ໄຂ້ເລືອດອອກຢູ່ເມືອງອຸທຸມພອນ ມີ 379 ກໍລະນີ ແລະ ເສຍຊີວິດແລ້ວ 2 ຄົນ

ປະຈຸບັນ ບັນຫາພະຍາດໄຂ້ເລືອດອອກຢູ່ພາຍໃນເມືອງອຸທຸມພອນ ຍັງບໍ່ມີທ່າທີວ່າຈະຫຼຸດໜ້ອຍຖອຍລົງ ນັບມື້ມີທ່າອ່ຽງເພີ່ມຂື້ນ, ຍ້ອນວ່າປີນີ້ສະພາບຟ້າຝົນຕົກຫຼາຍຈິ່ງເຮັດໃຫ້ຍຸງລາຍມີບ່ອນວາງໄຂ່ຫຼາຍ, ແຕ່ເຖິງຢ່າງໃດກໍ່ຕາມທາງຫ້ອງການສາທາລະນະສຸກເມືອງກໍ່ໄດ້ມີການສະກັດກັ້ນ ແລະ ໂຕ້ຕອບເພື່ອບໍ່ໃຫ້ມັນມີການແຜ່ລະບາດໄປຫຼາຍກວ່ານີ້, ໂດຍທົ່ວເມືອງພົບຜູ້ເປັນພະຍາດໄຂ້ເລືອດອອກແລ້ວ 379 ກໍລະນີ, ໃນ 50 ບ້ານ ຂອງບ້ານທັງໝົດທົ່ວເມືອງ 70 ບ້ານ ແລະ ມີຜູ້ເສຍຊີວິດແລ້ວ 2 ຄົນ, ນີ້ແມ່ນ ຄຳເວົ້າຂອງທ່ານ ດຣ ບຸນໂຮງ ແສງອາລຸນ ຫົວໜ້າຫ້ອງການສາທາລະນະສຸກເມືອງອຸທຸມພອນ ໄດ້ໃຫ້ສຳພາດຕໍ່ນັກຂ່າວຂອງພວກເຮົາ.

ລ້າສຸດທາງຫ້ອງການສາທາລະນະສຸກເມືອງແມ່ນໄດ້ໂຕ້ຕອບຢ່າງຮີບດ່ວນໂດຍຈັດສົ່ງທີມງານລົງໄປໂຄສະນາສຸຂະສຶກສາໃຫ້ຄວາມຮູ້ກ່ຽວກັບພະຍາດໄຂ້ເລືອດອອກ,ພ້ອມທັງຜົ່ນຢາຂ້າຍູງໂຕແກ່ຕາມບ້ານເປົ້າໝາຍທີ່ເກີດເປັນພະຍາດໄຂ້ເລືອດອອກຫຼາຍກວ່າໝູ່ເຊັ່ນວ່າ ບ້ານ ໄຊຍະເພັດ,ຈະເລີນສຸກ,ບ້ານແມດ,ມະນີວົງໄຊ,ໄຊສົມບູນ,ເຊໂນ,ອຸດົມມີໄຊ ແລະ ບ້ານ ວົງພັນສີ,ຄຽງຄູ່ກັນນີ້ ຍັງໄດ້ມີການປັບປຸງທີມງານໂຕ້ຕອບປິ່ນປົວໄຂ້ເລືອດອອກໂດຍສະເພາະ,ເຊິ່ງໄດ້ເອົາແພດທີ່ມີປະສົບການ ແລະ ຜ່ານການຝຶກອົບຮົມມາຫຼາຍຄັ້ງເປັນຜູ້ຕິດຕາມໂດຍກົງຢ່າງໄກ້ຊິດກັບຜູ້ປ່ວຍເປັນພະຍາດໄຂ້ເລືອດອອກ.

ດຣ ບຸນໂຮງ ແສງອາລຸນ ຍັງກ່າວອີກວ່າ:

ສຳລັບສະຖານທີ່ຮອງຮັບຄົນເຈັບທີ່ເຂົ້າມາປິ່ນປົວຢູ່ໂຮງໝໍເມືອງອຸທຸມພອນ ແມ່ນຖືວ່າພຽງພໍ,ໂດຍສະເພາະຄົນເຈັບທີ່ເປັນພະຍາດໄຂ້ເລືອດອອກແມ່ນມີສະຖານທີ່ປິ່ນປົວສະເພາະ ມີທັງໝົດ 8 ຕຽງນອນ.

ທ້າຍສຸດທ່ານກໍ່ຍັງຝາກໃຫ້ປະຊາຊົນແຕ່ລະບ້ານຈົ່ງຢ່າໄດ້ຖືເບົາໃນເມື່ອລູກ,ຫຼານຂອງຕົນເປັນໄຂ້ ກໍ່ໃຫ້ຮີບຮ້ອນເອົາໄປພົບແພດໝໍ ຢູ່ໂຮງໝໍ ຫຼື ສຸກສາລາໂດຍດ່ວນ ແລະ ບໍ່ໃຫ້ໄປຊື້ຢາມາຮັບປະທານເອງໂດຍລຳພັງເພະາມັນເປັນອັນຕະລາຍເຖິງຊີວິດໄດ້,ສິ່ງສຳຄັນກໍ່ແມ່ນບໍ່ໃຫ້ປິ່ນປົວຢູ່ບ້ານ ຕ້ອງໄປກວດເລືອດກ່ອນວ່າຕົນເອງເປັນໄຂ້ຫຍັງ,ຖ້າພົບເປັນພະຍາດໄຂ້ເລືອດອອກ ກໍ່ຮີບປິ່ນປົວທີ່ໂຮງໝໍໂດຍດ່ວນ.

ແຫຼ່ງຂໍ້ມູນ: ບຸນຊູ ພົມມະເທບ, Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...