ວາງສີລາລຶກກໍ່ສ້າງໂຄງລ່າງພື້ນຖານ ຮ່ວມມືຊອກຄົ້ນ ສຳຫຼວດ-ຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ຢູ່ແຂວງໄຊສົມບູນ

ພິທີວາງສີລາລຶກເປີດການກໍ່ສ້າງໂຄງລ່າງພື້ນຖານ ທີ່ຕິດພັນກັບໂຄງການຮ່ວມມືຊອກຄົ້ນ, ສຳຫຼວດ-ຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ຢູ່ເຂດບ້ານນາຕີ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ລະຫວ່າງ ບໍລິສັດໂຈ້ບຸນມີ ພັດທະນາແຮ່ທາດ ຈຳກັດຜູ້ດຽວ ກັບກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນທີ່ສະໂມສອນເມືອງອະນຸວົງ ໂດຍ ການເຂົ້າ ຮ່ວມຂອງທ່ານ ພົຕ ຄຳລຽງ ອຸທະໄກສອນ, ເຈົ້າແຂວງໄຊສົມບູນ, ມີທ່ານ ພົຕ ອ່ອນສີ ແສນສຸກ, ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ ແລະ ທ່ານ ນາງ ບຸນມີ ບັງອອນແສງເດດ, ປະທານບໍລິສັດ ໂຈ້ບຸນມີກຣຸບ ຈຳກັດ ແລະ ພາກສ່ວນຕ່າງໆ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ພົ.ວ ຄຳມີ ຫຼ້າບຸນທັນ, ຫົວໜ້າກົມເສດຖະກິດ ໄດ້ລາຍງານໂດຍຫຍໍ້ກ່ຽວກັບໂຄງການ ດັ່ງກ່າວ.

ໂດຍເລີ່ມແຕ່ເດືອນທັນວາ 2017 ເປັນຕົ້ນມາ ບໍລິສັດໂຈ້ບຸນມີ ກຣຸບ ຈຳກັດ ໄດ້ຮ່ວມກັບກົມເສດຖະກິດ-ກະຊວງປ້ອງກັນປະເທດ ໄດ້ດຳເນີນການດ້ານເອກະສານທີ່ກ່ຽວຂ້ອງ-ຖືກຕ້ອງຕາມລະບຽບຫຼັກການ ພ້ອມກັນນັ້ນ ທາງບໍລິ ສັດກໍໄດ້ບຸກເບີກສຳຫຼວດແຮ່ທາດເບື້ອງຕົ້ນ, ສຶກສາເກັບກຳຂໍ້ມູນຈຸດປະກົດຂອງແຮ່ທາດຄຳ ແລະ ແຮ່ຕິດພັນອື່ນໆ ຊຶ່ງໄດ້ ນຳເອົາບັນດາຂໍ້ມູນທີ່ກ່ຽວຂ້ອງກັບແຮ່ທາດ ແລະ ແຮ່ທາດຕົວຢ່າງ ເຂົ້າວິໄຈທາງດ້ານວິຊາການຢູ່ພາຍໃນ ແລະ ສົ່ງໄປວິໄຈ ຢູ່ຕ່າງປະເທດຕື່ມອີກ.

ພ້ອມນີ້ ອຳນາດການປົກຄອງທ້ອງຖິ່ນ, ເຈົ້າໜ້າທີ່ກ່ຽວຂ້ອງຂອງເມືອງລ້ອງແຈ້ງ ແຂວງໄຊສົມບູນ ກໍໃຫ້ການຮ່ວມມືເປັນຢ່າງດີ ບວກກັບທິດຊີ້ນຳຈາກກະຊວງ ກໍຄືອົງການກ່ຽວຂ້ອງຢູ່ສູນກາງ ຢ່າງເປັນປົກກະຕິ ບໍລິສັດ ໂຈ້ບຸນມີ ກຣຸບ ຈຳກັດ ຈຶ່ງກ້າວມາເຖິງຂັ້ນໄດ້ຮັບອະນຸຍາດເຊັນສັນຍາ ກັບກະຊວງປ້ອງກັນປະເທດ ໃນນາມຄູ່ຮ່ວມມືພັດ ທະນາໂຄງການ ແລະ ເຊັນສັນຍາ ຢ່າງເປັນທາງການ ກັບລັດຖະບານ ວ່າດ້ວຍການສຳຫຼວດຊອກຄົ້ນແຮ່ຄຳ ແລະ ແຮ່ຕິດ ພັນໃນເນື້ອທີ່ 234,6 ກິໂລຕາແມັດ ໂດຍຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ພາຍລັງໄດ້ເລີ່ມລົງ ມືພັດທະນາໂຄງການສຳຫຼວດ-ຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳແລ້ວ ບໍລິສັດໄດ້ມີນະໂຍບາຍຮັບຮອງ ຕໍ່ການຂະຫຍາຍຕົວທາງ ດ້ານເສດຖະກິດ-ສັງຄົມ, ດ້ານການສຶກສາ ແລະ ສາທາລະນະສຸກ ເພື່ອຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນໃນເຂດນີ້ ໃຫ້ດີຂຶ້ນຕາມສັນຍາຂອງລັດຖະບານ ໂດຍຈະສ້າງໂຮງຮຽນຊັ້ນປະຖົມ-ມັດທະຍົມສົມບູນ ເພື່ອຍົກລະດັບວັດທະນະທຳ ແລະ ຄວາມຮູ້ ຂອງລູກຫຼານປະຊາຊົນ ພ້ອມທັງສ້າງໂຮງໝໍ, ສຸກສາລາ ເພື່ອປິ່ນປົວເບິ່ງແຍງສຸຂະພາບ ຂອງປະຊາຊົນ, ສ້າງຕະຫຼາດໃຫ້ແກ່ບ້ານ ເພື່ອທຳການຊື້-ຂາຍ, ແລກປ່ຽນສິນຄ້າພື້ນບ້ານ, ສິນຄ້າທ້ອງຖິ່ນ, ເຄື່ອງປ່າຂອງດົງ ແລະ ສິນຄ້າການກະເສດ, ສ້າງວຽກເຮັດງານທຳ, ສ້າງລາຍຮັບໃຫ້ແກ່ປະຊາຊົນໃຫ້ດີຂຶ້ນ ເທື່ອລະກ້າວ.

ທັງປັບປຸງ ແລະ ກໍ່ສ້າງ ຖະໜົນຫົນທາງໃນໝູ່ບ້ານ ໃຫ້ໄປມາຫາສູ່ກັນຢ່າງເປັນປົກກະຕິ. ສິ່ງດັ່ງກ່າວ ມັນໄດ້ກາຍເປັນບາດກ້າວທີ່ສຳຄັນ ໃນການ ພັດທະນາເສດຖະກິດ-ສັງຄົມ ຂອງແຂວງໄຊສົມບູນ ໃຫ້ເຕີບໃຫຍ່ຂະຫຍາຍຕົວດີຂຶ້ນເລື້ອຍໆ.

ຂະນະດຽວກັນ ທ່ານຮອງ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານເຈົ້າແຂວງໄຊສົມບູນ ພ້ອມດ້ວຍບໍລິສັດ ແລະ ແຂກຖືກເຊີນ ໄດ້ຂຶ້ນຕັດແຖບ ຜ້າ-ວາງສີລາລຶກໂຄງການ ດັ່ງກ່າວ ຢ່າງເປັນທາງການ.

ຈາກນັ້ນກໍໄດ້ຮັບຊົມການສະແດງສິລະປະ-ວັນນະດີ ບັນດາບົດ ຟ້ອນ ແລະ ບົດເພງ ຈາກໜ່ວຍສິລະປະສູນວັດທະນະທຳເດັກ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ໜ່ວຍສິລະປະ ຈາກກອງບັນຊາການທະຫານ ແຂວງ ຊຶ່ງເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະ ມີຄວາມໝາຍ-ຄວາມສຳຄັນ.

ພາບ-ຂ່າວ: ຈິນລະວອນ ວໍລະສົມບູນ, Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...