Wednesday, June 17, 2026
Kbank Laos โอน รับ จ่าย
-->

ໄຂກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 52 (AMM)

ທ່ານ ດອນ ປຣາມັດວິໄນ Don Pramudwinai ລັດຖະມົນຕີວ່າການກະຊວງການຕ່າງປະເທດໄທ ເປັນປະທານກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ (AMM) ຄັ້ງທີ 52, ເຊິ່ງເປັນສ່ວນໜຶ່ງ ຂອງກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ AMM / Post ທີ 52 (PMCs) ທີ່ຈັດຂຶ້ນໃນລະຫວ່າງວັນທີ 27 ກໍລະກົດ – 3 ສິງຫາ 2019 ທີ່ບາງກອກ. 

ກອງປະຊຸມໄດ້ສະໜັບສະໜູນການກໍ່ສ້າງປະຊາຄົມອາຊຽນ ໂດຍອີງໃສ່ຫົວຂໍ້ “ຄວາມກ້າວໜ້າຂອງການຮ່ວມ ມືເພື່ອຄວາມຍືນຍົງ” ຕາມການສະເໜີຂອງປະເທດໄທ ໃນລະຫວ່າງການເປັນປະທານອາຊຽນ. ບັນດາລັດຖະ ມົນຕີ ໄດ້ຍົກໃຫ້ເຫັນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດຂໍ້ລິເລີ່ມຕ່າງໆທີ່ໄດ້ຕົກລົງກັນໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 34, ໂດຍສະເພາະ ການຊ່ວຍເຫລືອດ້ານມະນຸດສະທຳຂອງອາຊຽນໃນລັດ Rakhine ແລະ ການຄາດຄະເນຂອງອາຊຽນ ກ່ຽວກັບອິນໂດ – ປາຊີຟິກ.

ໃນກອງປະຊຸມຍັງໄດ້ແລກປ່ຽນ ຄຳຄິດຄຳເຫັນກ່ຽວກັບການພັດທະນາໃນພາກພື້ນເຊັ່ນ: ສະຖານະການໃນທະເລຈີນໃຕ້.

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

🌧️ ຊັກເຄື່ອງຍາມຝົນແນວໃດໃຫ້ຫອມ? (ບໍ່ມີກິ່ນອັບ 100%)

ເຄີຍເປັນບໍ່ ເມື່ອຮອດຍາມຝົນແລ້ວ… ບັນຫາ "ເຄື່ອງມີກິ່ນອັບ" ກາຍເປັນຝັນຮ້າຍຂອງທຸກເຮືອນ! 👕ເພາະແດດບໍ່ມີ ແຖມຄວາມຊຸ່ມໃນອາກາດຍັງສູງ. ແຕ່ຢ່າຟ້າວຖອດໃຈ, ຖ້າຢາກໃຫ້ເຄື່ອງຫອມສົດຊື່ນຄືຕາກແດດຈັດ, ລອງເອົາ 3 ເທັກນິກນີ້ໄປໃຊ້ເບິ່ງເດີ້:

🌟 12 ປີມີເທື່ອດຽວ! ເປີດດວງ 12 ລາສີ ເດືອນພຶດສະພາ 2026

ຖືເປັນຈັງຫວະທອງຂອງຊີວິດ! ເປີດຄຳທຳນາຍດວງຊະຕາ ເດືອນພຶດສະພາ 2026 ດາວພະຫັດ ກາຍເປັນ "ມະຫາອຸດ" ໃນຮອບ 12 ປີ. ເດືອນນີ້ຖືວ່າເປັນ “ມຸງຄຸນຊ້ອນມຸງຄຸນ” ສົ່ງຜົນຕໍ່ທັງ 12 ລາສີ. ໃຜຈະເຮັງ ໃຜຈະປັງ ຫຼື ໃຜຕ້ອງລະວັງ? ມາເບິ່ງນຳກັນເລີຍ! ກຽມຮັບພະລັງມຸງຄຸນຄັ້ງໃຫຍ່ທີ່ສຸດໃນຮອບ 12 ປີ 🚀

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ  ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ພິທີເປີດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊີ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ