ບໍລິສັດ ພູເບ້ຍ ປະກອບສ່ວນຍົກລະດັບຊີວິດການເປັນຢູ່ຂອງຊຸມຊົນ

ມາຮອດປັດຈຸບັນ ບໍລິສັດ ພູເບ້ຍ ມາຍນິງ ໄດ້ປະກອບສ່ວນຊວ່ຍຍົກລະດັບຊີວິດການເປັນຢູ່ຂອງຊຸມຊົນ ແລະ ປະກອບສ່ວນ ເຂົ້າໃນແຜນຫລຸດຜ່ອນຄວາມທຸກຍາກ ຂອງລັດຖະບານ, ທັງຊ່ວຍຊຸກຍູ້-ເສີມສ້າງຄວາມອາດສາມາດຂອງຊຸມຊົນ ທີ່ຢູ່ໃກ້ກັບໂຄງການຂຸດຄົ້ນ-ປຸງແຕ່ງ ທອງ-ຄໍາ ພູຄໍາ ຄືເຮັດໃຫ້ເຂົາເຈົ້າມີຄວາມຮູ້, ມີທັກສະໃນການພັດທະນາ, ສ້າງສາຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນເປັນກ້າວໆ.

ໂດຍທາງບໍລິສັດໄດ້ມີການຈັດຕັ້ງໜ່ວຍງານສະໜັບໜູນ, ຊ່ວຍເຫລືອວຽກງານພັດທະນາຊຸມຊົນ ແລະ ໄດ້ປຸກລະດົມປະຊາຊົນທໍາມາຫາກິນ ດ້ວຍວິທີການຊຸກຍູ້ໃຫ້ປະຊາຊົນເຮັດການຜະລິດກະສີກໍາປູກພືດ-ຜັກ ປອດສານພິດເພື່ອສະໜອງໃຫ້ກັບໂຄງການ. 

ຕາມບົດລາຍງານປະຈໍາປີ 2019 ຂອງບໍລິສັດພູເບ້ຍ ມາຍນິງ ໄດ້ຊີ້ໃຫ້ເຫັນວ່າ:

ໂຄງການ ຂຸດຄົ້ນ-ປຸງແຕ່ງ ທອງ-ຄໍາ ພູຄໍາ ແລະ ໂຮງງານຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນບ້ານຫ້ວຍຊາຍ ໃນປີ 2018 ບໍລິສັດ ພູເບ້ຍ ມາຍນິງ ໄດ້ໃຊ້ຈ່າຍຊື້ສິນຄ້າໂດຍກົງຈາກທຸລະກິດຊຸມຊົນທ້ອງຖິ່ນສູງເຖິງ 1 ລ້ານກວ່າໂດລາສະຫະລັດ.

ພ້ອມນັ້ນ, ບໍລິສັດ ຍັງໄດ້ປະກອບສ່ວນທຶນຮອນເຂົ້າໃນວຽກງານການພັດ ທະນາຊຸມຊົນ ຫລາຍກວ່າ 600.000 ໂດລາ ເຊິ່ງປະກອບມີ ວຽກງານການບໍຈາກ ແລະ ການສະໜັບສະໜູນກິດຈະກໍາຕ່າງໆ.ນອກນັ້ນ ບໍລິສັດ ຍັງໄດ້ກໍ່ສ້າງປັບປຸງພື້ນຖານໂຄງລ່າງຖະໜົນຫົນ ທາງ, ໄຟຟ້າ, ໂທລະຄົມມະນາຄົມ ເພື່ອຊ່ວຍເຊື່ອມໂຍງເສດຖະກິດຊຸມຊົນເຂົ້າກັບເສດຖະກິດແຫ່ງ ຊາດ, ສົ່ງເສີມຄວາມອາດສາມາດຂອງແມ່ຍິງ, ຊ່ວຍປັບປຸງ ກໍ່ສ້າງອາຄານຮຽນ ແລະ ສຸກສາລາ. 

ທ່ານ ຈັນເພັງ ບຸນນະຜົນ ປະທານບໍລິສັດ ພູເບ້ຍ ມາຍນິງ ໄດ້ສະແດງໃຫ້ເຫັນວ່າ:

ປີ 2018 ຜ່ານມາ ບໍລິສັດພູເບ້ຍ ມາຍນິງ ໄດ້ກໍ່ສ້າງ ແລະ ສົ່ງເສີມຄວາມອາດສາມາດຂອງແຮງງານທ້ອງຖິ່ນ ກໍຄືແຮງງານຄົນລາວກວມເຖິງ 92% ຂອງແຮງງານທັງໝົດ ເຊິ່ງແຮງງານແມ່ຍິງກວມເອົາ 19%. ມາຮອດທ້າຍປີ 2018 ບໍລິສັດ ໄດ້ມີການຜະລິດສະສົມທັງໝົດ ຄື ຜະລິດທອງໄດ້ 748.000 ໂຕນ, ຜະລິດຄໍາໄດ້ 1,48 ລ້ານອອນ ແລະ ເງິນໄດ້ 10,38 ລ້ານອອນ.

ປີ 2018 ບໍລິສັດ ພູເບ້ຍມາຍນິງ ມີອາຍຸການດໍາເນີນງານຄົບຮອບ 10 ປີ ບໍລິສັດແພນອອສ ຈໍາກັດຖືຫຸ້ນ 90% ແລະ ລັດຖະບານລາວຖືຫຸ້ນ 10%, ບໍລິສັດ ພູເບ້ຍມາຍນິງ ເປັນບໍລິສັດ ທີ່ນໍາໜ້າດ້ານການຂຸດຄົ້ນ ແລະ ຜະລິດແຮ່ທອງ-ຄໍາ ໃນ ສປປ ລາວ.

ແຫຼ່ງຂໍ້ມູນ: ປະເທດລາວ Pathedlao

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...