Monday, May 19, 2025
Kbank Laos โอน รับ จ่าย

ເມືອງນາຊາຍທອງ ຈະຄຸ້ມຄອງລາຄາສິນຄ້າ ຢ່າງເຂັ້ມງວດ

ປັດຈຸບັນ ສິນຄ້າ​ອຸປະໂພກ-ບໍລິໂພກ ໃນ​ສັງຄົມ​ລາຄາ​ສູງ​ຂຶ້ນ​ຫລາຍ ເຊິ່ງ​ສົ່ງ​ຜົນ​ກະທົບ​ຕໍ່​ການ​ດຳ​ລົງ​​ຊີິ​ວິດ​ປະຈຳ​ວັນ​ຂອງ​ຜູ້​ມີ​ລາຍ​ຮັບ​ຕ່ຳ​ພໍ​ສົມ​ຄວນ. 

ແຕ່​ເຖິງ​ຢ່າງໃດ​ກໍ​ຕາມ ພາກສ່ວນ​ກ່ຽວຂ້ອງ ກໍ​ໄດ້​ເອົາໃຈໃສ່​ຄຸ້ມ​ຄອງ​ລາຄາ​ສິນຄ້າ ໃຫ້​ຢູ່​ໃນ​ລະດັບ​ທີ່​ເໝາະ​ສົມ ແລະ ບໍ່​ໃຫ້​ແມ່​ຄ້າ​ຊາວ​ຂາຍ​ສວຍໂອກາດ​ຂຶ້ນ​ລາຄາ​ຕາມໃຈ ໂດຍ​ສະ​ເພາະ​ສິນຄ້າ​ປະເພດ​ເຂົ້າ, ຊີ້ນ, ປາ… ດັ່ງ​ຫ້ອງການ​ອຸດສາຫະກຳ ແລະ ການ​ຄ້າ​ເມືອງ​ນາ​ຊາຍ​ທອງ ນະຄອນຫລວງ​ວຽງ​ຈັນ ກໍ​ໄດ້​ເອົາໃຈໃສ່​ຈັດ​​ຕັ້ງ​ປະຕິ ບັດ​ຕາມ​ລະບຽບ​ທີ່​​ຂັ້ນ​ເທິງ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ ແລະ ລົງ​ຕິດຕາມ​ກວດກາ​ການ​ຄ້າຂາຍ​ໃນ​ຕະຫລາດ​ພາຍ​ໃນ​ເມືອງ​ໃຫ້​ມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ. 

ຕາມ​ການ​ໃຫ້​ສຳພາດ​ຂອງ​ທ່ານ ແສງ​ອຸໄທ ດວງ​ມະນີ​ວົງ ຮອງຫົວໜ້າ​ຫ້ອງການ​ອຸດສາຫະກຳ ແລະ ການ​ຄ້າ​ເມືອງ​ນາ​ຊາຍ​ທອງ​ວ່າ: 

ການ​ຄຸ້ມ​ຄອງ​ລາ​ສິນຄ້າ​ພາຍ​ໃນ​ເມືອງ ໄດ້​ອີງໃສ່​ລະບຽບ​ຂອງ​ກະຊວງ​ອຸດ​ສາ​​ຫະກໍາ ແລະ ການຄ້າ ​ວາງ​ອອກ ພ້ອມ​ທັງ​ຈັດ​ກອງ​ປະຊຸມ​ເຜີຍແຜ່​ໃຫ້​ປະຊາຊົນ, ຫົວໜ່ວຍ​ທຸລະ​ກິດ, ອົງການ​ປົກຄອງ​​ຂັ້ນ​ເມືອງ​ໄດ້​ຮັບ​ຮູ້ ແລະ ຈັດ​​ຕັ້ງ​ປະຕິບັດ​ຢ່າງ​ເຂັ້ມ​ງວດ​ຕິດ​ພັນ​ກັບ​ການ​ລົງ​ຕິດຕາມ​ກວດກາ​ການ​ຊື້​​​ຂາຍ, ການ​ຕິດ​ລາຄາສິນຄ້າ​ເປັນ​ເງິນ​ກີບ ຢູ່​ບັນດາ​ຕະຫລາດ​ຕ່າງໆ​ພາຍໃນ​ເມືອງ ຢ່າງ​ເປັນ​ປົກ​ກະ​ຕິ. 

ນອກຈາກ​ນີ້, ກໍ​ໄດ້​ເອົາໃຈໃສ່​ສະກັດກັ້ນ​ ສິນຄ້າ​ເຖື່ອນ ຫລື ສິນຄ້າ​ລັກ​ລອກ​ນຳ​ເຂົ້າ, ສິນຄ້າ​ຜິດ​ກົດໝາຍ ແລະ ສິນຄ້າ​ໝົດ​ອາຍຸ​ນຳ​ໃຊ້ ເພື່ອ​ທຳລາຍ​ຖິ້ມ​ເປັນ​ຈຳນວນ​ຫລາຍ. ອັນ​ພົ້ນ​ເດັ່ນ​ເມື່ອ​ມໍ່ໆ​ນີ້, ໄດ້​​ຢຶດ​ໝູ​ນ້ອຍ​ແຊ່​ແຂງ​ທີ່​ລັກ​ລອບ​ເຂົ້າ​ມາ​ບໍ່​ຖືກ​ກົດໝາຍ ໄດ້​ຫລາຍ​ກວ່າ 300 ໂຕ, ພ້ອມ​ຈັດ​ພິທີ​ທຳລາຍ​ຖິ້ມ​ເປັນ​ທີ່​ຮຽບຮ້ອຍ.

ທ່ານ​ຮອງ​ຫົວໜ້າ​ຫ້ອງການ​ອຸດສາຫະກຳ ແລະ ການ​ຄ້າ ຍັງ​ໃຫ້​ຮູ້​ຕື່ມ​ວ່າ: 

ສິນຄ້າ​ທີ່​ມີ​ການ​ເໜັງ​ຕີງ​ໃນ​ປັດ​ຈຸບັນ​ນີ້ ແມ່ນ​ປະເພດ​ເຂົ້າ ເຫັນ​ວ່າ​ເລີ່ມ​ມີ​ການ​ເໜັງ​ຕີງ​ຫລາຍ ເຖິງ​ຢ່າງໃດ​ກໍ​ຕາມ​ຫ້ອງການ​ອຸດສາຫະກຳ ແລະ ການ​ຄ້າ​ເມືອງ ກໍ​ໄດ້​ປະສານ​ສົມທົບ​ພາກ​ທຸລະ​ກິດ​ເພື່ອ​ກຳນົດ​ລາຄາ​ໃຫ້​ສົມ​ເຫດ​ສົມ​ຜົນ ໃຫ້​ຢູ່​ຕາມ​ລະບຽບ​ຂອງ​ກະຊວງ​ວາງ​ອອກ.ແນວໃດ​ກໍ​ຕາມ​ໃນຕໍ່ໜ້າ​ນີ້, ກໍ​ຈະ​ໄດ້​ສຸມ​ໃສ່​ປະຕິບັດ​ຕາມ​ລະບຽບ​ຂອງ​​ຂັ້ນ​ເທິງ​ວາງ​ອອກ ໂດຍ​ສະ ເພາະ​ແມ່ນ​ຄຸ້ມ​ຄອງ​ລາຄາ​ສິນຄ້າ​ຊື້​​ຂາຍ​ໄປ​ຕາມ​ກຳນົດ ເພື່ອ​ບໍ່​ໃຫ້​ມີ​ຜົນ​ກະທົບ​ຕໍ່​ການ​ດຳລົງ​ຊີ-ວິດ​ຂອງ​ປະຊາຊົນ ກໍ​ຄື​ສັງຄົມ ຕິດ​ພັນ​ກັບ​ການ​ກວດກາ​ສິນຄ້າ​ເກືອບ​ຫ້າມ, ສິນຄ້າ​ໝົດ​ອາ ຍຸ, ເຊື່ອມ​ຄຸນ​ນະ​ພາບ ເພື່ອ​ບໍ່​ໃຫ້​ມີ​ຜົນ​ກະທົບ​ຕໍ່​ສຸຂະພາບ​ຂອງ​ປະຊາຊົນ, ສືບຕໍ່​ແກ້​ໄຂ​ບັນຫາ​ການ​ຂາຍເຄື່ອງ​ຕາມ​ແຄມ​ທາງ​ທີ່​ບໍ່​ເປັນ​ລະບຽບ ໃຫ້​ເປັນ​ຮູບ​ປະ​ທຳ ແລະ ມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ.

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້