Saturday, January 25, 2025

UNDP ຈະໃຫ້ການຊ່ວຍເຫຼືອນະຄອນຫຼວງວຽງຈັນ ຫຼາຍໂຄງການ

ທ່ານ ສິນ​ລະ​ວົງ ຄຸດ​ໄພ­ທູນ ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຕ້ອນ­ຮັບ​ການ​ເຂົ້າ​ຢ້ຽມ​ຄຳ­ນັບ​ຂອງ​ທ່ານ​ນາງ ຣີ​ຄາ​ດາ ເຣ​ເຈີ ຜູ້­ຕາງ­ໜ້າ​ອົງ­ການ​ສະ­ຫະ​ປະ­ຊາ​ຊາດ​ເພື່ອ​ການ​ພັດ­ທະ­ນາ (UNDP) ປະ­ຈຳ​ລາວ ຢູ່​ຫ້ອງ​ວ່າ­ການ​ປົກ­ຄອງ ນວ ໃນ​ໂອ­ກາດ​ທີ່​ມາ​ດຳ­ລົງ​ຕຳ­ແໜ່ງ​ເປັນ​ຜູ້­ຕາງ­ໜ້າ​ອົງ­ການ UNDP ປະ­ຈຳ​ລາວ ຄົນ​ໃໝ່.

ທ່ານ ສິນ​ລະ​ວົງ ຄຸດ​ໄພ­ທູນ ໄດ້​ສະ­ແດງ​ຄວາມ​ຊົມ­ເຊີຍ ແລະ ຕີ​ລາ­ຄາ​ສູງ​ຕໍ່​ທ່ານ​ນາງ ຣີ​ຄາ​ດາ ເຣ​ເຈີ ທີ່​ຖືກ​ແຕ່ງ­ຕັ້ງ​ໃຫ້​ມາ​ດຳ­ລົງ​ຕຳ­ແໜ່ງ​ເປັນ​ຜູ້­ຕາງ­ໜ້າ​ອົງ­ການ UNDP ຄົນ​ໃໝ່ ປະ­ຈຳ​ລາວ ເຊິ່ງ​ເປັນ​ການ​ປະ­ກອບ ສ່ວນ​ສຳ­ຄັນ​ໃນ​ການ​ເສີມ​ຂະ­ຫຍາຍ​ສາຍ​ພົວ­ພັນ ການ​ຮ່ວມ​ມື​ສອງ​ຝ່າຍ ໂດຍ​ສະ­ເພາະ​ການ​ຊຸກ­ຍູ້-ສົ່ງ­ເສີມ​ການ​ຮ່ວມ​ມື​ການ​ພັດ­ທະ­ນາ​ວຽກ​ງານ​ຕ່າງໆ ລະ­ຫວ່າງ​ອົງ​ການ­ຈັດ­ຕັ້ງ​ທີ່​ກ່ຽວ­ຂ້ອງ​ຂອງ ນວ ແລະ ອົງ­ການ UNDP ໃຫ້​ກ້າວ​ເຂົ້າ​ສູ່​ລວງ​ເລິກ​ຍິ່ງ​ຂຶ້ນ.

ສອງ​ຝ່າຍ​ໄດ້​ປືກ​ສາ​ຫາ­ລື​ກ່ຽວ​ກັບ​ວຽກ​ງານ​ການ​ຮ່ວມ​ມື​ທີ່​ອົງ­ການ UNDP ຈະ​ໃຫ້­ການ​ສະ­ໜັບ­ສະ­ໜູນ​ວຽກ​ງານ​ພັດ­ທະ­ນາ​ຂອງ ນວ ໃນ­ຕໍ່­ໜ້າ ເປັນ­ຕົ້ນ ການ​ຊຸກ­ຍູ້-ສົ່ງ­ເສີມ​ການ​ຫຼຸດ­ຜ່ອນ​ນຳ​ໃຊ້​ປຼາ​ສ​ຕິກ​ພາຍ​ໃນ​ອົງ​ກອນ ການ​ຊຸກ­ຍູ້​ໃນ​ລະ­ດັບ​ຊຸມ​ຊົນ​ໃຫ້​ເຮັດ​ກິດ­ຈະ­ກຳ​ກັບ​ໂຮງ­ຮຽນ ມະ­ຫາ­ວິ­ທະ­ຍາ­ໄລ ແລະ ຊາວ​ໜຸ່ມ​ເຂົ້າ​ຮ່ວມ​ໂຄງ­ການ​ດັ່ງ­ກ່າວ​ຫຼາຍ​ຂຶ້ນ ແລະ ສະ­ໜັບ­ສະ­ໜູນ​ການ​ຈັດ­ການ​ລະ­ບົບ​ຂີ້​ເຫຍື້ອ​ໃນ ນວ ໂດຍ​ຜ່ານ​ການ​ເຝີກ​ອົບ­ຮົມ​ໃຫ້​ໄວ ໜຸ່ມ​ຮູ້­ຈັກ​ຮັກ­ສາ​ສິ່ງ­ແວ­ດລ້ອມ ແລະ ຮ່ວມ​ມື​ກັບ​ອົງ­ການ​ແມ່­ນ້ຳ​ຂອງ ເພື່ອ​ເຮັດ​ກິດ­ຈະ­ກຳ​ປູກ​ຈິດ​ສຳ­ນຶກ​ກ່ຽວ​ກັບ​ການ​ປ່ຽນ­ແປງ​ດິນ​ຟ້າ​ອາ­ກາດ ແລະ ອື່ນໆ.

ທ່ານ​ນາງ ຣີ​ຄາ​ດາ ເຣ​ເຈີ ໄດ້​ລາຍ​ງານ​ກ່ຽວ​ກັບ​ໂຄງ­ການ​ທີ່​ພົ້ນ​ເດັ່ນ​ທີ່ UNDP ຈະ​ໄດ້​ເລັ່ງ​ໃຫ້­ການ​ຊ່ວຍ­ເຫຼືອ ສປປ ລາວ ໃນ​ປີ​ນີ້ ເຊັ່ນ:

ການ​ຊ່ວຍ­ເຫຼືອ​ໄພ​ນ້ຳ​ຖ້ວມ ແລະ ບັນ­ຫາ​ປະ­ຊາ­ຊົນ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ເຫດ­ການ​ອ່າງ­ເກັບ­ນ້ຳ ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ແຕກ ການ​ສືບ­ຕໍ່​ກິດ­ຈະ­ກຳ​ເກັບ​ກູ້​ລະ­ເບີດ​ບໍ່​ທັນ​ແຕກ ບັນ­ຫາ​ການ​ບັນ­ລຸ​ເປົ້າ​ໝາຍ​ການ​ຫຼຸດ​ພົ້ນ​ອອກ​ຈາກ​ປະ­ເທດ​ດ້ອຍ​ພັດ­ທະ­ນາ​ຂອງ​ລາວ ແລະ ການ​ກະ­ກຽມ​ແຜນ 9th NSEDP ໃຫ້​ສຳ­ເລັດ​ຕາມ​ຄາດ­ໝາຍ​ທີ່​ວາງ​ໄວ້.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ