Friday, April 18, 2025

ດ່ານພາສີສາກົນປາກຊັນ ເກັບລາຍຮັບບໍ່ໄດ້ຕາມແຜນ ຍ້ອນນຳເຂົ້າສິນຄ້າຫຼຸດລົງ

ດ່ານພາສີສາກົນປາກຊັນ ແຂວງບໍລິຄໍາໄຊ ເປັນອີກດ້ານຫນຶ່ງທີ່ມີການບໍລິການສິນຄ້າ ມີເສັ້ນທາງເຊື່ອມຕໍ່ລະ ຫວ່າງ ໄທ-ລາວ-ຫວຽດນາມ ຈຶ່ງ ກາຍເປັນປະຕູເສດຖະກິດ ການບໍລິການທາງຜ່ານ ອັນໄດ້ສ້າງເງື່ອນໄຂໃຫ້ແກ່ການຄ້າ ການລົງທຶນ ການທ່ອງທ່ຽວໃນປີຜ່ານມາມີບັນຍາກາດ ຟົດຟື້ນ ແລະ ເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ເກີນຄາດຫມາຍ ແຕ່ໃນປີ 2019 ດ່ານພາສີສາກົນປາກຊັນ ໂດຍສະເພາະ ການນໍາເຂົ້າປະເພດນ້ໍາມັນເຊື້ອໄຟ ພາຫະນະ ສິ້ນສ່ວນອາໄຫຼ່ ແກັສ ເຄື່ອງໃຊ້ໄຟ ຟ້າ ສິນຄ້າປະເພດອື່ນໆມີລັກສະນະຫຼຸດລົງ ເປັນສາເຫດຫຼັກ ເຮັດໃຫ້ດ່ານພາສີສາກົນປາຊັ້ນບໍ່ສາມາດປະຕິບັດລາຍຮັບໄດ້ຕາມແຜນການຕາມທີ່ໄດ້ຮັບມອບຫມາຍຄື 302 ຕື້ກີບ ເພາະໃນ 8 ເດືອນຜ່ານ ມາສາມາດປະຕິບັດໄດ້ພຽງແຕ່ 132 ຕື້ກວ່າກີບ ເທົ່າກັບ 43,81% ຂອງແຜນການປີ ແຕ່ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາເທົ່າກັບ 57,68% ຫຼຸດລົງ 42,32% ຖ້າຄິດເປັນເງິນປະມານ 97,2 ຕື້ກວ່າກີບ.

ທ່ານ ໄຊຊະນະ ວົງຊົມພູ ຮອງຫົວຫນ້າດ່ານພາສີສາກົນປາກຊັນກ່າວວ່າ ດ່ານພາສີສາກົນປາກຊັ້ນໄດ້ເນັ້ນໃສ່ຂອດການບໍລິການໃຫ້ມີຄວາມ ສະດວກວ່ອງໄວ ມີຄວາມໂປ່ງໃສ ແຕ່ສາເຫດຫຼັກທີ່ພາໃຫ້ເກັບລາຍຮັບບໍ່ໄດ້ຕາມແຜນແມ່ນມາຈາກການນໍາເຂົ້ານ້ໍາມັນເຊື້ອໄຟຫຼຸດລົງ ໂດຍ ສະເພາະໂຄງການກໍ່ສ້າງເຂື່ອນໄຟຟ້າງຽບ 1 ແລະ ໂຄງການຟູເບ້ຍມາຍນິງຫຼຸດລົງ ເຫັນໄດ້ໃນຕົວເລກ 8 ເດືອນປີ 2018 ການນໍາເຂົ້າມີທັງຫມົດ 51 ລ້ານກວ່າລິດ ຄ່າພາສີອາກອນ 106 ຕື້ກວ່າກີບ ສ່ວນ 8 ເດືອນປີ 2019 ການນໍາເຂົ້າ 43 ລ້ານກວ່າລິດ ຄ່າພາສີອາກອນ 90 ຕື້ກວ່າກີບ ພາຫະນະການນໍາເຂົ້າ ບໍລິສັດ ລາວທານີ 8 ເດືອນປີ 2018 ມີ 650 ຄັນ ຄ່າພາສີອາກອນ 97 ຕື້ກວ່າກີບ ສ່ວນ 8 ເດືອນປີ 2013 ນໍາເຂົ້າ ພຽງ 55 ຄັນ ຄາພາສີອາກອນ 11,7 ຕື້ກີບ ປະເພດເຄື່ອງໃຊ້ໄຟຟ້າ ໃນຂະນະທີ່ສິນຄ້ານໍາເຂົ້າເພື່ອສົ່ງອອກ (ເຄື່ອງດື່ມຊູກໍາລັງ) ຍ້າຍໄປນໍາເຂົ້າ ທີ່ດ່ານພາສີສາກົນຂົວມິດຕະພາບ III ແລະ ອື່ນໆແທນ.

ຂະນະທີ່ ທ່ານນາງ ວົງວິໄລ ລອດປານີ ຮອງຫົວຫນ້າດ່ານພາສີສາກົນປາກຊັ້ນໄດ້ໃຫ້ຮູ້ວ່າ ອີກສາເຫດເຮັດໃຫ້ການພາສີສາກົນປາຊັ້ນບໍ່ສາດປະຕິບັດລາຍຮັບໄດ້ຕາມ ແຜນການເນື່ອງຈາກວ່ານແຫ່ງນີ້ມີ 8 ຂະແຫນງການເຮັດວຽກຮ່ວມກັນ ບວກກັບຈຸດທີ່ຕັ້ງຂອງດ່ານຢູ່ເທສະບານແຂວງ ສະພາບການອໍານວຍ ຄວາມສະດວກຍັງຖືກຈໍາກັດ ໂດຍສະເພາະທ່າຜູ້ໂດຍ ສານກັບທ່າສິນຄ້າໃຊ້ບ່ອນດຽວກັນ ສະຖານທີ່ຄັບແຄບສ່ຽງເກີດອຸບັດເຫດ ການຂົນສົ່ງ ສິນຄ້າໃຊ້ເຮືອບັກໃຫຍ່ເປັນພາຫະນະ ການຂົນສົ່ງສິນຄ້າຜ່ານດ່ານໃຊ້ເວລາດົນ ເດີ່ນບໍລິເວນສາງຍັງຢູ່ໃນຂັ້ນຕອນປັງປຸງ ການບໍລິການຍັງບໍ່ທັນ ເຂົ້າສູ່ລະບົບສາກົນແບບ CIQ ແລະ ຍັງມີຫຼາຍຂະແຫນງການເຮັດວຽກຜ່ານຫຼາຍຂອດຂັ້ນ ການປະຕິບັດມູນຄ່າແຈ້ງຕາມຫຼັກການຊື້-ຂາຍຕົວຈິງ ພົບຄວາມຫຍຸ້ງຍາກ ການຊໍາລະສະສາງທາງດ້ານເອກະສານສໍາລັບການນໍາເຂົ້າສິນຄ້າເຄື່ອງຂອງໂຄງການທີ່ໄດ້ຮັບບຸລິມະສິດຍັງຊັກຊ້າບໍ່ທັນ ຕາມກໍານົດເວລາ.

ເຖິງແນວໃດກໍ່ຕາມໃນ 4 ເດືອນທ້າຍປີ 2019 ຄະນະດ່ານພາສີປາກຊັນໄດ້ວາງຕົວເລກແຜນສູ້ຊົນໃຫ້ໄດ້ 170 ຕື້ກີບ ດ້ວຍການສືບຕໍ່ປະສານ ສົມທົບກັບກອງກວດພາສີປະຈໍາແຂວງໃນການຄຸ້ມຄອງຕິດຕາມສິນຄ້ານໍາເຂົ້າເພື່ອສົ່ງອອກ ສິນຄ້າຜ່ານດ່ານສາກົນ ແລະ ສິນຄ້ານໍາໃຊ້ ໂຄງການລົງທຶນຕ່າງໆ ຕິດຕາມການປະຕິບັດຫນ້າທີ່ຂອງພະນັກງານເພື່ອຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ ເຂັ້ມງວດການປະຕິບັດ 10 ຂໍ້.

ຫ້າມເພີ່ມທະວີການຄຸ້ມຄອງກວດກາສິນຄ້າເຂົ້າ-ອອກດ່ານ ຄຸ້ມຄອງການເກັບລາຍຮັບເຂົ້າງົບປະມານໃຫ້ຖຶກຕ້ອງຄົບຖ້ວນ ແລະ ທັນກໍານົດ ເວລາ ເຂັ້ມງວດໃນການປະຕິບັດຄໍາສັ່ງເລກທີ 15/ນຍ ໃຫ້ຖືກຕ້ອງຕາມກົດ ຫມາຍ ລວມເຖິງເອົາໃຈໃສ່ຕ້ານ ແລະ ສະກັດກັ້ນການລັກລອບຫນີ ພາສີທັງໃນດ່ານ ແລະ ນອກດ່ານເພື່ອບໍ່ໃຫ້ມີຊ່ອງຫວ່າງຮົ່ວໄຫຼ.

ແຫຼ່ງຂໍ້ມູນ: ລາວໂພສ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.