Wednesday, July 9, 2025
Kbank Laos โอน รับ จ่าย

ລມຕ ຖວທ ຢ້ຽມຢາມຄົນເຈັບຈາກອຸບັດຕິເຫດລົດບັສ ຕົກເຫວເສັ້ນທາງ ກາສີ-ເມືອງນານ

ໃນຕອນບ່າຍວັນທີ 21 ສິງຫາ 2019, ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມຄົນເຈັບຈາກອຸບັດຕິເຫດລົດບັສ (ລົດເມທ່ອງທ່ຽວ) ຕົກເຫວເສັ້ນທາງ ກາສີ-ເມືອງນານ ໃນຕອນບ່າຍເວລາປະມານ 15 ໂມງ 30 ນາທີ ຂອງວັນທີ 19 ສິງຫາ 2019 ທີ່ກໍາລັງປີ່ນປົວ ແລະ ຮັກສາຢູ່ໂຮງໝໍ 103 ນະຄອນຫລວງວຽງຈັນ.

ການມາລົງຢ້ຽມຄັ້ງນີ້ ແມ່ນເພື່ອເປັນການຕິດຕາມອາການ, ທັງເປັນການໃຫ້ກຳລັງໃຈຜູ້ທີ່ໄດ້ຮັບບາດເຈັບ ແລະ ຄອບຄົວຂອງພວກກ່ຽວ.

ໂອກາດນີ້, ທ່ານ ພັນເອກ ຈັນທະພອນ ອຸດົມສຸກ ຮອງອຳນວຍການໂຮງໝໍ 103 ລາຍງານໃຫ້ຮູ້ວ່າ: ໃນເບື້ອງຕົ້ນ (ວັນທີ 20 ສິງຫາ 2019) ໄດ້ມີຄົນເຈັບທັງໝົດ 22 ຄົນເຂົ້າມາປິ່ນປົວ ແລະ ຮັກສາຢູ່ໂຮງໝໍແຫ່ງນີ້, ແຕ່ມາຮອດວັນທີ 21 ສິງຫາ 2019 ຍັງມີຄົນເຈັບກຳລັງປິ່ນປົວ 20 ຄົນ, ໃນນັ້ນ ຢູ່ພະແນກກະທົບກະດູກມີ 12​ ຄົນ, ພະແນກໂຜ້ງເອິກ​ 5 ຄົນ, ພະແນກໂຜ້ງທ້ອງ 2 ຄົນ ແລະ ພະແນກໄອຊີຢູ (ICU) 1 ຄົນ. ສ່ວນຄົນເຈັບອີກ 2 ຄົນ ແມ່ນອາການບາດເຈັບບໍ່ຮ້າຍແຮງ ແລະ ສາມາດກັບບ້ານໄດ້​.

ແຫຼ່ງຂໍ້ມູນ: Media Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.