ປະທານສະພາແຫ່ງຊາດ ຢ້ຽມຢາມຜູ້ປະສົບໄພ ນ້ຳຖ້ວມຢູ່ເມືອງສອງຄອນ ແລະ ເມືອງຊົນນະບູລີ

ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ພົບປະໃຫ້ກຳລັງໃຈແກ່ຜູ້ທີ່ປະສົບໄພນໍ້າຖ້ວມທີ່ເມືອງສອງຄອນ ແລະ ເມືອງຊົນນະບູລີ ແຂວງສະຫວັນນະເຂດ,ພ້ອມທັງໄດ້ມອບເຄື່ອງຊ່ວຍເຫຼືອບັນເທົ່າທຸກເບື່ອງຕົ້ນໃຫ້ແກ່ຜູ້ປະສົບໄພນໍ້າຖ້ວມຈໍານວນໜຶ່ງ, ໂດຍການຕ້ອນຮັບຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ຮອງປະທານສະພາແຂວງ, ການນຳແຂວງ, ພະແນກການອ້ອມຂ້າງແຂວງ, ການນຳເມືອງເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ປະທານສະພາແຫ່ງຊາດ ໄດ້ຮັບຟັງການລາຍງານສະພາບໄພນໍ້າຖ້ວມຈາກຄະນະນຳຂອງເມືອງເປັນຕົ້ນ:ຢູ່ເມືອງສອງຄອນໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມເຮືອນປະຊາຊົນ, ເນື້ອທີ່ທຳການຜະລິດມີ 7 ກຸ່ມບ້ານ, ມີ 26 ບ້ານ, 3.242 ຄອບຄົວ, 20.125 ຄົນ, ຍິງ 10.319 ຄົນ, ບ້ານທີ່ຖືກຕັດຂາດຈາກຕົວເມືອງ 16 ບ້ານ,ບ້ານທີ່ຖືກຍົກຍ້າຍມີ 11 ບ້ານ, ວັດ, ຕະຫຼາດ, ລະບົບນ້ຳປະປາໃຊ້ບໍໄດ້, ເສັ້ນທາງຖືກນ້ຳຖ້ວມ, ທາງຖືກນ້ຳກັດເຊາະ, ຖ້ວມໂຮງຮຽນ, ສຸກສາລາ. ນອກຈາກນີ້, ກໍຍັງເກີດມີສະພາບການເຈັບເປັນໃນໄລຍະນ້ຳຖ້ວມເຊັ່ນ: ນ້ຳຄັນກິນຕີນ, ໄຂ້ຫວັດ, ເຈັບຫົວເປັນວິນ, ປວດຕາມຕົນໂຕ, ຜື່ນຄັນ ແລະ ຄວາມດັນສູງ ແລະ ພະຍາດອື່ນໆ.

ໃນໂອກາດລົງຢ້ຽມຢາມ; ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ຍັງໄດ້ພົບປະຊາຊົນຜູ້ທີ່ປະສົບໄພ ນໍ້າຖ້ວມຢູ່ບ້ານລະຫານໍ້າ ເມືອງສອງຄອນ ແຂວງສະຫວັນນະເຂດ, ພ້ອມມອບເຄື່ອງຊ່ວຍເຫຼືອ, ເປັນຕົ້ນ: ເຂົ້າ ສານ, ນໍ້າດື່ມ, ຢາປົວພະຍາດ, ເຄື່ອງໃຊ້ອື່ນໆ…

ໂດຍໄດ້ຮັບການອຸປະຖໍາຈາກບໍລິສັດ NTP ການຄ້ານໍ້າມັນເຊື້ອໄຟ ມະ ຫາຊົນ ເຂົ້າສານຈ້າວຈໍານວນ 5 ໂຕນເປັນເງິນ 30 ລ້ານກີບ, ທະນາຄານ JDB ເຂົ້າສານໜຽວ 5 ໂຕນເປັນເງິນ 35 ລ້ານກີບ, ບໍລິສັດ VKK Industrial ຈຳກັດເຂົ້າສານຈ້າວ 6 ໂຕນເປັນເງິນ 36 ລ້ານກີບ, ບໍລິ ສັດ ລາວມີໄຊ ຈຳກັດຜູ້ດຽວເຂົ້າສານໜຽວ 3 ໂຕນເປັນເງິນ 21 ລ້ານກີບ, ຮ້ານ ມະລິນດາ ເຈີເວີລີ ຕະຫຼາດເຊົ້າມໍ2 ວຽງຈັນ ເຂົ້າສານຈ້າວ 2 ໂຕນເປັນເງິນ 12 ລ້ານກີບ, ບໍລິສັດ ສຸກເຮືອງໄຊ ກໍ່ສ້າງ ຈຳກັດ ຜູ້ດຽວ ເຂົ້າ ສານໜຽວ 2 ໂຕນເປັນເງິນ 14 ລ້ານ, ບໍລິສັດ ລາວສະໄໝ ຈຳກັດ ແລະ ບໍລິສັດ ນໍ້າຕານ ສະຫວັນນະເຂດ ຈໍາກັດເຂົ້າສານໜຽວ 1 ໂຕນເປັນເງິນ 7 ລ້ານກີບ,  ບໍລິສັດ ນໍ້າຕານມິດລາວຈຳກັດ 2 ໂຕນເປັນເງິນ 14 ລ້ານກີບ, ບໍລິສັດ Lao Dairy Farm ຈຳກັດຜູ້ດຽວ 1 ໂຕນເປັນເງິນ 6 ລ້ານກີບ ລວມທັງໝົດ 27 ໂຕນ ແລະ ບໍລິສັດ ພັນເພັດພັດທະນາ ກະສິກຳ ຈຳກັດຜູ້ດຽວປະກອບສ່ວນລົດ 2 ຄັນຄ່າຂົນສົ່ງ 20 ລ້ານກີບ ແລະ ເປົາບັນຈຸເຂົ້າສານ 5 ລ້ານກີບ ນໍາອີກດ້ວຍ.

ຕອນບ່າຍວັນດຽວກັນທ່ານ ປະທານສະພາແຫ່ງຊາດ, ພ້ອມດ້ວຍຄະນະໄດ້ເດີນທາງໄປທີ່ເມືອງຊົນນະບູລີ ໂດຍການຕ້ອນຮັບຂອງທ່ານ ຄໍາເຜີຍ ຜັນທະຈອນ ແລະ ທ່ານ ສຸວິໄລ ຫຼອງຊາສາດ ເຈົ້າເມືອງຊົນນະບູລີເພື່ອຮັບຟັງການລາຍງານສະພາບໄພນໍ້າຖວມ, ພ້ອມທັງມອບເຄື່ອງຊ່ວຍເຫລືອຈໍານວນໜຶ່ງໃຫ້ແກ່ປະຊາຊົນຜູ້ທີ່ຖືກຜົນກະ ທົບ.

ໃນຂະນະດຽວກັນ, ທ່ານ ນາງ ປານີ ຢາທໍ່ຕູ້ ກໍ່ໄດ້ສະແດງຄວາມຄິດເຫັນ ແລະ ສັນລະເສີນຍ້ອງຍໍອຳນາດການປົກຄອງທຸກຂັ້ນທີ່ເອົາໃຈໃສ່ຊ່ວຍເຫຼືອປະຊາຊົນ, ພ້ອມທັງສະແດງຄວາມເປັນຫວ່ງເປັນໃຍປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດນ້ຳຖ້ວນໃນຄັ້ງນີ້ ແລະ ສືບຕໍ່ໃຫ້ການຊ່ວຍເຫຼືອປະຊາຊົນໃນດ້ານທີ່ຢູ່ອາໄສຊົ່ວຄາວ, ອາຫານການກິນ, ນ້ຳດື່ມ, ຢາປົວພະຍາດ, ສືບຕໍ່ໃນການປຸກລະດົມຂົນຂວາຍເອົາເຄື່ອງໃຊ້ເພື່ອມາຊ່ວຍເຫຼືອຜູ້ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ.

ແຫຼ່ງຂໍ້ມູນ: Bounthaim Kinglattana

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...