Saturday, July 19, 2025
Kbank Laos โอน รับ จ่าย

ລວມລາຍລະອຽດເບື້ອງຕົ້ນ ເຫດການນ້ຳຖ້ວມ ຢູ່ເມືອງນານ ແຂວງຫຼວງພະບາງ

ສະພາບນໍ້າຖ້ວມກະທັນຫັນ ຢູ່ 9 ບ້ານ ຢູ່ລຽບຕາມແມ່ນໍ້ານານ, ເມືອງນານ ແຂວງຫລວງພະບາງຈາກຝົນຕົກໜັກແຕ່ຄືນວັນທີ 29 ຕໍ່ໃສ່ຮຸ່ງເຊົ້າວັນທີ 30 ກໍລະກົດ 2019 ຍັງຫນ້າເປັນຫ່ວງ ຖ້າວ່າຝົນສືບຕໍ່ຕົກໜັກຕື່ມ ຍ້ອນບ້ານເຮືອນຢູ່ໃກ້ແມ່ນໍ້າ ເຊິ່ງມີລາຍງານຫລ້າສຸດໃນຕອນຄໍ່ານີ້ວ່າ ມີປະຊາຊົນ 500 ກວ່າຄອບຄົວ ໄດ້ຮັບຜົນກະທົບ ໃນ 9 ບ້ານ, ໜັກໜ່ວງກວ່າໝູ່ແມ່ນ 8 ບ້ານ ຄື:

ບ້ານສີບຸນເຮືອງ, ສີມຸງຄຸນ, ໂພນຫີນ, ປ່າໄຜ່, ນາເລົາ, ນາຝາຍ, ນາເຄີນ ແລະບ້ານທາດ.

ຫ້ອງການຖະແຫລງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ເມືອງນານ ແຈ້ງໃຫ້ຮູ້ວ່າວ່າງ ຊົ່ວໂມງຜ່ານມາວ່າ ຍັງບໍ່ມີລາຍງານຕົວເລກການເສຍຊີວິດ, ແຕ່ເຮືອນຊານ, ວັດ , ເນື້ອທີ່ນາ, ສວນ ຖືກນໍ້າຊຸເສຍຫາຍຫລາຍສົມຄວນ ເຊິ່ງອຳນາດການປົກຄອງ ແລະຫລາຍພາກສ່ວນກ່ຽວຂ້ອງ ໄດ້ຊ່ວຍເຫລືອສຸກເສີນຕໍ່ຜູ້ປະສົບໃຫ້ຢູ່ໃນບ່ອນປອດໄພແລ້ວ.

ວັນດຽວກັນນີ້, ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ເຕືອນໃຫ້ປະຊາຊົນກະກຽມຮັບມືກັບສະພາບຝົນຕົກໜັກ ແລະ ລົມພັດແຮງໃນຫລາຍທ້ອງຖິ່ນລະຫວ່າງວັນທີ 31 ກໍລະກົດ ຫາ 4 ສິງຫາ2019 ນີ້, ເພາະຄວາມກົດດັນອາກາດຕໍ່າທີ່ປົກຄຸມຢູ່ບໍລິເວນທະເລຈີນໃຕ້ຈະມີທ່າອ່ຽງເພີ່ມກໍາລັງແຮງຂຶ້ນກາຍເປັນພະຍຸດີເພຣຊັນ ແລະ ຄາດວ່າຈະເຄື່ອນຜ່ານດອນໄຫໜານເຂົ້າສູ່ພາກເໜືອຂອງປະເທດຫວຽດນາມ. 

ວົງລັດສະໝີຂອງພະຍຸຫົວດັ່ງກ່າວ ຈະກວມເອົາພາກເໜືອດ້ານຕາເວັນອອກລົງຫາພາກກາງ ແລະ ພາກໃຕ້ຂອງປະເທດລາວ ເຊິ່ງຈະເຮັດໃຫ້ລົມມໍລະສຸມຕາເວັນຕົກສຽງໃຕ້ ຈະເພີ່ມກໍາລັງແຮງພັດປົກຄຸມ ແລະ ຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ ແລະ ຕົກໜັກພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ຕໍ່ສະພາບອາກາດດັ່ງກ່າວ, ອຳນາດການປົກຄອງ ແລະ ປະຊາຊົນໃນຂອບເຂດທົ່ວປະເທດ ຈົງມີສະຕິລະວັງຕົວ ແລະຕິດຕາມການລາຍງານສະພາບອາກາດ ຈາກກົມອຸຕຸນິຍົມ ແລະອຸທົກກະສາດ ຜ່ານຊ່ອງທາງຕ່າງໆຢ່າງໃກ້ຊິດ.

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.