ຂໍຂອບໃຈນຳຜູ້ສະໜັບສະໜູນ

ສະ­ຫາຍ ບຸນ​ທອງ ຈິດ​ມະ­ນີ ກຳ­ມະ­ການ​ກົມ​ການ­ເມືອງ​ສູນ​ກາງ​ພັກ ເລ­ຂາ­ທິ­ການ​ສູນ​ກາງ​ພັກ ຮອງ​ນາຍົກ​ລັດ­ຖະ­ມົນ­ຕີ ປະ­ທານ​ຄະ­ນະ​ກວດ­ກາ​ສູນ​ກາງ​ພັກ​ປະ­ຊາ­ຊົນ ປະ­ຕິ­ວັດ​ລາວ ປະ­ທານ​ອົງ­ການ​ກວດ­ກາ​ລັດ​ຖະ ບານ ຫົວ­ໜ້າ​ອົງ­ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຂັ້ນ​ສູນ​ກາງ ພ້ອມ​ຄະ­ນະ ເດີນ­ທາງ​ໄປ​ຢ້ຽມ­ຢາມ ແລກ­ປ່ຽນ​ບົດ ຮຽນ​ກັບ​ຄະ­ນະ​ກຳ­ມະ­ການ​ກວດ­ກາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ­ນາມ ເຊິ່ງ​ນຳ​ໂດຍ​ສະ­ຫາຍ ເຈີນ​ເກີ້ມ​ຕູ໋ ເລ­ຂາ ທິ​ການ​ສູນ​ກາງ​ພັກ ປະ­ທານ​ຄະ­ນະ​ກຳ­ມະ­ການ​ກວດ­ກາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ­ນາມ ຢູ່​ແຂວງ​ຮ່າ​ຕິ່ງ ສສ ຫວຽດ­ນາມ.

ໂອ­ກາດ​ດັ່ງ­ກ່າວ ສະ­ຫາຍ ເຈີນ​ເກີ້ມ​ຕູ໋ ແລະ ສະ­ຫາຍ ເລ ມິ່ງ ຄາຍ ກຳ­ມະ­ການ​ສູນ​ກາງ​ພັກ ປະ­ທານ​ອົງ­ການ​ກວດ­ກາ​ລັດ­ຖະ­ບານ ສສ ຫວຽດ­ນາມ ກໍ​ໄດ້​ໃຫ້­ການ​ຕ້ອນ­ຮັບ​ຢ່າງ​ອົບ​ອຸ່ນ ພ້ອມ​ທັງ​ຕີ​ລາ­ຄາ​ສູງ​ຕໍ່​ການ​ມາ​ຢ້ຽມ­ຢາມ ແລກ­ປ່ຽນ​ບົດ­ຮຽນ​ຂອງ​ຄະ­ນະ​ຜູ້​ແທນ ສປປ ລາວ ຄັ້ງ​ນີ້ ເຊິ່ງ​ມີ​ຄວາມ​ໝາຍ​ຢ່າງ​ຍິ່ງ​ປະ­ກອບ ສ່ວນ​ສຳ­ຄັນ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ­ພັນ​ມິດ­ຕະ­ພາບ​ຄວາມ​ສາ­ມັກ­ຄີ​ພິ­ເສດ ແລະ ການ​ຮ່ວມ​ມື​ຮອບ ດ້ານ ລະ­ຫວ່າງ​ສອງ​ພັກ ສອງ​ລັດ ກໍ​ຄື ປະ­ຊາ­ຊົນ​ສອງ​ຊາດ ຫວຽດ­ນາມ-ລາວ ໃຫ້​ຈະ­ເລີນ​ງອກ​ງາມ​ຍິ່ງ​ຂຶ້ນ ເວົ້າ​ສະ­ເພາະ​ການ​ພົວ­ພັນ​ຮ່ວມ​ມື​ຊ່ວຍ­ເຫຼືອ​ເຊິ່ງ​ກັນ ແລະ ກັນ​ລະ­ຫວ່າງ​ຄະ­ນະ​ກວດ­ກາ​ສູນ​ກາງ​ພັກ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ ກັບ​ຄະ­ນະ​ກຳ­ມະ­ການ​ກວດ­ກາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ­ນາມ ໃຫ້​ໝັ້ນ­ຄົງ​ຕະ­ຫຼອດ​ໄປ.

ການ​ພົບ​ປະ​ແລກ­ປ່ຽນ​ບົດ­ຮຽນ​ຄັ້ງ​ນີ້ ສອງ​ຝ່າຍ​ໄດ້​ຜັດ­ປ່ຽນ​ກັນ​ແຈ້ງ​ສະ­ພາບ​ວຽກ​ງານ​ການ​ນຳ­ພາ​ຂອງ​ພັກ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ແລະ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໜ້າ­ທີ່​ວຽກ​ງານ​ກວດ­ກາ​ພັກ​ກວດ­ກາ​ລັດ ແລະ ວຽກ​ງານ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໃນ​ໜຶ່ງ​ປີ­ຜ່ານ­ມາ​ໃຫ້​ກັນ​ຊາບ ພ້ອມ​ທັງ​ແລກ­ປ່ຽນ​ຄຳ​ຄິດ​ເຫັນ​ກ່ຽວ​ກັບ​ບັນ­ຫາ​ທີ່​ຕ່າງ​ຝ່າຍ​ໃຫ້​ຄວາມ​ສົນ­ໃຈ ໃນ​ນີ້ ສອງ​ຝ່າຍ​ເຫັນ​ກົງ​ກັນ​ວ່າ ວຽກ​ງານ​ກວດ­ກາ​ພັກ-ກວດ­ກາ​ລັດ ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ເປັນ​ວຽກ​ງານ​ໜຶ່ງ​ທີ່​ສຳ­ຄັນ ແລະ ຈຳ­ເປັນ ແມ່ນ​ພາ­ລະ​ບົດ­ບາດ​ໜຶ່ງ​ຂອງ​ພັກ-ລັດ​ໃນ​ການ​ຊີ້​ນຳ-ນຳ­ພາ ເພື່ອ​ປະ­ກອບ­ສ່ວນ​ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ໃຫ້​ມີ​ຄວາມ​ສະ­ຫງົບ ແລະ ຄວາມ​ຢູ່​ເຢັນ​ເປັນ​ສຸກ​ຂອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ໂອ­ກາດ​ໄປ​ຢ້ຽມ­ຢາມ​ແລກ­ປ່ຽນ​ບົດ­ຮຽນ​ຢູ່ ສສ ຫວຽດ­ນາມ ຄັ້ງ​ນີ້ ຄະ­ນະ​ຜູ້​ແທນ​ລາວ​ຍັງ​ໄດ້​ເຂົ້າ​ຢ້ຽມ​ຄຳ­ນັບ​ສະ­ຫາຍ ຫງວ​ຽນ ຊວນ ຟຸກ ນາ­ຍົກ­ລັດ­ຖະ­ມົນ­ຕີ ສສ ຫວຽດ­ນາມ ສະ­ຫາຍ ເຈີນ ກັວກ ເຫວື່ອງ ຜູ້​ປະ­ຈຳ­ການ​ຄະ­ນະ​ເລ­ຂາ­ທິ­ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ­ນາມ ຢູ່​ນະ­ຄອນ­ຫຼວງ​ຮ່າ​ໂນ້ຍ ນອກ​ນີ້ ຍັງ​ໄດ້​ຢ້ຽມ​ຊົມ​ສະ­ຖານ­ທີ່​ສຳ­ຄັນ​ຂອງ​ແຂວງ​ຮ່າ​ຕິ່ງ ເປັນ­ຕົ້ນ ສະ­ຖານ­ທີ່​ລະ­ນຶກ​ຂອງ​ນັກ​ກະ­ວີ​ຊື່​ດັງ ຫວຽນ​ຊູ ແລະ ສະ­ຖານ­ທີ່​ສັກ­ກະ​ລະ​ບູ­ຊາ ດົ້ງ​ລົກ ອີກ​ດ້ວຍ.

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

Hits: 13

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້