ຂໍຂອບໃຈນຳຜູ້ສະໜັບສະໜູນ
ພາບປະກອບ

ຫົວຫນ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງໄຊທານີ້ນະຄອນຫລວງວຽງຈັນ, ທັງເປັນຮອງຄະນະຈັດສັນຄວາມບໍ່ເປັນ ລະບຽບຮຽບຮ້ອຍຂັ້ນເມືອງໄດ້ ໃຫ້ສໍາພາດຕໍ່ສື່ມວນຊົນໃນໂອກາດລົງກວດກາ ແລະ ຊຸກຍູ້ການປະຕິບັດວຽກງານຈັດສັນຄວາມ ບໍ່ເປັນລະບຽບຮ້ອຍຕາມເສັ້ນທາງສາຍຫລັກພາຍໃນເມືອງຂອງຕົນວ່າ:

ການຈັດຕັ້ງປະຕິບັດວຽກງານດັ່ງກ່າວແມ່ນເຮັດໄດ້ຊ້າ ແລະ ພົບຄວາມຫຍຸ້ງຍາກຫລາຍດ້ານ, ເນື່ອງຈາກປະຊາຊົນຜູ້ເປັນເຈົ້າຂອງເຮືອນ, ຕຶກອາຄານ ຫລື ເຈົ້າຂອງວັດຖຸຕ່າງໆທີ່ຕິດຕັ້ງ ຕາມແຄມທາງບໍ່ເປັນລະບຽບນັ້ນບໍ່ໃຫ້ການຮ່ວມມືໃນການແກ້ໄຂບັນຫາ, ເຊິ່ງສະແດງອອກຄື:

ພາບປະກອບ

ນັບແຕ່ຄະນະຈັດສັນຄວາມເປັນລະບຽບໄດ້ລົງກວດກາຕາມເສັ້ນທາງສາຍສໍາຄັນຄື: ດົງໂດກ-ຕານມີໄຊ, ຖະ ຫນົນໄກສອນພົມວິຫານ, ຖະຫນົນເລກ 13 ໃຕ້ ແລະ ່ຖະຫນົນເລກ 10 ນັບແຕ່ຕົ້ນປີຜ່ານມາເຫັນວ່າໄດ້ເຮັດບົດບັນທຶກແກ້ໄຂຄວາມບໍ່ເປັນລະບຽບຂອງຕຶກອາຄານ, ເທີບ-ເງີບ, ຕູບ,ຮົ້ວ-ກໍາແພງ, ໂຕະວາງຂາຍສິນຄ້າ ແລະ ປ້າຍໂຄສະນາຕ່າງໆພຽງ 156 ເປົ້າຫມາຍໃນ 368 ກໍລະນີ, ມາຮອດປັດຈຸບັນສາມາດ ແກ້ໄຂໄດ້ພຽງແຕ່ 39 ກໍລະນີ, ໂດຍສາເຫດຕົ້ນຕໍທີ່ພາໃຫ້ການແກ້ໄຂໄດ້ຫນ້ອຍ ແລະ ລ້າຊ້ານັ້ນຕົ້ນຕໍ ແມ່ນມາຈາກເຊັ່ນ:

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ປະຊາຊົນສ່ວນຫລາຍຍັງບໍ່ເຂົ້າໃຈແຈ້ງຕໍ່ຄວາມສໍາຄັນຂອງຄວາມເປັນລະບຽບຈົບງາມຂອງຕົວເມືອງ, ບາງຈຸດເມື່ອເວລາ ເຈົ້າຫນ້າທີ່ລົງໄປກວດກາກໍໄດ້ຫຍັບສິ່ງກີດຂວາງ ຫລື ໂຕະວາງສິນຄ້າຕາມທາງຍ່າງເຂົ້າໄປໃນຮ້ານ ແລະ ເມື່ອເຈົ້າຫນ້າທີ່ໄປແລ້ວ ກໍເອົາອອກມາວາງຄືເກົ່າ ແລະ ບາງເທື່ອເມື່ອເຈົ້າຫນ້າທີ່ໃຊ້ມາດຕະການເຂັ້ມງວດຫລາຍ ກໍມີຫາງສຽງຕໍ່ວ່າເຮັດເກີນຫນ້າທີ່ຕ່າງໆ.

ດັ່ງນັ້ນ ເພື່ອແນໃສ່ເຮັດໃຫ້ຕົວເມືອງມີຄວາມເປັນລະ ບຽບຮຽບຮ້ອຍ ແລະ ຈົບງາມ ຈຶ່ງຂໍຮຽກຮ້ອງໃຫ້ປະຊາ ຊົນໃຫ້ການຮ່ວມມື ຫລາຍຂຶ້ນ.

ແຫຼ່ງຂໍ້ມູນ: ໜັງສືພິມລາວພັດທະນາ

Hits: 4

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້