ເຢຍລະມັນ ຊ່ວຍ 4 ລ້ານເອີໂຣ ພັດທະນາອະຊີວະສຶກສາ

ລັດຖະບານ ສ ເຢຍລະມັນ ປະກອບສ່ວນ 4 ລ້ານເອີໂຣ 38 ຕື້ກວ່າກີບ ເພື່ອຈັດຕັ້ງປະ ຕິບັດ ໂຄງການພັດທະນາ ອະຊີວະສຶກສາ ສປປ ລາວ ໄລຍະທີ 2 (VELA) ໂດຍການສະຫນັບສະຫນູນ ຍົກລະດັບຄວາມສາມາດ ແລະ ໂຄງຮ່າງການຈັດຕັ້ງ ຂອງບັນດາວິທະຍາໄລເຕັກນິກ-ວິຊາຊີບ ໃຫ້ກາຍເປັນວິທະ ຍາໄລຕົວແບບຄວບຄູ່ ແລະ ມີຄວາມສອດຄ່ອງຫລາຍຂຶ້ນ, ທັງສາມາດຕອບສະໜອງຄວາມຕ້ອງ ການຂອງຕະຫລາດ ແຮງງານລາວໄດ້ໄວກວ່າເກົ່າ.

ພ້ອມນັ້ນ ຕ້ອງປັບປຸງ ຄຸນນະພາບ ດ້ານການບໍລິການ ບັນດາວິທະຍາໄລດັ່ງກ່າວ ໃຫ້ກາຍເປັນຕົວແບບ ແກ່ໂຮງຮຽນວິຊາຊີບໃນແຂວງອື່ນໆ ເຊິ່ງໂຄງ ການນິີ້ ໄດ້ເລີ່ມມາແຕ່ຕົ້ນປີ 2019 ຈົນຮອດ ຕົ້ນປີ 2022.

ການລົງນາມອະນຸມັດທຶນຊ່ວຍເຫລືອ ຄັ້ງນີ້ ໄດ້ມີຂຶ້ນໃນວັນທີ 23 ສິງຫາ 2019 ທີ່ໂຮງແຮມ ຄຣາວພາຊາ ນະຄອນຫລວງວຽງຈັນ ລະຫວ່າງທ່ານ ໜູພັນ ອຸດສາ ຫົວໜ້າກົມອະຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ກັບທ່ານ ເລັກແຊນເດີ ມົນເດີນ ຫົວຫນ້າໂຄງການ  VELA ອົງການຮ່ວມມືເຢຍລະມັນ, ໂດຍການເຂົ້າຮ່ວມ ເປັນສັກຂີພິຍານຂອງທ່ານ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີກະ ຊວງແຜນການ ແລະ ການລົງທຶນ, ທ່ານ ເຢນ ລຸດເຄນແຮມ ເອກອັກຄະລັດ ຖະທູດເຢຍລະມັນ ປະຈຳ ສປປ ລາວ ແລະ ມີບັນດາ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ນັບແຕ່ປີ 2014 ເປັນຕົ້ນມາ ໂຄງການ VELA ໄດ້ໃຫ້ການສະໜັບສະໜູນ ວິທະຍາໄລອະຊີວະສຶກສາ ຈຳນວນ 6 ແຫ່ງ ແລະ ບໍລິສັດ ຄູ່ຮ່ວມງານຈຳນວນ 50 ແຫ່ງ ຢູ່ແຂວງຈຳປາສັກ, ຫລວງພະບາງ, ຄຳມ່ວນ,ແຂວງວຽງຈັນ ແລະ ນະຄອນຫລວງວຽງຈັນ ເຊິ່ງໄດ້ພັດທະນາ ແລະ ໄດ້ທົດລອງຈັດຕັ້ງປະຕິບັດ ຫລັກສູດ ອະຊີວະສຶກສາ ແບບຄວບຄູ່ ໃນ 3 ສາຂາ ຄື:

ກະສິກຳ, ບໍລິການອາຫານ/ເຄື່ອງດື່ມ ແລະ ປຸງແຕ່ງອາຫານແບບມືອາຊີບ ແລະ ຊ່າງສ້ອມແປງລົດຍົນ.

 ຂ່າວ: ມະນີທອນ-ພາບ:ເກດ ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...