Monday, March 17, 2025

4 ປະໂຫຍກ ທີ່ອາດເຮັດໃຫ້ພາດໂອກາດເລື່ອນຕຳແໜ່ງ ໂດຍບໍ່ຮູ້ຕົວ

ທຸກຄົນຍ່ອມຄາດຫວັງທີ່ຈະປະສົບຜົນສຳເລັດໃນໜ້າທີ່ການງານ ໄດ້ເລື່ອນຂັ້ນເລື່ອນຕຳແໜງ. ແຕ່ເຈົ້າເຄີຍສຳຫຼວດກວດກາຕົນເອງ ຫຼື ບໍ່ວ່າເປັນຫຍັງເຮົາຈິ່ງບໍ່ໄດ້ເລື່ອນຕຳແໜງ? ເງິນເດືອນບໍ່ຂຶ້ນ? ຢ່າລຶ່ມວ່າພຶດຕິກຳ ແລະ ຄຸນນະພາບໃນການເຮັດວຽກ ມີສ່ວນສຳຄັນທີ່ຈະຊີ້ວັດຜົນສຳເລັດໃນໜ້າທີ່ວຽກງານ.

ແຕ່ຢ່າລື່ມອີກວ່າຄຳເວົ້າໜຶ່ງຄຳອາດມີຄວາມໝາຍ ຫຼື ສົ່ງຜົນກະທົບຕໍ່ຈິດໃຈຂອງຄົນຮ້ອຍຄົນ ເຊິ່ງຫາກຄຳເວົ້ານັ້ນເປັນຄຳເວົ້າທີ່ມີອິດທິພົນຕໍ່ຜູ້ຟັງກໍ່ແນ່ນອນວ່າຄຳເວົ້ານັ້ນອາດຈະສົ່ງຜົນກະທົບຕໍ່ຜູ້ເວົ້າເອງໂດຍສະເພາະຖ້າຄຳເວົ້ານັ້ນເປັນຄຳເວົ້າທີ່ບໍ່ດີ ຫຼື ມີເຈດຕະນາໃສ່ຮ້າຍຜູ້ອື່ນ.

ໃນຊີວິດການເຮັດວຽກຂອງເຮົາມີສິ່ງທີ່ຕ້ອງລະວັງຢູ່ຫຼາຍຢ່າງ ແລະ ຄຳເວົ້າກໍ່ເປັນໜຶ່ງໃນນັ້ນ ເຊິ່ງເຮົາຕ້ອງລະວັງວ່າຄຳເວົ້າເຮົາຈະເຮັດໃຫ້ເຮົາເບິ່ງບໍ່ດີ ຫຼື ຈະກະທົບຈິດໃຈຄົນອື່ນໆ. ດັ່ງນັ້ນ, ເຮົາຈຶ່ງຕ້ອງວາງຕົວ ແລະ ເລືອກໃຊ້ຄຳເວົ້າໃຫ້ເໝາະສົມເພື່ອໃຫ້ເກີດຄວາມສຸກໃນການເຮັດວຽກ; ເຮົາຄວນຫຼີກລຽງທີ່ຈະໃຊ້ຄຳເວົ້າເຫຼົ່ານີ້ ເພາະມັນອາດຈະເຮັດໃຫ້ຊີວິດການເຮັດວຽກຂອງເຮົາມີອຸປະສັກ ແລະ ໝົດໂອກາດໃນການເລື່ອນຕຳແໜ່ງ ໄດ້ຂຶ້ນເງິນເດືອນໄດ້ ຄື:

  • ບໍ່ແມ່ນຄວາມຜິດຂອງເຮົາ: ການປັດຄວາມຮັບຜິດຊອບໃຫ້ຄົນອື່ນເປັນສິ່ງທີ່ຄົນເຮັດວຽກ ຫຼື ເພື່ອນຮ່ວມງານທີ່ດີບໍ່ຄວນເຮັດ ເພາະບໍ່ພຽງແຕ່ຈະເຮັດໃຫ້ໝູ່ເພື່ອນຂອງເຮົາບໍ່ມີທາງອອກເທົ່ານັ້ນ, ແຕ່ມັນຍັງເຮັດໃຫ້ເຂົາເຈົ້າຮູ້ສຶກວ່າເຂົາເຈົ້າໄວ້ໃຈເຮົາບໍ່ໄດ້ອີກຕໍ່ໄປ. ເມື່ອມີໂອກາດໄດ້ເລື່ອນຕຳແໜ່ງ ຫຼື ໄດ້ເປັນຫົວໜ້າຂອງເຂົາເຈົ້າ ເຂົາເຈົ້າກໍ່ຈະຄິດວ່າຄົງບໍ່ພົ້ນທີ່ເຂົາຕ້ອງໂຍນຄວາມຜິດ ຫຼື ຄວາມຮັບຜິດຊອບມາໃຫ້; ການຮັບຜິດຊອບຕໍ່ຄວາມຜິດເປັນການສະແດງຄວາມຈິງໃຈຢ່າງໜຶ່ງທີ່ຄົນເຮັດວຽກທີ່ມີຄຸນນະພາບຄວນຢຶດຖື ເພາະເປັນຄຸນສົມບັດໜຶ່ງໃນການເຮັດວຽກ.
  • ນີ້ບໍ່ແມ່ນໜ້າວຽກຂອງເຮົາ: ການປະຕິເສດທີ່ຈະເຮັດວຽກດ້ວຍຄຳເວົ້ານີ້ “ ບໍ່ແມ່ນວຽກທີ່ເຮົາຕ້ອງເຮັດ ຫຼື ບໍ່ແມ່ນວຽກທີ່ເຮົາຕ້ອງຮັບຜິດຊອບ ” ບໍ່ພຽງແຕ່ຈະເຮັດໃຫ້ຜູ້ຟັງຮູ້ສຶກວ່າເຮົາບໍ່ມີນ້ຳໃຈເທົ່ານັ້ນ, ແຕ່ຫາກຫົວໜ້າຂອງເຮົາມາໄດ້ຍິນຄຳເວົ້ານີ້ກໍ່ຈະເປັນການຕັດໂອກາດການເລື່ອນຕຳແໜ່ງຂອງເຮົາທັນທີ ເພາະພຽງວຽກງານເລັກນ້ອຍຍັງໃຫ້ຄວາມຊ່ວຍເຫຼືອເພື່ອນຮ່ວມງານບໍ່ໄດ້ແລ້ວຫົວໜ້າຈະໄວ້ໃຈໃຫ້ເຮົາໄປເຮັດວຽກທີ່ໃຫຍ່ກວ່ານີ້ໄດ້ແນວໃດ? ແລະ ຫົວໜ້າອາດຈະຄິດວ່າເມື່ອເຮົາໄດ້ເລື່ອນຕຳແໜ່ງເຮົາກໍ່ອາດຈະປັດຄວາມຮັບຜິດຊອບ ຫຼື ປະຕິເສດວຽກຢູ່ເລື້ອຍໆ.
  • ເຮົາເຮັດວຽກນີ້ມາຈັກປີແລ້ວ?: ການເວົ້າດູຖູກຜູ້ອື່ນເມື່ອຜູ້ອື່ນເຮັດວຽກຜິດພາດ ຫຼື ປະສົບຄວາມລົ້ມເຫຼວເປັນສິ່ງທີ່ເຮັດໃຫ້ຄົນຟັງຮູ້ສຶກໝົດກຳລັງໃຈ ແລະ ສູນເສຍຄວາມເຊື່ອໝັ້ນ ເພາະອາດຈະເປັນຄັ້ງທຳອິດທີ່ເພື່ອນຮ່ວມງານຂອງເຮົາເຮັດວຽກຜິດພາດ, ແຕ່ບໍ່ໄດ້ໝາຍຄວາມວ່າທີ່ຜ່ານມາເຂົາເຈົ້າມັກຈະເຮັດວຽກງານທີ່ດ້ອຍສະເໝີໄປ; ການໃຊ້ຄຳເວົ້າທີ່ບັ່ນທອນຈິດໃຈເປັນສິ່ງທີ່ເຮັດໃຫ້ເຮົາເປັນເພື່ອນຮ່ວມງານທີ່ບໍ່ດີ ເພາະເຮົາກຳລັງຊ້ຳເຕີມເຂົາເຈົ້າເມື່ອເຂົາເຈົ້າເຮັດວຽກຜິດພາດ ແລະ ເມື່ອເຖິງເວລາທີ່ເຮົາຈະໄດ້ຮັບການເລື່ອນຕຳແໜ່ງກໍ່ແນ່ນອນວ່າເຂົາເຈົ້າຈະບໍ່ສະໜັບສະໜູນເຮົາຢ່າງແນ່ນອນ.
  • ຫາກທ່ານເຮັດບໍ່ໄດ້ເຮົາຈະເຮັດເອງກໍ່ໄດ້: ຄຳເວົ້າທີ່ມີລັກສະນະຕໍ່ວ່າ ແລະ ສຽດສີໄປໃນເວລາດຽວກັນ ບໍ່ພຽງຈະເຮັດໃຫ້ເພື່ອນຮ່ວມງານເສຍໃຈເທົ່ານັ້ນ, ແຕ່ມັນຍັງເຮັດໃຫ້ເຮົາຖືກເບິ່ງວ່າເປັນເພື່ອນຮ່ວມງານທີ່ບໍ່ດີ, ຫົວໜ້າຈະຮູ້ສຶກວ່າຄວາມສຳພັນລະຫວ່າງເຮົາກັບເພື່ອນຮ່ວມງານກຳລັງມີບັນຫາ ເຊິ່ງຫາກຫົວໜ້າຈະພິຈາລະນາໃຫ້ເຮົາໄດ້ເລື່ອນຕຳແໜ່ງໄປໃນລະດັບທີ່ສູງກວ່າກໍ່ຈະຍິ່ງເຮັດໃຫ້ຄວາມສຳພັນຍິ່ງດ້ອຍໄປອີກ ແລະ ໂອກາດທີ່ເຮົາຈະໄດ້ເລື່ອນຕຳແໜ່ງກໍ່ອາດຈະຫຼຸດໜ້ອຍໄປອີກ.

ໂອກາດທີ່ຈະເຮັດໃຫ້ເຮົາໄດ້ເລື່ອນຕຳແໜ່ງອາດມາເຖິງເຮົາແລ້ວ, ແຕ່ເປັນເຮົາເອງຕ່າງຫາກທີ່ເຮັດໃຫ້ໂອກາດນັ້ນຫຼຸດມືໄປ; ການໃຊ້ຄຳເວົ້າທີ່ບໍ່ເໝາະສົມ ຫຼື ທຳຮ້າຍຈິດໃຈຄົນອື່ນເປັນສິ່ງໜຶ່ງທີ່ຈະເຮັດໃຫ້ເຮົາພາດໂອກາດໄດ້ເລື່ອນຕຳແໜ່ງໄດ້ເຊັ່ນກັນ. ດັ່ງນັ້ນ, ການກຽມພ້ອມຈຶ່ງເປັນສິ່ງສຳຄັນເພື່ອໃຫ້ເຮົາເປັນເພື່ອນຮ່ວມງານທີ່ດີ, ເປັນທີ່ໄວ້ເນື້ອເຊື່ອໃຈກັບຜູ້ຮ່ວມງານທຸກຄົນ ແລະ ເພື່ອໃຫ້ເຂົາເຈົ້າຮູ້ສຶກວ່າເຂົາຕັດສິນໃຈບໍ່ຜິດທີ່ຈະສະໜັບສະໜູນເຮົາໃຫ້ໄດ້ເລື່ອນຕຳແໜ່ງ. ແຕ່ທັງນີ້ກໍບໍ່ໄດ້ໝາຍຄວາມວ່າການເວົ້າດີເວົ້າມວນປະຈົບປະແຈງ ໂດຍທີ່ຄວາມສາມາດບໍ່ມີ ຫລື ເຮັດວຽກບໍ່ໄດ້ຄຸນນະພາບ ຈະມີໂອກາດໄດ້ເລື່ອນຂັ້ນ ເລື່ອນຕຳແໜງ ຄວາມຮູ້ຄວາມສາມາດຕ້ອນມາພ້ອມກັບຄວາມດີ ແລະ ມີຈະລິຍະທຳ

ແຫຼ່ງຂໍ້ມູນ: soupsipupdate.com

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.