Tuesday, February 11, 2025

ສາທາ ຈະລົບລ້າງພະຍາດຕັບອັກເສບ ໃນ ສປປ ລາວ

ທ່ານ ບຸນ​ໜັກ ໄຊ­ຊະ­ນະ​ສົງ­ຄາມ

ທ່ານ ບຸນ​ໜັກ ໄຊ­ຊະ­ນະ​ສົງ­ຄາມ ຫົວ­ໜ້າ​ກົມ​ປິ່ນ­ປົວ ແລະ ຟື້ນ​ຟູ​ໜ້າ­ທີ່​ການ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ໄດ້​ໃຫ້​ສຳ­ພາດ ໃນ​ວັນ​ທີ 26 ກໍ­ລະ­ກົດ 2019 ເນື່ອງ​ໃນ​ວັນ​ອັກ­ເສບ​ຕັບ​ໂລກ 2019 ທີ່​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ກ່າວ​ວ່າ:

ໃນ​ປະ­ເທດ​ລາວ​ຫຼາຍ​ກວ່າ 8.000 ຄົນ ໄດ້​ເສຍ​ຊີ­ວິດ ປີ 2015 ເນື່ອງ​ຈາກ​ການ​ຕິດ­ເຊື້ອ​ໄວ​ຣັດ​ຕັບ​ອັກ­ເສບ​ຊຳ​ເຮື້ອ​ມາ​ດົນ ແລະ ພະ­ຍາດ​ມະ​ເຮັງ​ຕັບ​ແມ່ນ​ກວມ​ເອົາ​ປະ­ມານ 41% ຂອງ​ການ​ຕາຍ​ຍ້ອນ​ພະ­ຍາດ​ມະ​ເຮັງ​ທັງ​ໝົດ ສປປ ລາວ ແມ່ນ​ໜຶ່ງ​ໃນ​ບັນ­ດາ​ປະ­ເທດ​ທີ່​ມີ​ອັດ­ຕາ​ການ​ຕິດ­ເຊື້ອ​ພະ­ຍາດ​ຕັບ​ອັກ­ເສບ​ສູງ ໂດຍ​ສະ­ເພາະ ແມ່ນ​ຊະ­ນິດ B ແລະ C ເຊິ່ງ​ອັດ­ຕາ​ການ​ຕິດ­ເຊື້ອ​ພະ­ຍາດ​ຕັບ​ອັກ­ເສບ B ຊຳ​ເຮື້ອ​ແມ່ນ ປະ­ມານ 8,7% ທີ່​ກວດ​ພົບ​ຈາກ​ຜູ້​ບໍ­ລິ­ຈາກ​ເລືອດ ແລະ ອັດ­ຕາ​ການ​ຕິດ­ເຊື້ອ​ພະ­ຍາດ​ຕັບ​ອັກ­ເສບ C ຊຳ​ເຮື້ອ​ແມ່ນ 0.7% (49.000 ຄົນ) ສ່ວນ​ໃຫຍ່​ແມ່ນ​ຕິດ­ຕໍ່​ຈາກ​ແມ່​ສູ່​ລູກ ເພາະ​ການ​ກວດ​ຫາ​ເຊື້ອ​ພະ­ຍາດ​ຕັບ​ອັກ­ເສບ​ໃນ​ແມ່­ຍິງ​ຖື­ພາ ໃນ​ປະ­ເທດ​ລາວ​ແມ່ນ​ຍັງ​ມີ​ອັດ­ຕາ​ໜ້ອຍ​ຫຼາຍ.

20185416 – illustration of the human internal liver

ທ່ານ ດຣ ບຸນ​ໜັກ ໄດ້​ກ່າວ​ວ່າ:

ສປປ ລາວ ໄດ້​ປະ­ຕິ­ບັດ​ຕາມ​ຄຳ​ແນະ­ນຳ​ຂອງ​ອົງ­ການ​ອະ­ນາ­ໄມ​ໂລກ ກ່ຽວ​ກັບ​ການ​ສັກ​ຢາ​ປ້ອງ​ກັນ​ພະ­ຍາດ​ຕັບ​ອັກ­ເສບ ເຊິ່ງ​ໄດ້​ເລີ່ມ​ປະ­ຕິ­ບັດ​ມາ​ຕັ້ງ­ແຕ່​ປີ 2004 ໂດຍ​ສະ­ເພາະ ແມ່ນ​ພະ­ຍາດ​ຕັບ​ອັກ­ເສບ B ສາ­ມາດ​ປ້ອງ​ກັນ​ໄດ້ ໂດຍ​ການ​ຮັບ​ຢາ​ວັກ​ແຊັງ​ທີ່​ປອດ​ໄພ ມີ​ປະ­ສິດ­ທິ­ພາບ ແລະ ມີ​ປະ​ສິດ­ທິ​ຜົນ ອົງ­ການ​ອະ­ນາ­ໄມ​ໂລກ​ໄດ້​ແນະ­ນຳ​ໃຫ້​ເດັກ​ທຸກ​ຄົນ​ເຂົ້າ​ຮັບ​ວັກ​ແຊັງ ປ້ອງ​ກັນ​ພະ­ຍາດ​ຕັບ​ອັກ­ເສບ HBV 3 ຄັ້ງ ແລະ ຄວນ​ໄດ້​ຮັບ​ວັກ​ແຊັງ​ຄັ້ງ​ທຳ​ອິດ​ພາຍ​ໃນ 24 ຊົ່ວ­ໂມງ ຫຼັງ​ການ​ເກີດ ລວມ​ເຖິງ​ແນະ­ນຳ​ໃຫ້​ມີ​ການ​ກວດ​ຫາ​ເຊື້ອ​ພະ­ຍາດ​ອັກ­ເສບ​ຕັບ​ໃນ​ແມ່­ຍິງ​ຖື­ພາ ເພື່ອ​ຈະ​ໄດ້​ເຂົ້າ​ເຖິງ​ການ​ປິ່ນ­ປົວ ແລະ ປ້ອງ​ກັນ ການ​ນຳ​ໃຊ້​ອຸ­ປະ­ກອນ​ການ​ແພດ​ທີ່​ອະ​ເຊື້ອ ແລະ ນຳ​ໃຊ້​ເຂັມ​ສັກ​ຢາ​ໃໝ່​ທຸກ​ຄັ້ງ.

ພະ­ຍາດ​ຕັບ​ອັກ­ເສບ ແມ່ນ​ພະ­ຍາດ​ທີ່​ເກີດ​ຈາກ​ໄວ​ຣັດ ທີ່​ທຳ­ລາຍ​ຕັບ ເຊິ່ງ​ເປັນ​ໄພ​ຄຸກ​ຄາມ​ທາງ​ສຸ­ຂະ­ພາບ​ທີ່​ງຽບ ເຊິ່ງ​ບາງ​ຄົນ ທີ່​ຕິດ­ເຊື້ອ​ອາດ​ຈະ​ບໍ່​ສະ­ແດງ​ອາ­ການ ບາງ​ຄັ້ງ​ຖື​ເຊື້ອ​ໄດ້​ຫຼາຍ​ປີ​ໂດຍ​ບໍ່​ໄດ້​ມີ​ອາ­ການ​ເຈັບ​ປ່ວຍ ຫຼື ອາ​ການ­ສະ­ແດງ​ອອກ ແຕ່​ຢ່າງ­ໃດ​ກໍ​ຕາມ ເຊື້ອ​ໄວ​ຣັດ​ຈະ​ທຳ­ລາຍ​ຕັບ​ຂອງ​ຜູ້​ທີ່​ຕິດ­ເຊື້ອ​ຢ່າງ​ຊ້າໆ ສ່ວນ​ໃຫຍ່​ຈະ​ພາ­ໃຫ້​ເກີດ​ເປັນ​ພະ­ຍາດ​ມະ​ເຮັງ​ຕັບ ແລະ ສ່ວນ​ໃຫຍ່​ໃນ​ຜູ້​ທີ່​ເປັນ​ມະ​ເຮັງ​ຕັບ ແມ່ນ​ຍ້ອນ​ຄວາມ​ຫຼ້າ​ຊ້າ​ໃນ​ການ​ເຂົ້າ​ເຖິງ​ການ​ກວດ​ຫາ​ເຊື້ອ ແລະ ການ​ປິ່ນ­ປົວ ເຊື້ອ​ໄວ​ຣັດ​ຕັບ​ອັກ­ເສບ ມີ 5 ຊະ­ນິດ​ຕົ້ນ­ຕໍ ປະ­ກອບ​ມີ ຊະ­ນິດ A, B, C, D ແລະ E ໂດຍ​ສະ­ເພາະ.

ເຊື້ອ​ໄວ​ຣັດ​ຕັບ​ອັກ­ເສບ​ຊະ­ນິດ B ແລະ C ແມ່ນ​ສາ­ເຫດ​ຕົ້ນ­ຕໍ​ທີ່​ພາ­ໃຫ້​ເປັນ​ພະ­ຍາດ ແລະ ເຮັດ​ໃຫ້​ເສຍ​ຊີ­ວິດ ເພາະ​ພະ­ຍາດ​ອັກ­ເສບ​ຕັບ ແມ່ນ​ພະ­ຍາດ​ທີ່​ບໍ່​ສະ­ແດງ​ອາ­ການ​ທີ່​ຊັດ​ເຈນ ເສັ້ນ­ທາງ​ການ​ຕິດ­ຕໍ່​ຂອງ​ເຊື້ອ​ໄວ​ຣັດ​ຕັບ​ອັກ­ເສບ ຊະ­ນິດ A ແລະ E ແມ່ນ​ສາ­ມາດ​ຕິດ­ຕໍ່​ໄດ້​ທາງ­ນ້ຳ​ລາຍ ຫຼື ສາ­ມາດ​ຕິດ­ຕໍ່​ຍ້ອນ​ຂາດ​ການ​ສຸ​ຂະ​ອະ­ນາ­ໄມ​ທີ່​ດີ ນ້ຳ​ທີ່​ບໍ່​ສະ­ອາດ ການ​ໃຊ້​ອຸ­ປະ­ກອນ​ຮ່ວມ​ກັນ​ກັບ​ຄົນ​ທີ່​ມີ​ເຊື້ອ ແລະ ການ​ມີ​ເພດ​ສຳ­ພັນ​ທາງ​ປາກ ແລະ ຮູ​ທະ­ວານ ສ່ວນ​ເສັ້ນ­ທາງ​ການ​ຕິດ­ຕໍ່​ຂອງ​ເຊື້ອ​ໄວ​ຣັດ​ຕັບ​ອັກ­ເສບ B, C ແລະ D ແມ່ນ​ຫຼັກ ຫຼັກ​ເລີຍ ແມ່ນ​ຕິດ­ຕໍ່​ຜ່ານ​ເລືອດ ເຊັ່ນ​ວ່າ ການ​ຮັບ​ສົ່ງ​ເລືອດ​ທີ່​ມີ​ເຊື້ອ​ທາງ​ເພດ​ສຳ­ພັນ​ທີ່​ບໍ່​ປ້ອງ​ກັນ ແມ່​ສູ່​ລູກ ແລະ ການ​ໃຫ້​ນົມ​ເດັກ ອຸ­ປະ­ກອນ​ທາງ​ການ​ແພດ​ບໍ່​ອະ​ເຊື້ອ ຫຼື ໃຊ້​ເຂັ້ມ​ສັກ​ຢາ​ຮ່ວມ​ກັນ ໂດຍ​ສະ­ເພາະ ກຸ່ມ​ທີ່​ໃຊ້​ສານ​ເສບ​ຕິດ​ດ້ວຍ​ການ​ສັກ​ຢາ​ທີ່​ໃຊ້​ເຂັມ​ຮ່ວມ​ກັນ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: