Friday, November 7, 2025
Kbank Laos โอน รับ จ่าย

ໂຮງຮຽນທະຫານຊາຍແດນ ເປີດສົກຮຽນໃໝ່ປະຈຳປີ 2019

ຢູ່ທີ່ ໂຮງຮຽນກໍ່ສ້າງນາຍສິບທະ ຫານຊາຍແດນ 712 ໄດ້ຈັດພິທີ ເປີດຮຽນບໍາລຸງໃຫ້ພະນັກງານ ຊຸດທີ I ແລະ ກໍ່ສ້າງນາຍສິບ ຊຸດທີ II ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະ ຫານຊາຍແດນ ກົມໃຫຍ່ເສນທິການ ກອງທັບ, ມີຜູ້ຕາງໜ້າບັນດາກົມ, ຄະນະນຳເມືອງທ່າພະບາດ ແຂວງບໍລິຄໍາໄຊ, ອຳນາດການ ປົກຄອງບ້ານອ້ອມຂ້າງ, ຄະນະ ພັກ-ຄະນະອໍານວຍການໂຮງ ຮຽນທະຫານຊາຍແດນ ພ້ອມ ດ້ວຍພະນັກງານຄູ-ອາຈານ ແລະ ນັກຮຽນ-ນັກສຶກສາເຂົ້າຮ່ວມ.

ສະຫາຍ ພັນໂທ ປອ ຈັນພອນ ທອງສອນຮອງອໍານວຍການໂຮງຮຽນກໍ່ ສ້າງນາຍສິບທະຫານຊາຍແດນ, ຫົວ ໜ້າພະແນກໂຄສະນາອົບ ຮົມໄດ້ລາຍງານແຜນການສິດ ສອນໃນສົກຮຽນ2019-2020 ວ່າ:

ໂຮງຮຽນທະຫານຊາຍແດນ ຈະສຸມໃສ່ກໍ່ສ້າງນາຍສິບ ແລະ ພະນັກງານບໍາລຸງທະຫານຊາຍ ແດນໃຫ້ບັນລຸໄດ້ຕາມຄາດໝາຍ. ສຳລັບ ສົກຮຽນນີ້ມີນັກຮຽນກໍ່ ສ້າງນາຍສິບ ລະບົບ 1 ປີ ຊຸດທີ II ໃຫ້ ໄດ້ຈຳນວນ 134 ສະ ຫາຍ ແລະ ພະນັກງານບຳລຸງ ຊຸດທີ I ລະບົບ 5 ເດືອນ ຈຳນວນ 50 ສະຫາຍ ທີ່ມາຈາກ 83 ກົມກອງ ແລະ 17 ແຂວງໃນທົ່ວປະເທດ, ເນື້ອໃນຫຼັກສູດການຮຽນ-ການສອນ ກໍ່ສ້າງນາຍສິບແມ່ນຈະໄດ້ເລັ່ງ ໃສ່ການອົບຮົມ 3 ໝວດວິຊາຄື: ໝວດວິຊາຄວາມຮູ້ທົ່ວໄປ, ໝວດ ຄວາມຮູ້ພື້ນຖານວິຊາ ສະເພາະ ແລະ ໝວດວິຊາສະເພາະທະຫານ ຊາຍແດນ, ພະນັກງານບຳລຸງ ຊຸດທີ I ຈະໄດ້ອົບຮົມ 6 ພາກວິຊາ ຄື:

ພາກການທະຫານ, ການເມືອງ, ນິຕິກຳທາງດ້ານກົດໝາຍ, ຍຸດທະວິທີປ້ອງກັນຊາຍແດນ, ຄຸ້ມຄອງປ້ອງກັນຊາຍແດນ ແລະ ສືບຂ່າວຊາຍແດນ, ຈຸດປະສົງ ເພື່ອແນໃສ່ຮັບປະກັນຈັດຕັ້ງປະຕິບັດແຜນການກໍ່ສ້າງນາຍສິບໃຫ້ ຕາມໂຄງການຫຼັກສູດກໍສ້າງນາຍ ສິບທະຫານຊາຍແດນລະບົບ 1 ປີຂອງກົມໃຫຍ່ເສນາທິການກອງ ທັບວາງອອກ, ເພື່ອກໍ່ສ້າງປັບປຸງທະຫານຊາຍແດນໃຫ້ມີລະດັບຄວາມຮູ້, ຄວາມສາມາດທາງດ້ານວິຊາສະເພາະ, ມີຄວາມໜັກ ແໜ້ນທາງດ້ານແນວຄິດການເມືອງ, ມີຄວາມສາມາດຕອບສະ ໜອງໄດ້ຕາມຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ວຽກງານ ໃນສະເພາະໜ້າ ແລະ ຍາວນານ, ແນໃສ່ເຝິກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິ ວັດ, ແບບແຜນ ວິທີເຮັດວຽກຂອງຜູ້ບັນຊາຂັ້ນໝູ່ ໃຫ້ເປັນລະບົບ ແລະ ມີວິທະຍາ ສາດ, ໃນນັ້ນຄາດໝາຍຂອງການ ຮຽນ-ການສອນສອບເສັງຈົບ ຊັ້ນໃຫ້ໄດ້ 100%, ສ້າງນັກຮຽນ ດີ 60-80%, ສ້າງຜູ້ບັນຊາໝູ່ ເກັ່ງໃຫ້ໄດ້ 80-90% ແລະ ສ້າງ ຄູສອນດີ-ສອນເກັ່ງໃຫ້ໄດ້ 80% ຂຶ້ນໄປ.

ໃນໂອກາດນີ້, ສະຫາຍ ພົນ ຈັດຕະວາ ສີພັນ ພຸດທະວົງ ຫົວ ໜ້າກົມທະຫານຊາຍແດນ ກໍໄດ້ ມີຄຳເຫັນເນັ້ນໃຫ້ຄະນະພັກ-ຄະ ນະອຳນວຍການໂຮງຮຽນຈົ່ງ ເປັນເຈົ້າການຊີ້ນໍາ-ນໍາພາປັບປຸງ ກໍ່ສ້າງໂຮງຮຽນທະຫານຊາຍ ແດນ ໂດຍສະເພາະແມ່ນປັບປຸງ ໂຄງການຫຼັກສູດການຮຽນ-ການສອນ, ບຳລຸງຍົກລະດັບຖັນແຖວ ພະນັກງານຄູ-ອາ ຈານເພື່ອຮັບປະກັນກໍ່ສ້າງນາຍທະຫານຊາຍ ແດນໃຫ້ມີຄວາມໜັກແໜ້ນ, ຮູ້ໝູນໃຊ້ທິດສະດີຫຼັກການເຂົ້າໃນວຽກງານຕົວຈິງຂອງກົມກອງໃຫ້ໄດ້ຮັບໝາກຜົນດີ.

ເສີມຂະຫຍາຍມູນເຊຶ້ອຄວາມສາມັກຄີເປັນປຶກແຜ່ນ, ນຳ ພາຈັດຕັ້ງເຊື່ອມຊຶມບັນດາມະຕິ, ຄໍາສັ່ງຂອງຂັ້ນເທິງ, ກົດໝາຍຂອງລັດ, ຂໍ້ກຳນົດກົດລະບຽບຂອງກອງທັບ, ພະນັກງານຄູ- ອາຈານ ຕ້ອງເປັນເຈົ້າການຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ ການເມືອງຂອງຕົນ, ດຸໝັ່ນຄົ້ນ ຄວ້າບັນດາເອກະສານຕ່າງໆ ແລະ ປັບປຸງບັນດາເນຶ້ອໃນບົດ ສອນໃຫ້ແຕ່ລະເປົ້າໝາຍໃນສົກຮຽນນີ້ ໃຫ້ຮັບປະກັນໄດ້ຄູສອນດີ-ສອນເກັ່ງ, ການສິດສອນຕ້ອງໄດ້ປະສານສົມທົບແໜ້ນລະຫວ່າງ ທິດສະດີກັບພາກປະຕິບັດຕົວຈິງ ໄປພ້ອມໆກັນ, ນັກຮຽນຕ້ອງເອົາ ໃຈໃສ່ຄົ້ນຄວ້າສຶກສາຮໍ່າຮຽນໃຫ້ ກາຍເປັນຮຽນດີ-ຮຽນເກັ່ງ, ກໍາ ແໜ້ນທິດສະດີຫຼັກການເພື່ອນຳ ໄປຈັດຕັ້ງປະຕິບັດຢູ່ກົມກອງໃຫ້ປະກົດຜົນເປັນຈິງ.

ແຫຼ່ງຂໍ້ມູນ: ບຸນຊ້ອຍ, Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.