ສາກົນ ຊ່ວຍເຫຼືອຟື້ນຟູໄພພິບັດຢູ່ເມືອງສະໜາມໄຊ 200 ກວ່າຕື້ກີບ

ກອງ​ປະ­ຊຸມ​ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ການ​ປະ​ເມີນ​ການ​ຊ່ວຍ­ເຫຼືອ​ຈາກ​ສາ­ກົນ ເພື່ອ​ຟື້ນ​ຟູ​ໄພ­ພິ­ບັດ​ຢູ່​ເມືອງ​ສະໜາມ​ໄຊ ແຂວງ​ອັດ​ຕະ​ປື ຈັດ​ຂຶ້ນທີ່​ກະ­ຊວງ​ການ​ຕ່າງ­ປະ­ເທດ ເປັນ​ປະ­ທານ​ຂອງ​ທ່ານ​ນາງ ຄຳ​ເພົາ ເອີນ​ທະ​ວັນ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ ມີ​ຮອງ​ລັດ­ຖະ­ມົນ­ຕີ​ຈາກ​ກະ­ຊວງ ຜູ້­ຕາງ­ໜ້າ​ອົງ​ການ­ຈັດ­ຕັ້ງ​ສາ­ກົນ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ​ໄດ້​ຮັບ​ຟັງ​ລາຍ​ງານ​ຈາກ​ພາກ­ສ່ວນ​ຕ່າງໆ​ຂອງ​ລັດ ກ່ຽວ​ກັບ​ສະ­ພາບ​ຄວາມ​ຄືບ​ໜ້າ​ໃນ​ການ​ແກ້​ໄຂ ແລະ ຟື້ນ​ຟູ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ເຫດ­ການ​ໄພ­ພິ­ບັດ​ໃນ 1 ປີ­ຜ່ານ­ມາ​ຢູ່​ເມືອງ​ສະ­ໜາມ​ໄຊ ໂດຍ​ສະ­ເພາະ​ການ​ຟື້ນ​ຟູ​ສະ­ພາບ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ ກໍ​ຄື​ການ​ກໍ່­ສ້າງ ແລະ ສ້ອມ­ແປງ​ພື້ນ­ຖານ​ໂຄງ​ລ່າງ​ຕ່າງໆ​ໃນ​ເຂດ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ ມາ​ຮອດ​ປັດ­ຈຸ­ບັນ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ພື້ນ­ຖານ ປະ­ຊາ­ຊົນ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ທັງ​ໝົດ​ໄດ້​ຍົກ­ຍ້າຍ​ເຂົ້າ​ພັກ​ເຊົາ​ຢູ່​ເຮືອນ​ພັກ­ຊົ່ວ­ຄາວ​ທີ່​ທາງ​ການ​ຈັດ​ສັນ​ໃຫ້ ໄດ້​ຮັບ​ການ​ສະ­ໜອງ​ເຂົ້າ​ກິນ ເງິນ​ອຸດ​ໜູນ ການ​ບໍ­ລິ­ການ​ດ້ານ​ສາ­ທາ­ລະ­ນະ​ສຸກ ແລະ ອື່ນໆ ສຳ­ລັບ​ວຽກ​ງານ​ຈຸດ​ສຸມ​ໃນ​ສະ­ເພາະ​ໜ້າ​ຈະ​ສືບ­ຕໍ່​ການ​ສ້າງ​ເຮືອນ​ຢູ່​ຖາ­ວອນ ຟື້ນ​ຟູ​ພື້ນ­ຖານ​ໂຄງ​ລ່າງ ແລະ ພື້ນ­ຖານ​ການ​ຜະ­ລິດ​ເພື່ອ​ຊຸກ­ຍູ້​ປະ­ຊາ­ຊົນ​ຫັນ​ເຂົ້າ​ສູ່​ການ​ຜະ­ລິດ​ໂດຍ​ໄວ ແນ­ໃສ່​ເລັ່ງ​ລັດ​ປົວ­ແປງ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ໃຫ້​ເຂົ້າ​ສູ່​ສະ­ພາບ​ປົກ­ກະ­ຕິ.

ພ້ອມ​ນັ້ນ ຍັງ​ໄດ້​ຮັບ​ຟັງ​ລາຍ​ງານ​ສະ­ພາບ​ການ​ຊ່ວຍ­ເຫຼືອ​ຈາກ​ສາ­ກົນ ເຊິ່ງ​ເລີ່ມ​ຫຼັງ​ຈາກ​ເກີດ​ເຫດ​ໄພ­ພິ­ບັດ​ຈົນ​ຮອດ​ປັດ­ຈຸ­ບັນ ໂດຍ​ສະ­ເພາະ​ການ​ຊ່ວຍ­ເຫຼືອ​ຈາກ​ບັນ­ດາ​ປະ­ເທດ​ເພື່ອນ​ມິດ​ຕ່າງໆ ອົງ​ການ­ຈັດ­ຕັ້ງ​ສາ­ກົນ​ຈາກ​ຄົນ​ເຊື້ອ​ຊາດ​ລາວ​ທີ່­ຢູ່​ຕ່າງ­ປະ­ເທດ​ຈາກ​ພາກ​ເອ­ກະ​ຊົນ ແລະ ສັງ­ຄົມ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ໄດ້​ປະ­ກອບ­ສ່ວນ​ອັນ​ສຳ­ຄັນ ແລະ ມີ​ຄຸນ­ຄ່າເຂົ້າ​ໃນ​ການ​ຟຶ້ນ​ຟູ​ສະ­ພາບ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຢູ່​ເມືອງ​ສະ­ໜາມ​ໄຊ ມາ​ຮອດ​ປັດ­ຈຸ­ບັນ ການ​ຊ່ວຍ­ເຫຼືອ​ຈາກ​ສາ­ກົນ ເຊິ່ງ​ແຈ້ງ​ຜ່ານ​ກະ­ຊວງ​ການ​ຕ່າງ­ປະ­ເທດ​ຈາກ​ບັນ­ດາ​ປະ­ເທດ​ເພື່ອນ​ມິດ 54 ປະ­ເທດ ອົງ­ການ ສປຊ ແລະ ອົງ­ການ​ເຄືອ​ຄ່າຍ ສປຊ 12 ອົງ­ການ ອົງ​ການ­ຈັດ­ຕັ້ງ​ສາ­ກົນ​ລະ ຫວ່າງ​ລັດ­ຖະ­ບານ 28 ອົງ­ການ ອົງ​ການ­ຈັດ­ຕັ້ງ​ສາ­ກົນ​ທີ່​ບໍ່​ສັງ­ກັດ​ລັດ­ຖະ­ບານ ແລະ ມູນ​ນິ­ທິ 38 ອົງ­ການ ຈາກ​ຄົນ​ເຊື້ອ​ຊາດ​ລາວ​ທີ່​ອາ­ໄສ​ຢູ່​ຕ່າງ­ປະ­ເທດ 73 ພາກ­ສ່ວນ​ຈາກ​ພາກ​ເອ­ກະ​ຊົນ ແລະ ສັງ­ຄົມ ຈາກ​ຕ່າງ­ປະ­ເທດ 74 ພາກ­ສ່ວນ ມີ​ເຄື່ອງ​ຊ່ວຍ­ເຫຼືອ​ເປັນ​ມູນ​ຄ່າ ແລະ​ເງິນ ລວມ​ທັງ​ໝົດ 26 ລ້ານ​ກວ່າ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 228 ຕື້​ກີບ ໂດຍ​ມອບ​ໃຫ້​ຄະ­ນະ​ຄຸ້ມ​ຄອງ​ໄພ­ພິ­ບັດ​ແຫ່ງ​ຊາດ​ເປັນ​ຜູ້​ຈັດ​ຕັ້ງ​ປະ­ຕິ­ບັດ ນອກ​ນີ້ ພາກ­ສ່ວນ​ດັ່ງ­ກ່າວ​ຍັງ​ໄດ້​ສືບ­ຕໍ່​ໃຫ້­ການ​ເຫຼືອ​ໂດຍ​ກົງ​ໃຫ້​ແກ່​ບັນ­ດາ​ຂະ­ແໜງ­ການ​ກ່ຽວ­ຂ້ອງ​ເພື່ອ​ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ຟື້ນ​ຟູ​ທັງ​ໄລ­ຍະ​ສັ້ນ ກາງ ແລະ ໄລ­ຍະ​ຍາວ​ຕື່ມ​ອີກ.

ກອງ​ປະ­ຊຸມ​ຄັ້ງ​ນີ້ ໄດ້​ຕີ​ລາ­ຄາ​ສູງ​ຕໍ່​ການ​ຊ່ວຍ­ເຫຼືອ​ດັ່ງ­ກ່າວ ແລະ ສະ­ເໜີ​ໃຫ້​ສືບ­ຕໍ່​ຍາດ​ແຍ່ງ​ການ​ຊ່ວຍ­ເຫຼືອ​ຈາກ​ສາ­ກົນ​ສົມ­ທົບ​ກັບ​ງົບ­ປະ­ມານ​ຂອງ​ລັດ­ຖະ­ບານ ເພື່ອ​ຈັດ​ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ການ​ຟື້ນ​ຟູ​ໄພ­ພິ­ບັດ​ໃນ­ຕໍ່­ໜ້າ​ໃຫ້​ມີ​ຜົນ­ສຳ­ເລັດ​ຜົນ ແລະ ມີ​ປະ​ສິດ­ທິ​ຜົນ​ສູງ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...