ສໍາເລັດໄປດ້ວຍດີ ຄາຣາວານສົ່ງເສີມແຫຼງທ່ອງທ່ຽວທໍາມະຊາດ

ຄາຣາວານສົ່ງເສີມແຫຼງທ່ອງທ່ຽວ ທີ່ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ຮ່ວມກັບອົງການປົກຄອງເມືອງໄຊທານີ ໄດ້ຈັດຂຶ້ນໃນວັນທີ 23 ສິງຫາ 2019 ໄດ້ສໍາເລັດໄປດ້ວຍດີ.

ຈຸດປະສົງການຈັດຄາຣາວານລົດຄັ້ງນີ້ເພື່ອເປັນການສ້າງຂະບວນການຄໍານັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນຂອງເມືອງ ແລະ ພະ ແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ເປັນການສົ່ງເສີມການທ່ອງທ່ຽວລາວກໍຄືນະຄອນຫຼວງວຽງຈັນທ່ອງທ່ຽວນະຄອນຫຼວງວຽງຈັນ ແລະ ທັງເປັນການລະນຶກເຖິງວັນຍຶດອໍານາດ 23 ສິງຫາ ຄົບຮອບ 44 ປີ.

ນອກນັ້ນເພື່ອເປັນການຊອກຫາແຫຼງທ່ອງທ່ຽວພາຍໃນເມືອງໄຊທານີໃຫ້ມີລັກສະນະຍືນຍົງ ທັງເປັນການໂຄສະນາສົ່ງເສີມການທ່ອງ ທ່ຽວຂອງເມືອງໄຊທານີກໍຄືນະຄອນຫຼວງວຽງຈັນ ແນໃສ່ເປັນການຕ້ອນຮັບປີທ່ອງທ່ຽວລາວ-ຈີນ 2019 ນອກນີ້ເພື່ອສົ່ງເສີມການທ່ອງທ່ຽວພາຍໃນ ໂດຍການທ່ຽວຊົມບັນດາແຫຼງທ່ອງທ່ຽວທໍາມະຊາດ ວັດທະນະທໍາ ພູຜາປ່າໄມ້ ວັດທະນະທໍາຂອງປະຊາຊົນບັນດາເຜົ່າ ແລະ ອື່ນໆ ເຊິ່ງການທ່ອງທ່ຽວຄັ້ງນີ້ມີລົດເຂົ້າຮ່ວມຄາຣາວານທັງໝົດ 100 ກວ່າຄັນ.

ກິດຈະກໍາເທື່ອນີ້ແມ່ນໄດ້ທ່ຽວຊົມສະຖານທີ່ທ່ອງທ່ຽວທໍາມະຊາດ ເຊິ່ງປະກອບມີ ສະຖານທ່ອງທ່ຽວທໍາມະຊາດ ຕາດພັກຊ່ອຍວອຍ ຕາດຊາຍຂາວ ແລະ ຕາດວັງຫຼວງ.

ເຂົ້າຮ່ວມນປິດຈະກໍາຄັ້ງນີ້ມີ ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ແລະ ທ່ານ ຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ມີບັນດາພະແນກການ ຂະແໜງການກ່ຽວຂ້ອງອ້ອມຂ້າງນະຄອນຫຼວງວຽງຈັນເຂົ້າຮ່ວມເກືອບ 600 ຄົນ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...