10 ທະນາຄານເຂົ້າຮ່ວມໂຄງການເງິນກູ້ ເພື່ອສົ່ງເສີມ SMEs

ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ເຊັນບົດ ບັນທຶກຄວາມເຂົ້າໃຈ ລະຫວ່າງ ກົມບໍລິການທະນາຄານ ທຫລ ກັບ 10 ທະນາຄານ ທີ່ມີເງື່ອນໄຂຄົບຖ້ວນທີ່ເຂົ້າ ຮ່ວມໂຄງການເງິນກູ້ຈາກທະນາຄານພັດທະນາແຫ່ງ ຊາດຈີນ (CDB) ບ້ວງ 300 ລ້ານໂດລາສະຫະລັດ ເພື່ອສົ່ງ ເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ຊຶ່ງຈັດຂຶ້ນໃນວັນທີ 13 ກັນຍາ 2019 ທີ່ ທຫລ ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມເປັນສັກ ຂີພິຍານຂອງ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທຫລ, ພ້ອມນີ້ ກໍ່ມີຄະນະນຳຂອງກົມພາຍໃນ-ພາຍນອກ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການເຂົ້າຮ່ວມໂຄງການເງິນກູ້ຈາກ CDB ບ້ວງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມ SMEs ກໍ່ເພື່ອ ເປັນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດເປົ້າໝາຍພັດທະນາແບບຍືນຍົງຂອງລັດຖະບານ ກໍ່ຄື ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃຫ້ເຕີບ ໃຫຍ່ເຂັ້ມແຂງ ດ້ວຍການສົ່ງເສີມການການພັດທະນາ SMEs ທີ່ຂະແໜງການທະນາຄານ ໄດ້ຮັບມອບໝາຍ ຈາກລັດຖະບານໃນການຮັບເອົາເງິນກູ້ຈາກ CDB ຊຶ່ງບັນດາທະນາຄານທຸລະກິດ ຕ້ອງມີຄົບບາງເງື່ອນໄຂ ເປັນຕົ້ນ ອັດຕາສ່ວນໜີ້ ຕ້ອງຮັບທວງຍາກຕໍ່ສິນເຊື່ອ ທັງໝົດ ຕ້ອງຕ່ຳກ່ວາ 5% ; ອັດຕາສ່ວນພຽງພໍຂອງທຶນ ຕ້ອງສູງກ່ວາ 8% ແລະຜົນຕອບແທນຕໍ່ທຶນ ຕ້ອງບໍ່ ຕ່ຳກວາ 10%.

ຜ່ານການພິຈາລະນາ ແລະຄົ້ນຄ້ວາເຫັນວ່າມີ 16 ທະນາຄານທຸລະກິດທີ່ມີເງື່ອນໄຂຄົບຖ້ວນສະໝັກເຂົ້າໂຄງການດັ່ງກ່າວ ແລະໃນຕົວຈິງມີພຽງແຕ່ 10 ທະນາຄານ ເທົ່ານັ້ນ ທີ່ແຈ້ງເຈດຈຳນົງເຂົ້າຮ່ວມໂຄງການ ຊຶ່ງຕາງໜ້າ ທຫລ ໃນການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ໂດຍແມ່ນທ່ານ ຄຳແກ້ວ ວີິສີສົມບັດ ວ່າການຫົວໜ້າກົມ ບໍລິການທະນາຄານ ແລະຕາງໜ້າບັນດາທະນາຄານ ທຸລະກິດ ມີຄະນະອຳນວຍການທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ, ທະນາຄານພັດທະນາ ລາວ, ທະນາຄານ ສົ່ງເສີມກະສິກຳ, ທະນາຄານ ມາຣູຮານ ເຈແປນລາວ ຈຳກັດ, ທະນາຄານຮ່ວມ ພັດທະນາ, ທະນາຄານ ລາວ-ຈີນ ຈຳກັດ, ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ, ທະນາຄານເອັສທີຈຳກັດ, ທະນາຄານຫຸ້ນສ່ວນການຄ້າທະຫານ ສາຂາລາວ ແລະທະນາຄານ ໄຊງ່ອນເທືອງຕິນລາວ ຈຳກັດ.

ສຳລັບເງິນກູ້ບ້ວງ 300 ລ້ານໂດລາສະຫະລັດ ເພື່ອ ສົ່ງເສີມ SMEs ໃນ ສປປ ລາວ ນັ້ນ ໄດ້ອອກເປັນ 3 ງວດ, ງວດລະ 100 ລ້ານໂດລາສະຫະລັດ ແລະໃນວັນທີ 9 ກໍລະກົດ 2019 ທຫລ ໄດ້ເຊັນສັນຍາເງິນກູ້ງວດທີ 1 ຈຳ ນວນ 100 ລ້ານໂດລາສະຫະລັດ, ໄລຍະກູ້ຢືມ 5 ປີ; ໃນນັ້ນ, ປອດໜີ້ຕົ້ນທຶນ 3 ປີ ດ້ວຍເງືຶ່ອນໄຂທີ່ ທຫລ ບໍລິ ຫານ ແລະຄຸ້ມຄອງໃນຮູບແບບປ່ອຍຜ່ານທະນາ ຄານທຸລະກິດ ທີ່ມີຄວາມເຂັ້ມແຂງ ແລະທະນາຄານ ທຸລະກິດລັດ ຈຳນວນໜຶ່ງຕາມການໝາຍຂອງ ທຫລ ເພື່ອປ່ອຍກູ້ຕໍ່ໃຫ້ SMEs ໃນ ສປປ ລາວ.

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...