Wednesday, July 9, 2025
Kbank Laos โอน รับ จ่าย

ສປປລາວ ຈັດກອງປະຊຸມເວທີເດັກລາວ 2019

ທີ່ສູນຝຶກອົບຮົມແມ່ຍິງລາວ ພາຍໃຕ້ການເປັນປະທານຂອງທ່ານ ນາງ ບັນດິດ ປະທຸມວັນ ຮອງປະທານຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ໂດຍມີໂຕແທນເດັກຈາກບັນດາແຂວງຕ່າງໆ ທັງໝົດ 6 ແຂວງ ຈາກນະຄອນຫລວງວຽງຈັນ, ຫລວງພະບາງ, ໄຊຍະບູລີ, ຊຽງຂວາງ, ຫົວພັນ, ບໍລິຄຳໄຊ, ບັນດາແຂກຜູ້ເຂົ້າຮ່ວມຈາກອົງການຊາຍຟັນອົດສະຕຣາລີ ປະຈຳ ສປປ ລາວ, ກະຊວງ ແລະ ຂະແໜງການຕ່າງໆ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ກໍ່ແມ່ນເພື່ອ ສ້າງຄວາມເຂັ້ມແຂງໃຫ້ແກ່ເດັກ ໃນການມີສ່ວນຮ່ວມຄິດວິເຄາະ ແລະ ນຳສະເໜີບຸລິມະສິດຂອງເດັກ, ການສ້າງໂອກາດໃຫ້ເດັກ ໄດ້ມີສ່ວນຮ່ວມໃນການສະເໜີ ແລະ ຈັດຕັ້ງປະຕິບັດໂຄງການໂດຍເດັກເອງ.

ພາຍໃນກອງປະຊຸມໄດ້ມີການຈັດກິດຈະກຳຕ່າງໆ ເພື່ອເປັນການຝຶກທັກສະ, ການສະແດງຄວາມຄິດເຫັນ ແລະ ຮັບຟັງການນຳສະເໜີໂຄງການຈາກເດັກ ເປັນຕົ້ນແມ່ນ ບັນຫາເດັກແຕ່ງງານກ່ອນໄວອັນຄວນ, ການປ້ອງກັນການໃຊ້ຄວາມຮຸນແຮງສຳລັບເດັກ, ໄວໜຸ່ມສົດໃສຮ່ວມໃຈໃຫ້ຄຳປຶກສາ, ທີ່ປຶກສາໄວໜຸ່ມເລື່ອງສຸຂະພາບໄວຈະເລີນພັນ, ການບໍລິຈາກອຸປະກອນການຮຽນການສຶກສາ.

ນອກຈາກນີ້ຍັງມີການນຳສະເໜີກ່ຽວກັບອາຫານພື້ນບ້ານ ແລະ ກິດຈະ ກຳຟ້ອນລຳ ເພື່ອເປັນການສົ່ງເສີມສິລະປະ-ວັດທະນະທຳ ອີກດ້ວຍ.

ແຫຼ່ງຂໍ້ມູນ: Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.