ຂໍຂອບໃຈນຳຜູ້ສະໜັບສະໜູນ

ເອກະສານນີ້ ແມ່ນຄັດມາຈາກ ປະຫວັດຂອງໜັງສືລາວ ໂດຍ ມະຫາ ສິລາ ວິລະວົງ

ພາສາລາວ ແມ່ນພາສາລັດຖະການຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ແລະເປັນພາສາແມ່ຂອງຄົນເຊື້ອຊາດລາວ ທັງຢູ່ພາຍໃນ ແລະຕ່າງປະເທດ.

ພາສາລາວມີວັນນະຍຸດ ມີການປາກເວົ້າໃນພາກຕາເວັນອອກສຽງເໜືອຂອງປະເທດໄທ ແລະພາກຕາເວັນອອກສຽງເໜືອຂອງປະເທດກຳປູເຈຍ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ທາງລັດຖະບານປະເທດໄທມີການສະໜັບສະໜຸນໃຫ້ເອີ້ນພາສາລາວຖິ່ນໄທວ່າ ພາສາໄທນ້ອຍ.

ພາສາລາວສືບທອດມາຈາກ ພາສາໄຕ ຢູ່ພາກໃຕ້ຂອງປະເທດຈີນເຊິ່ງເປັນຈຸດດັ່ງເດີມຂອງຫຼາຍພາສາຕ່າງໆ ທີ່ຍັງໃຊ້ແລະເວົ້າຢູ່ໂດຍຫຼາຍຊົນເຜົ່າ.

ເນື່ອງຈາກຖືກຄວາມກົດດັນຈາກການຂະຫຍາຍຕົວຂອງອານາຈັກຈີນ, ການບຸກລຸກຂອງຊາວມົງໂກນ ແລະການປູກຝັງທຳນາຫາກິນ, ຄົນໄຕໄດ້ຍົກຍ້າຍລົງມາພາກໃຕ້ສູ່ດິນແດນສຸວັນນະພູມ ຕາມຮິມຝັ່ງແມ່ນ້ຳຂອງ. ການອົບພະຍົບຂອງຊາວໄຕກໍ່ໄດ້ມີກ່າວໄວ້ໃນຕຳນານຂອງເຈົ້າພະຍາ ຂຸນບູລົມລາຊາທິລາດ.

Hits: 152

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້