Saturday, January 25, 2025

ໄຂກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ປະຊາຊົນປະຕິວັດລາວ ມະຫາວິທະຍາໄລແຫ່ງຊາດ ຄັ້ງທີ V

ທີ່ສະໂມສອນຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ມະຫາວິທະຍາໄລແຫ່ງຊາດ ໄດ້ໄຂກອງປະຊຸມໃຫຍ່ຄັ້ງທີ V ຂຶ້ນ ເພື່ອຜ່ານຮ່າງບົດລາຍງານການເມືອງ 5 ປີ ຄັ້ງທີ IV (2014-2019) ແລະ ຜ່ານແຜນຍຸດທະສາດການເມືອງ 5 ປີ ຄັ້ງທີ V (2019-2024).

ພ້ອມປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານຊຸດໃໝ່ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ປອ ສຳ ລານ ພັນຄະວົງ ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ຄະນະພັກກະຊວງ ເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ກະຊວງສຶກສາທິການ ແລະ ກິລາ ສະຫາຍ ສຈ ປອ ສົມສີ ຍໍພັນໄຊ ຄະນະປະຈຳພັກກະຊວງ ເລຂາຄະນະພັກ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ ສະຫາຍ ພຽງສະນິດ ຈັນທະວີໄຊ ຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ກະຊວງສຶກສາທິການ ແລະ ກິລາ ເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ມະຫາວິທະຍາໄລແຫ່ງຊາດ ມີຕາງໜ້າ 2 ອົງການຈັດຕັ້ງພາຄີ ແຂກຖືກເຊີນ ແລະ ສະມະຊິກເຂົ້າຮ່ວມ 400 ກວ່າສະຫາຍ.

ແຫຼ່ງຂໍ້ມູນ: ຂ່າວ: ຫຼ້າ ສາຍນໍ້າພຽງ ສູນໂຄສະນາຂ່າວສານ ການສຶກສາ ແລະ ກິລາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ