງນຳປວງໄຜ່ຟ້າປະຊາຊົນລາວພວກເຮົາໄດ້ບໍ”.

9. ເມື່ອຕື່ນເຊົ້າມາ ມີເຫດການສົນລະວົນເປັນຢ່າງໃຫຍ່ພາຍໃນຄ້າຍສັດຕູທະຫານພະມ້າ, ເພື່ອເປັນການພິສູດຄວາມເປັນຈິງ ກະສັດບູເລັງນອງໄດ້ຂ້າມນໍ້າຂອງມາພົບປະເຈລະຈາກັບກະສັດລາວຜູ່ອາດຫານເກັ່ງກ້າ.

10. “ໄຜວ່າວຽງຈັນຮ້າງ ເຊົາສະເດີຢ່າຟ້າວວ່າ ມັນສິໂປ້ບາດຫຼ້າ ໝາກແຕງຊ້າງໜ່ວຍປາຍ” ເມື່ອມາເຫັນສະພາບຄວາມເປັນຈີງ ເຫັນໄຜ່ຟ້າປວງປະຊາຫູ້ມຕ້ອມເປັນກຳລັງແຮງປວງຊົນອັນມະຫາສານ ເຫັນຄວາມສະຫງົບຮົ່ມເຢັນ ເຫັນປວງປະຊາຊົນຮ່ວມງານສູດສົມໂພດດ້ວຍພະລັງແຫ່ງສັດທາ ເຫັນວ່າການຮົບຄັ້ງນີ້ປະເມີນຜົນທີ່ຈະສຳເລັດໄດ້ຍາກ ດ້ວຍກຳລັງທະຫານອ່ອນເພຍ ຂາດສະບຽງອາຫານ ຂາດກຳລັງໃຈ, ທັງສອງພຣະມະຫາກະສັດເລີຍຕົກລົງສະຫງົບເສີກ ແລະ ພ້ອມພາກັນເຂົ້າຮ່ວມພິທີສົມໂພດພຣະຕາມການເຊີນ.

11. ປະຫວັດສາດການສູ້ຮົບຄັ້ງນີ້ ເປັນບົດຮຽນຕົວຈິງອັນສູງສົ່ງທີ່ສຸດ, ເຮັດໃຫ້ສາມາດດັບສູນສັດຕູເກືອບຮອດ 450,000 ຄົນ ດ້ວຍຍຸດທະວິທີ “ສັດຕູແຂງເຮົາຫຼົບຫຼີກ ສັດຕູພັກເຮົາລົບກວນ ສັດຕູອ່ອນເຮົາບຸກຕີ ແລະ ສັດຕູແຕກເຮົາດັບສູນ”.

ພຣະພຸດທະຮູບສະໄໝອານາຈັກລາວລ້ານຊ້າງອົງນີ້ “ພຣະເຈົ້າອິນແປງ ທີ່ໄດ້ຖືກອະຣາທະນາອັງເຊີນດ້ວຍຂັນຫ້າມາລາດອກໄມ້ເອົາໄປຈາກວັດອິນແປງ (ວັດປ່າສັກຫຼວງ ໃນເມື່ອກ່ອນ) ນະຄອນຫລວງວຽງຈັນ ແລະ ປະດິດສະຖານຢູ່ທີ່ວັດເສນາສະນາຣາມ ພຣະນະຄອນສີອະຍຸດທະຍາ” ນັບຕັ້ງແຕ່ປາງ ສະໄໝສັກດີນາສະຫຍາມມາຈູດເຜົານະຄອນຫຼວງວຽງຈັນຕອນເຈົ້າອານຸວົງເສຍໄຊ.

ທ່ານຮູ້ບໍປະຫວັດພຣະເຈົ້າອິນແປງ "ຕິດພັນກັບປະຫວັດສາດສິນລະປະຍຸດທະວິທີການທະຫານຂອງສົມເດັດພຣະເຈົ້າໄຊຍະເສດຖາທິຣາຊ ທີ່ວ່າ "…

โพสต์โดย Sourioudong Sundara เมื่อ วันศุกร์ที่ 26 พฤษภาคม 2017

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ