Monday, June 23, 2025
Kbank Laos โอน รับ จ่าย

ເປີດງານສີມືຫັດຖະກຳ ເພື່ອສົ່ງເສີມຜະລິດຕະພັນລາວສູ່ຕະຫຼາດ

ພາບປະກອບ

ພິ­ທີ​ຖະ­ແຫຼງ​ຂ່າວ​ການ​ຈັດ​ງານ​ມະ​ຫະ​ກຳ​ສີ­ມື​ຫັດ­ຖະ­ກຳ​ລາວ ຄັ້ງ​ທີ 18 ປະ­ຈຳ​ປີ 2019 ໄດ້​ຈັດ​ຂຶ້ນ​ວັນ​ທີ 15 ສິງ­ຫາ 2019 ທີ່​ໂຮງ­ແຮມ​ແລນ​ມາກ ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ການ​ຖະ­ແຫຼງ​ຂອງ​ທ່ານ ຫານ​ຊະ­ນະ ສີ​ສານ ປະ­ທານ​ສະ­ມາ­ຄົມ​ຫັດ­ຖະ­ກຳ​ລາວ (ສຫລ) ມີ​ທ່ານ ທະ­ວີ​ເພັດ ອຸ­ລາ ຮອງ​ຫົວ­ໜ້າ​ກົມ​ພັດ­ທະ­ນາ​ການ­ທ່ອງ­ທ່ຽວ ກະ ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ພ້ອມ​ດ້ວຍ​ຄະ­ນະ​ຮັບ­ຜິດ­ຊອບ​ຈັດ​ງານ ແລະ ພາກ­ສ່ວນ​ກ່ຽວ ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ຫານ​ຊະ­ນະ ສີ​ສານ ກ່າວ​ວ່າ:

ງານ​ມະ​ຫະ​ກຳ​ສີ­ມື​ຫັດ­ຖະ­ກຳ​ລາວ​ຄັ້ງ​ນີ້ ຖື​ເປັນ​ບຸນ​ປະ­ເພ­ນີ​ໜຶ່ງ​ຂອງ​ຊາວ​ຊ່າງ​ຫັດ­ຖະ­ກຳ​ລາວ​ທີ່​ໄດ້​ຈັດ​ຂຶ້ນ​ທຸກໆ​ປີ ໂດຍ​ໃນ​ປີ​ນີ້​ຈະ​ເລີ່ມ​ແຕ່​ວັນ​ທີ 26 ຕຸ­ລາ-3 ພະ­ຈິກ 2019 ທີ່​ສູນ​ການ​ຄ້າ ລາວ-ໄອ​ເຕັກ (ຕຶກ​ເກົ່າ) ເພື່ອ​ເປັນ​ການ​ສົ່ງ­ເສີມ​ການ​ຕະ­ຫຼາດ​ໃຫ້​ແກ່​ສິນ­ຄ້າ​ຫັດ­ຖະ­ກຳ ເປັນ​ການ​ເຕົ້າ­ໂຮມ​ຄວາມ​ສາ­ມັກ­ຄີ​ໃນ​ໝູ່​ຊາວ​ຊ່າງ​ຫັດ­ຖະ­ກຳ​ບັນ­ດາ­ເຜົ່າ​ໃນ​ທ້ອງ­ຖິ່ນ​ທົ່ວ​ປະ­ເທດ ເພື່ອ​ອະ­ນຸ​ຮັກ​ຮັກ­ສາ​ສີ­ໄມ້­ລາຍ­ມື​ທາງ​ດ້ານ​ຫັດ­ຖະ­ກຳ ຂຸດ​ຄົ້ນ​ທ່າ­ແຮງ​ໃຫ້​ມີ​ຄວາມ​ຫຼວງ­ຫຼາຍ ມີ​ຄວາມ​ສວຍ​ງາມ​ປາ­ນີດ ເປັນ​ເອ­ກະ­ລັກ​ຂອງ​ຊົນ­ເຜົ່າ​ບາງ​ທ້ອງ­ຖິ່ນ.

ນອກ­ຈາກ​ນີ້ ຍັງ​ເປັນ​ການ​ສ້າງ​ໂອ­ກາດ​ໃຫ້​ຊາວ​ຊ່າງ​ຫັດ­ຖະ­ກຳ​ໄດ້​ມາ​ພົບ​ປະ​ລູກ​ຄ້າ​ປະ­ຈຳ ແລະ ຫາ​ຄູ່​ຄ້າ​ລາຍ​ໃໝ່ ເປັນ​ການ​ຊຸກ­ຍູ້​ສົ່ງ­ເສີມ​ຜະ­ລິດ​ຕະ​ພັນ​ຫັດ­ຖະ­ກຳ​ຕິດ​ພັນ​ກັບ​ການ­ທ່ອງ­ທ່ຽວ ແລະ ສ້າງ​ຜະ­ລິດ​ຕະ​ພັນ​ໃຫ້​ຫຼາກ​ຫຼາຍ​ຂຶ້ນ ເຊິ່ງ​ປີ​ນີ້ ສຫລ ຈະ​ໄດ້​ຈັດ​ຫ້ອງ​ວາງ­ສະ­ແດງ​ສຳ­ລັບ​ສິນ­ຄ້າ​ຫັດ­ຖະ­ກຳ​ຫຼາຍ​ກວ່າ 200 ຮ້ານ ແລະ ຄາດ​ວ່າ​ຈະ​ມີ​ປະ­ເພດ​ສິນ­ຄ້າ​ທີ່​ເຂົ້າ​ຮ່ວມ​ວາງ­ສະ­ແດງ ເຊັ່ນ:

ພາບປະກອບ

ຜະ­ລິດ​ຕະ​ພັນ​ແຜ່ນ­ແພ ຜ້າ­ໄໝ ຜ້າ​ຝ້າຍ ແພ​ພື້ນ­ເມືອງ ຜະ­ລິດ​ຕະ​ພັນ​ຈາກ​ເຄື່ອງ​ປ່າ​ຂອງ​ດົງ ຜະ­ລິດ​ຕະ​ພັນ​ຈາກ​ໄມ້​ເສດ ໄມ້​ແກະ­ສະ­ຫຼັກ ຜະ­ລິດ​ຕະ​ພັນ​ເຄື່ອງ​ປັ້ນ­ດິນ­ເຜົາ ຜະ­ລິດ​ຕະ​ພັນ​ກະ­ສິ­ກຳ ສິນ­ຄ້າ​ໜຶ່ງ​ເມືອງ ໜຶ່ງ​ຜະ­ລິດ​ຕະ​ພັນ (ODOP) ແລະ ສິນ­ຄ້າ​ເຄື່ອງ​ອຸ­ປະ­ໂພກ-ບໍ­ລິ­ໂພກ​ທົ່ວ​ໄປ​ຈຳ­ນວນ​ໜຶ່ງ.

ນອກ​ນັ້ນ ຍັງ​ມີ​ການ​ແຂ່ງ­ຂັນ​ຄັດ​ເລືອກ​ຫົວ­ໜ່ວຍ​ຫັດ­ຖະ­ກຳ​ສ້າງ­ສັນ​ຕິດ​ພັນ​ກັບ​ການ­ທ່ອງ­ທ່ຽວ ເຊິ່ງ​ມີ​ການ​ຊິງ ລາ­ງວັນ​ມູນ​ຄ່າ 141 ລ້ານ​ກີບ ຊົມ​ການ​ສາ­ທິດ​ຂັ້ນ​ຕອນ​ການ​ຜະ­ລິດ​ສິນ­ຄ້າ​ຫັດ­ຖະ­ກຳ​ຈາກ​ນາຍ​ຊ່າງ​ຊຳ­ນານ​ງານ ສຳ​ມະ​ນາ ແລະ ສອນ​ວິ­ຊາ​ຊີບ​ຫັດ­ຖະ­ກຳ ວັນ​ທີ 29 ຕຸ­ລາ-3 ພະ­ຈິກ 2019 ເວ­ລາ 18:00-21:00 ໂມງ ຈະ​ມີ​ກິດ­ຈະ­ກຳ​ຍ່ອຍ​ຫຼາຍ​ລາຍ­ການ ເຊັ່ນ:

ກິດ­ຈະ­ກຳ​ສະ­ແດງ​ເຮັດ­ບຸນ​ປະ­ເພ­ນີ​ວິ­ຖີ​ຊີ­ວິດ​ຂອງ​ຊົນ­ເຜົ່າ ໄທ​ດຳ-ໄທ​ແດງ ສະ­ແດງ​ຟ້ອນ​ລາຍ​ງ້າວ ການ​ຂັບ​ງື່ມ​ກ້ຽວ​ສາວ ກາ​ຍະ​ສິນ ການ​ເດີນ​ແບບ​ຜ້າ­ແພ​ທີ່​ເປັນ​ເອ­ກະ­ລັກ​ຂອງ​ລາວ​ທີ່​ສື່​ໃຫ້​ເຫັນ​ການ​ສົ່ງ­ເສີມ​ຜະ­ລິດ​ຕະ​ພັນ​ຫັດ­ຖະ­ກຳ​ລາວ ຕິດ​ພັນ​ກັບ​ການ­ທ່ອງ­ທ່ຽວ ການ­ສະ­ແດງ​ລະ­ຄອນ​ເວ­ທີ ການ ສະ­ແດງ​ສິ­ລະ​ປະ​ຂອງ​ນ້ອງ​ນ້ອຍ​ນັກ­ຮຽນ​ຈາກ​ໂຮງ­ຮຽນ​ຕ່າງໆ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.