Monday, November 10, 2025
Kbank Laos โอน รับ จ่าย

ສ້າງຄວາມເຂົ້າໃຈ ລະບຽບກົດໝາຍສ່ວຍສາອາກອນ ໃຫ້ແກ່ຜູ້ປະກອບການທຸລະກິດ

ພະ​ແນກ​ສ່ວຍ​ສາ​ອາ­ກອນ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຈັດ​ກອງ​ປະ­ຊຸມ​ເຜີຍ­ແຜ່​ແນະ­ນຳ​ລະ­ບຽບ​ກົດ­ໝາຍ​ວ່າ​ດ້ວຍ​ສ່ວຍ​ສາ​ອາ­ກອນ ແລະ ວິ­ທີ​ການ​ເສຍ​ອາ­ກອນ​ຜ່ານ​ລະ­ບົບ TaxRIS ສຳ­ລັບ​ຜູ້​ປະ­ກອບ​ການ​ດ້ານ​ໂຮງ­ແຮມ ພັດ​ຕະ​ຄານ ແລະ ຮ້ານ​ອາ­ຫານ ຂຶ້ນ​ວັນ​ທີ 11 ກັນ­ຍາ 2019 ທີ່​ຫ້ອງ​ວ່າ­ການ​ປົກ­ຄອງ ນວ ເປັນ​ປະ­ທານ​ຂອງ​ທ່ານ ອາດ​ສະ­ພັງ​ທອງ ສີ​ພັນ​ດອນ ຮອງ​ເຈົ້າ​ຄອງ ນວ ມີ​ທ່ານ ພູ​ທະ­ນູ​ເພັດ ໄຊ​ສົມ­ບັດ ຫົວ­ໜ້າ​ກົມ​ສ່ວນ​ສາ​ອາ­ກອນ ກະ­ຊວງ​ການ​ເງິນ ຫົວ­ໜ້າ ຮອງ​ຫົວ­ໜ້າ​ພະ​ແນກ​ສ່ວຍ​ສາ​ອາ­ກອນ ນວ ຜູ້​ປະ­ກອບ​ການ​ໂຮງ­ແຮມ ພັດ​ຕະ​ຄານ ຮ້ານ​ອາ­ຫານ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ທ່ານ ຄຳ​ມ່ວນ ຄຳ​ບຸນ​ມີ ຮອງ​ຫົວ­ໜ້າ​ພະ​ແນກ​ກວດ­ກາ ຫຼັງ​ການ​ແຈ້ງ​ກົມ​ອາ­ກອນ ໄດ້​ຂຶ້ນ​ເຜີຍ­ແຜ່​ການ​ແຈ້ງ​ເສຍ​ອາ­ກອນ​ຜ່ານ​ລະ­ບົບ TaxRIS ໂດຍ​ຜ່ານ​ຂັ້ນ​ຕອນ​ຕ່າງໆ​ເລີ່ມ​ຈາກ​ການ​ແນະ­ນຳ​ໜ້າ​ຫຼັກ​ຂອງ​ເວັບ​ໄຊ taxser vice.mof.gov.la ລວມ​ທັງ​ສ່ວນ​ປະ­ກອບ​ຂອງ​ເວັບ​ໄຊ ພາຍ​ນອກ ເປັນ­ຕົ້ນ ຂ່າວ ແລະ ແຈ້ງ​ການ​ຕ່າງໆ ນິ­ຕິ​ກຳ​ສ່ວຍ​ສາ​ອາ­ກອນ ຄຳ​ແນະ­ນຳ ແບບ​ຟອມ ແລະ ວິ­ທີ​ການ​ຄິດ­ໄລ່​ດ້ວຍ​ຕົນ​ເອງ ຂໍ້​ມູນ​ຫ້ອງ­ການ​ສ່ວຍ​ສາ​ອາ­ກອນ ແລະ ແນະ­ນຳ​ການ​ໃຊ້ e-Service ຂໍ້​ມູນ​ຜູ້​ເສຍ​ອາ­ກອນ ຂໍ​ສະ­ໝັກ TIN ສະ­ໝັກ​ລະ­ຫັດ​ແຈ້ງ​ມອບ Online ພ້ອມ​ທັງ​ແນະ­ນຳ ຂັ້ນ​ຕອນ​ການ​ສ້າງ​ລະ­ຫັດ​ແຈ້ງ​ມອບ Online ສະ­ໝັກ​ຂໍ​ແຈ້ງ​ມອບ​ອາ­ກອນ​ຜ່ານ​ເວັບ​ໄຊ ລວມ​ໄປ​ເຖິງ​ວິ­ທີ​ການ​ແຈ້ງ​ມອບ ການ​ຄິດ­ໄລ່ ການ​ອອກ​ໃບ​ແຈ້ງ​ມອບ​ອາ­ກອນ ເຊິ່ງ​ຊ່ອງ​ທາງ​ໃນ​ການ​ແຈ້ງ​ມອບ​ອາ­ກອນ​ມີ 2 ຊ່ອງ​ທາງ ຄື:

ການ​ແຈ້ງ​ຢູ່​ສູນ​ບໍ­ລິ­ການ​ຂອງ​ສຳ­ນັກ­ງານ​ສ່ວຍ​ສາ​ອາ­ກອນ​ບ່ອນ​ທີ່​ຂຶ້ນ​ທະ­ບຽນ ແຈ້ງ​ໂດຍ​ການ​ບັນ­ທຶກ​ຂໍ້​ມູນ​ເຂົ້າ​ໃນ​ລະ­ບົບ​ໃບ​ແຈ້ງ​ຕາມ​ເວບ​ໄຊ ປະ­ເພດ​ອາ­ກອນ​ທີ່​ຜູ້​ເສຍ​ອາ­ກອນ​ສາ­ມາດ​ແຈ້ງ​ມອບ​ອາ­ກອນ​ຢູ່​ໃນ​ລະ­ບົບ​ນີ້​ໄດ້ ອາ­ກອນ​ແຈ້ງ​ມອບ​ປົກ­ກະ­ຕິ ອາ­ກອນ​ມູນ​ຄ່າ​ເພີ່ມ ອາ­ກອນ​ຊົມ­ໃຊ້ ອາ­ກອນ​ເງິນ­ເດືອນ ອາ­ກອນ​ກຳ­ໄລ ອາ­ກອນ​ທີ່​ຫັກ​ໄວ້​ເວ­ລາ​ຈ່າຍ​ຄ່າ​ທຳ­ນຽມ ແລະ ລາຍ​ຮັບ​ວິ­ຊາ​ການ​ຕ່າງໆ (ສຳ­ລັບ​ພາກ​ລັດ) ກອງ​ປະ­ຊຸມ​ຍັງ​ໄດ້​ຮັບ​ຟັງ​ກົດ­ໝາຍ​ສ່ວຍ​ສາ​ອາ­ກອນ ແລະ ເປີດ​ໂອ­ກາດ​ໃຫ້​ຜູ້​ເຂົ້າ​ຮ່ວມ​ໄດ້​ຊັກ​ຖາມ​ປະ­ກອບ​ຄຳ​ຄິດ​ຄຳ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ ເພື່ອ​ໃຫ້​ມີ​ຄວາມ​ກະ­ຈ່າງ​ແຈ້ງ ແລະ ເປັນ​ເອ­ກະ​ພາບ​ກັນ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ.

ທ່ານ ອາດ​ສະ­ພັງ​ທອງ ສີ​ພັນ​ດອນ ກ່າວ​ວ່າ:

ກອງ​ປະ­ຊຸມ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ສຳ­ຄັນ ແລະ ຈຳ­ເປັນ ໂດຍ​ສະ­ເພາະ​ເປັນ​ການ​ສ້າງ​ຄວາມ​ເຂົ້າ­ໃຈ ທີ່​ເປັນ​ເອ­ກະ​ພາບ​ກັນ​ຂອງ​ຜູ້​ປະ­ກອບ​ການ​ໃຫ້​ຮັບ​ຮູ້​ເຊື່ອມ​ຊຶມ​ເຂົ້າ­ໃຈ​ຕໍ່​ລະ­ບຽບ​ການ ແລະ ກົດ­ໝາຍ​ກ່ຽວ​ກັບ​ສ່ວຍ​ສາ​ອາ­ກອນ ເຮັດ​ໃຫ້­ການ​ດຳ­ເນີນ​ທຸ­ລະ​ກິດ​ເປັນ​ໄປ​ຕາມ​ລະ­ບຽບ​ກົດ­ໝາຍ ສອດ ຄ່ອງ​ກັບ​ແບບ­ແຜນ​ນະ­ໂຍ­ບາຍ​ຂອງ​ພັກ-ລັດ­ຖະ­ບານ ໃນ​ການ​ຫັນ​ທຸກ​ວຽກ​ງານ​ຂະ­ແໜງ­ການ​ເຂົ້າ​ສູ່​ລະ­ບຽບ​ກົດ­ໝາຍ ເຮັດ​ໃຫ້​ມີ​ຄວາມ​ໂປ່ງ​ໃສ ກວດ​ສອບ​ໄດ້ ສະ­ດວກ​ໃນ​ການ​ຄຸ້ມ​ຄອງ​ສາ­ມາດ​ຮັກ­ສາ​ໄດ້​ສິດ­ຜົນ­ປະ­ໂຫຍດ​ອັນ​ຊອບ​ທຳ​ຂອງ​ປະ­ຊາ­ຊົນ ເຮັດ​ໃຫ້​ກາຍ­ເປັນ​ລັດ​ແຫ່ງ​ກົດ­ໝາຍ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.