ຢ່າຫຼົງເຊື່ອ! ອຸປະກອນປະຢັດພະລັງງານໄຟຟ້າ ເປັນເລື່ອງຂີ້ຕົວະ

ແຈ້ງເຕືອນ ກ່ຽວກັບອຸປະກອນປະຢັດພະລັງງານໄຟຟ້າ ( Power Factor Saver )

ກົມມາດຕະຖານ ແລະ ວັດແທກ ຂໍແຈ້ງເຖິງພໍ່ແມ່ປະຊາຊົນ, ອໍານາດການປົກຄອງທຸກພາກສ່ວນຊາບວ່າ:

ໃນໄລຍະທີ່ຜ່ານມາມີກຸ່ມຄົນຈໍານວນຫນຶ່ງ ໄດ້ໂຄສະນາທາງຊື່ອອນລາຍວ່າມີເຄື່ອງທີ່ປະຢັດໄຟຟ້າ ( Power FactorSaver) ທີ່ສາມາດປະຢັດພະລັງງານໄຟຟ້າໄດ້ເຖິງ 50% ມາຈໍາຫນ່າຍຊຶ່ງເຮັດໃຫ້ປະຊາຊົນຈໍານວນຫນຶ່ງຫຼົງເຊື້ອ ແລະ ຊື້ ເຄື່ອງດັ່ງກ່າວມາຊົມໃຊ້.

ອີງຕາມການແຈ້ງຂອງຜູ້ຊົມໃຊ້ເຄື່ອງດັ່ງກ່າວທາງກົມຈຶ່ງນໍາເອົາເຄື່ອງມາສຶກສາ ແລະ ທົດລອງນໍາໃຊ້ຕົວຈິງເຫັນວ່າເຄື່ອງບໍ່ສາມາດປະຢັດພະລັງງານໄຟຟ້າຕາມທີ່ໂຄສະນາ ແຕ່ກົງກັນຂ້າມອຸປະກອນດັ່ງກ່າວຍັງ ເຮັດໃຫ້ຜູ້ຊົມໃຊ້ເສຍຄ່າໄຟຟ້າເພີ່ມຂຶ້ນຕື່ມອີກ.

ດັ່ງນັ້ນ, ກົມມາດຕະຖານ ແລະ ວັດແທກ ຈຶ່ງຂໍແຈ້ງມາຍັງພໍ່ແມ່ປະຊາຊົນ ແລະ ອໍານາດການປົກຄອງທຸກ ພາກສ່ວນຈົ່ງມີສະຕິບໍ່ໃຫ້ຊົມໃຊ້ ແລະ ຈໍາຫນ່າຍອຸປະກອນເຄື່ອງດັ່ງກ່າວ.

ແຫຼ່ງຂໍ້ມູນ: ກົມມາດຕະຖານ ແລະ ວັດແທກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...