Sunday, November 9, 2025
Kbank Laos โอน รับ จ่าย

ທຳລາຍຕົ້ນກັນຊາຖິ້ມ! ຢູ່ເຂດບ້ານສົມສະອາດ ນະຄອນໄກສອນ ພົມວິຫານ

ເຈົ້າໜ້າທີ່ຕຳຫຼວດກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ລົງທຳລາຍ ຕົ້ນກັນຊາທີ່ເປັນສານເສບຕິດ ຢູ່ຂອບເຂດ ບ້ານສົມສະອາດ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ທີ່ປະຊາຊົນຈໍານວນໜຶ່ງ ທີ່ມີການລັກລອບ ປູກໄວ້ຢູ່ໃນສວນຜັກ ແລະ ສວນຢາງ ເຊິ່ງມີຈຳນວນທັງໝົດ 320 ຕົ້ນ.

ໃນນີ້ມີຕົ້ນຊາດິບ166ຕົ້ນແລະຊາແຫ້ງ154ຕົ້ນ ເຊິ່ງໃນການລົງທຳລາຍຄັ້ງນີ້ມີ ທ່ານ ພັທ ບຸນຍູ້ ສາຍຄຳສຸລິຍະວົງສາ ຮອງຫົວໜ້າຫ້ອງຕຳຫລວດ ປກສ ແຂວງພ້ອມດ້ວຍຄະນະ, ມີພະນັກງານວິຊາສະເພາະ, ກອງພັນເຄື່ອນ ທີ່ ປກສ ແຂວງ , ປກສ ນະຄອນໄກສອນພົມວິຫານ, ອົງການໄອຍະການ ເຂດໜື່ງ , ອຳນາດການປົກຄອງບ້ານ,ປກຊ-ປກສ ບ້ານສົມສະອາດ ເຂົ້າຮ່ວມທຳລາຍ.

ເຊິ່ງການຊາທີ່ໄດ້ລົງໄປທໍາລາຍໃນຄັ້ງນີ້ ແມ່ນທາງເຈົ້າໜ້າທີ່ຕຳຫຼວດປກສແຂວງສະຫວັນນະເຂດພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງແມ່ນໄດ້ນຳພາກັນກວດຄົ້ນສ່ວນດັ່ງກ່າວ ແລະຕັດຕົ້ນກັນຊາດິບແລະຊາແຫ້ງຈໍານວນ 320 ຕົ້ນທີ່ເປັນສານເສບຕິດແລະຜິດລະບຽບກົດໝາຍບ້ານເມືອງ ແລະທັງເປັນການສະກັດກັ້ນບໍ່ໃຫ້ມີການລັກລອບຄ້າຂາຍສິ່ງເສບຕິດແລະການປູກກັນຊາຂອງພໍ່ແມ່ປະຊາຊົນ,ພໍ່ຄ້າຊາວຂາຍໃຫ້ຫຼຸດໜ້ອຍຖອຍລົງ.

ສະນັ້ນຈີ່ງຮຽກຮ້ອງມາຍັງທຸກພາກສ່ວນ ຈົ່ງພ້ອມກັນຢຸດເຊົາໃນການປູກຕົ້ນກັນຊາ,ການຄ້າຂາຍຢາເສບຕິດ ແລະ ສີ່ງຜິດກົດໝາຍ ແລະເພື່ອລີກລ້ຽງບັນຫາທີ່ພາໃຫ້ເກີດ ປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນຢູ່ໃນສັງຄົມ ຂີ່ລັກ, ງັດແງະ, ຂ້າເຈົ້າເອົາຂອງ ແລະອື່ນໆ.

ແຫຼ່ງຂໍ້ມູນ: Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.