ຄອບຄົວການນຳພັກ – ລັດ ແລະ ກະຊວງປ້ອງກັນປະເທດ ມອບເຄື່ອງອຸປະໂພກ – ບໍລິໂພກໃຫ້ກອງພົນທີ 5

ສະຫາຍພົນຈັດຕະວາ ຄໍາເພັດ ສີຊາ ນົນ ກໍາມະການຄະນະພັກກະຊວງ ປ້ອງກັນປະເທດ ຮອງຫົວໜ້າກົມ ໃຫຍ່ພະລາທິການກອງທັບພ້ອມ ດ້ວຍບັນດາພັນລະຍາຄອບຄົວ ການນໍາກະຊວງປ້ອງກັນປະເທດ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິ ໂພກ ແລະ ຢາປົວພະຍາດຈຳນວນໜຶ່ງທີ່ໄດ້ຮັບຈາກຄອບຄົວ ການນຳພັກ-ລັດ, ຄອບຄົວການນຳກະຊວງປ້ອງກັນປະເທດ, ຄອບຄົວການນໍາກົມໃຫຍ່ພະລາ ທິການກອງທັບ, ຄະນະພະສົງນະຄອນຫຼວງວຽງ ຈັນ ແລະ ບັນດາຫ້າງຮ້ານບໍລິສັດ ເຊິ່ງລວມມູນ ຄ່າ 177.599.000 ກີບ.

ນຳມາມອບໃຫ້ແກ່ກອງພົນທີ 5 ເພືື່ອ ນຳໄປມອບຕໍ່ໃຫ້ພະນັກງານ-ນັກ ຮົບທີ່ກຳລັງປະຕິບັດໜ້າທີ່ເຮັດວຽກ ງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບຢູ່ເຂດທຸລະກັນດານຫ່າງໄກສອກຫຼີກ.

ກ່າວຮັບ ໂດຍ ສະຫາຍ ພັນເອກ ວັນທອງ ບຸດຕະວົງ ຫົວໜ້າການທະຫານ ກອງພົນທີ 5 ໂດຍຊ່ອງໜ້າຄະ ນະພັກ-ຄະນະບັນຊາ ແລະ ພາກ ສ່ວນກ່ຽວຂ້ອງທັງສອງຝ່າຍ.

ໂອກາດນີ້ ສະຫາຍ ພັນເອກ ວັນທອງ ບຸດຕະວົງ ຕາງໜ້າໃຫ້ ຄະນະພັກ-ຄະນະບັນຊາ, ພະນັກ ງານ-ນັກຮົບໄດ້ກ່າວສະແດງ ຄວາມຍ້ອງຍໍຊົມເຊີຍ ແລະ ຮູ້ບຸນ ຄຸນມາຍັງການນຳພັກ-ລັດ, ການນໍາກະຊວງປ້ອງກັນປະເທດ, ຄະນະນໍາກົມໃຫຍ່ພະລາທິການ ແລະ ຄະນະພະສົງ, ບັນດາຫ້າງຮ້ານ ບໍລິສັດທີ່ໄດ້ມີຈິດໃຈ, ເອື້ອເຟື້ອເພື່ອແຜ່ ແລະ ໄດ້ໃຫ້ການສະໜັບ ສະໜູນຊ່ວຍເຫຼືອດູແລນາຍ ແລະ ພົນທະຫານ ພ້ອມໃຫ້ຄຳໝັ້ນສັນຍາວ່າຈະນຳເອົາເຄື່ອງຂອງທຸກສິ່ງທຸກຢ່າງເຫຼົ່ານີ້ນຳໄປຈັດຕັ້ງ ປະຕິບັດ ແລະ ມອບໃຫ້ທຸກພາກສ່ວນໃຫ້ໄດ້ຢ່າງທົ່ວເຖິງ.

ແຫຼ່ງຂໍ້ມູນ: Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...