Sunday, February 16, 2025

ສະພາບນໍ້າຖ້ວມ ຢູ່ເມືອງຈຳພອນຍັງໜ້າເປັນຫ່ວງ

ສະພາບນໍ້າຖ້ວມຢູ່ເມືອງຈຳພອນແຂວງສະຫວັນນະເຂດຍັງໜ້າເປັນຫ່ວງ, ນໍ້າຍັງສືບຕໍ່ຍື່ງຂຶ້ນ, ເຂດເທສະບານເມືອງລະດັບນໍ້າທຽບໃສ່ເວລາຫົວຄໍ່າວານນີ້ເພີ່ມຂຶ້ນບໍ່ໜ້ອຍກວ່າ10 ຊັງຕີແມັດ, ປະຊາຊົນສືບຕໍ່ຍົກຍ້າຍອອກຈາກເຮືອນຂອງເຂົາເຈົ້າທີ່ຖືກນໍ້າຖ້ວມຂຶ້ນໄປຢູ່ບ່ອນສູງ, ທັງບ່ອນທີ່ທາງອໍານາດການປົກຄອງຈັດໃຫ້ແລະນໍາເຮືອນພີ່ນ້ອງທີ່ຢູ່ເຂດໃກ້ຄຽງ.

ຕາມການໃຫ້ສຳພາດຂອງທ່ານຄຳລຸຍ ຍາດຕິວົງ ເຈົ້າເມືອງຈຳພອນໃນມື້ວານນີ້ຮູ້ວ່າ:

ເມືອງຈຳພອນ ຖືກນໍ້າຖ້ວມບ້ານ17 ບ້ານ, ຖືກ, ມີ12 ບ້ານເສັ້ນທາງເຂົ້າບ້ານທຽວບໍ່ໄດ້, ຖ້ວມທົ່ງນາຢູ່ເກືອບ50 ບ້ານ. ເນື້ອທີ່ນາເສຍຫາຍ. ຍັງປະເມີນມູນຄ່າບໍ່ໄດ້. ວຽກຮີບດ່ວນຍັງແມ່ນການຊ່ວຍເຫລືອຍົກຍ້າຍປະຊາຊົນອອກຈາກເຂດນໍ້າຖ້ວມໄປຢູ່ບ່ອນປອດໄພ.

ຄວາມຕ້ອງການການຊ່ວຍເຫລືືອສຸກເສີນນີ້ຍັງແມ່ນປະເພດອາຫານແຫ້ງທີ່ພ້ອມກິນໄດ້ເລີຍ, ລວມເຖິງເຂົ້າ, ນໍ້າ, ສິ່ງຂອງເຄື່ອງໃຊ້ຈຳເປັນອື່ນໆ ພ້ອມທັງເຮືອ ( ຖ້າເປັນເຮືອຈັກຕ້ອງການພ້ອມຄົນຂັບ) ແລະອື່ນໆ.

ສຳລັບມື້ນີ້, ແຕ່ເຊົ້າເລີ່ມແຕ່6 ໂມງ, ທີ່ບ່ອນຂົນເຄື່ອງບ້ານແກ້ງກອກທົ່ງ, ປະຊາຊົນທະຍອຍຂົນເຄື່ອງຕົນເອງຂຶ້ນໄປຢູ່ບ່ອນປອດໄພ. ຄອບຄົວລຸງ ຄຳຜວນຟອງສີຫາລາດ ໄວ 70 ປີ ບ້ານແກ້ງກອກເໜືອເຊິ່ງມີສະມາຊິກຄອບຄົວ 7 ຄົນ ກໍ່ແມ່ນອີກຄອບຄົວທິ່ເຮືອນຖືກນໍ້າຖ້ວມພວມຂົນເຄື່ອງຍ້າຍໄປຢູ່ເຮືອນອີກຫລັງໜຶ່ງທີ່ບ້ານນາຄູຕັ້ງຢູ່ຫ່າງຈາກເຂດນໍ້າຖ້ວມເກືອບ10 ກິໂລແມັດ.

ຄອບຄົວລຸງຄຳຜວນ ຖືວ່າໄດ້ມີການຂົນເຄື່ອງຂອງອອກເຮືອນແຕ່ຫົວທີ, ແຕ່ກໍ່ຍັງມີເຄື່ອງຈໍານວນຫລາຍທີ່ຂົນອອກບໍ່ທັນຍ້ອນນໍ້າມາໄວສົມຄວນແລະຜ່ານມາກໍ່ບໍ່ມີປະສົບການຊີວິດໃນການໜີໃນການຫລົບໜີນໍ້າຖ້ວມ.

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.