ຊົມເຊີຍ! 53 ຄອບຄົວ ໄດ້ຮັບລາງວັນດີເດັ່ນໃນການປູກ ແລະ ຮັກສາໄມ້ຕີ້ວ

ບໍ­ລິ­ສັດ​ບີ​ເຄ​ເອັນ ຈຳ­ກັດ ຈັດ​ພິ­ທີ​ມອບ​ລາ­ງວັນ​ໃຫ້​ຄອບ­ຄົວ​ດີ­ເດັ່ນ​ໃນ​ການ​ສ້າງ​ຂະ​ບວນ​ການ​ປູກ​ເສີມ ແລະ ປົກ​ຮັກ​ຮັກ­ສາ​ໄມ້​ຕີ້ວ ຄຽງ​ຄູ່​ກັບ​ປ່າ­ໄມ້​ທຳ​ມະ​ຊາດ​ໃນ​ດິນ​ຄຸ້ມ​ຄອງ​ປະ­ຊາ­ຊົນ​ເຂດ​ເມືອງ​ທ່າ​ພະ​ບາດ ແຂວງ​ບໍ​ລິ​ຄຳ​ໄຊ ປະ­ຈຳ​ສົກ​ປີ 2018-2019 ຂຶ້ນຢູ່​ບ້ານ​ຫ້ວຍ​ເລິກ ເມືອງ​ທ່າ​ພະ​ບາດ ໂດຍ​ມີ​ທ່ານ ບົວ​ລີ ພະ​ເມືອງ ຮອງ​ຫົວ­ໜ້າ​ກົມ​ປ່າ­ໄມ້ ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ ທ່ານ ບຸນ​ອູ້ມ ພັນ­ທະ​ປັນ­ຍາ ຜູ້­ອຳ­ນວຍ­ການ​ບໍ­ລິ­ສັດ​ບີ​ເຄ​ເອັນ ຈຳ­ກັດ ປະ­ທານ​ກຸ່ມ​ຜູ້​ຜະ­ລິດ​ຖ່ານ​ຂາວ​ເພື່ອ​ສົ່ງ​ອອກ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ບຸນ​ອູ້ມ ພັນ­ທະ​ປັນ­ຍາ ກ່າວ​ວ່າ: ຜ່ານ​ການ​ລົງ​ຕິດ­ຕາມ​ກວດ­ກາ ແລະ ເກັບ​ກຳ​ຂໍ້​ມູນ​ລະ­ອຽດ​ຂອງ​ຄະ­ນະ​ກຳ­ມະ­ການ ເຊິ່ງ​ປະ­ກອບ​ມີ​ໜ່ວຍ​ງານ​ປ່າ­ໄມ້ ອຳ­ນາດ​ການ​ປົກ­ຄອງ​ບ້ານ ເຈົ້າ​ຂອງ​ສວນ ແລະ ຕາງ­ໜ້າ​ບໍ­ລິ­ສັດ​ບີ​ເຄ​ເອັນ ຈຳ­ກັດ ສົກ​ປີ 2018-2019 ມີ​ປະ­ຊາ­ຊົນ​ທີ່​ໄດ້​ຖືກ​ຄັດ​ເລືອກ​ໃຫ້​ເປັນ​ຄອບ­ຄົວ​ຕົວ​ແບບ ແລະ ດີ­ເດັ່ນ​ໃນ​ການ​ປູກ​ເສີມ ປົກ​ປັກ​ຮັກ­ສາ ແລະ ບູ­ລະ­ນະ​ສວນ​ປ່າ­ໄມ້​ຕີ້ວ ຄຽງ​ຄູ່​ກັບ​ປ່າ­ໄມ້​ທຳ​ມະ​ຊາດ​ໃນ​ດິນ​ຄຸ້ມ​ຄອງ​ຂອງ​ຕົນ ຢູ່​ເມືອງ​ທ່າ​ພະ​ບາດ 53 ຄອບ­ຄົວ ເນື້ອ­ທີ່ 58,87 ເຮັກ­ຕາ ເປັນ​ເງິນ 58 ລ້ານ​ກວ່າ​ກີບ ໃນ​ນີ້ ເດັ່ນ​ປະ­ເພດ 1 ມີ 4 ຄອບ­ຄົວ ປະ­ເພດ 2 ມີ 10 ຄອບ­ຄົວ  ປະ­ເພດ 3-4 ປະ­ເພດ​ລະ 12 ຄອບ­ຄົວ ປະ­ເພດ 5 ມີ 9 ຄອບ­ຄົວ ແລະ ປະ­ເພດ 6 ມີ 4 ຄອບ­ຄົວ ເຊິ່ງ​ແຕ່​ລະ​ຄອບ­ຄົວ ແມ່ນ​ໄດ້​ຮັບ​ເງິນ​ລາ­ງວັນ​ຂອງ​ແຕ່​ລະ​ປະ­ເພດ​ຕາມ​ລຳ­ດັບ.  

ຂະ​ບວນ​ການ​ປູກ​ເສີມ ແລະ ປົກ​ປັກ​ຮັກ­ສາ​ໄມ້​ຕີ້ວ ໄດ້​ເລີ່ມ​ແຕ່​ສົກ​ປີ 2007-2008 ແລະ ເກີດ​ຂຶ້ນ​ຄັ້ງ​ທຳ​ອິດ​ຢູ່​ເມືອງ​ທ່າ​ພະ​ບາດ ປັດ­ຈຸ­ບັນ​ກຸ່ມ​ຜູ້​ຜະ­ລິດ​ຖ່ານ​ຂາວ​ເພື່ອ​ສົ່ງ​ອອກ ມີ​ສະ­ມາ­ຊິກ​ເຂົ້າ​ຮ່ວມ​ໂຄງ­ການ 344 ຄອບ­ຄົວ 3 ອົງ​ກອນ ແລະ 2 ເນື້ອ­ທີ່​ຂອງ​ບໍ­ລິ­ສັດ​ໃນ​ທົ່ວ​ປະ­ເທດ ເນື້ອ­ທີ່ 1.803,71 ເຮັກ­ຕາ ທຽບ­ໃສ່​ປີ­ຜ່ານ­ມາ ເພີ່ມ​ຂຶ້ນ 30,18% ໃນ​ນີ້ ມີ​ທະ­ບຽນ​ສວນ​ຟື້ນ​ຟູ ສວນ​ປູກ 540,42 ເຮັກ­ຕາ ທຽບ­ໃສ່​ປີ­ຜ່ານ­ມາ ເພີ່ມ​ຂຶ້ນ 53,62% ເພື່ອ​ເຮັດ​ໃຫ້​ຄາດ­ໝາຍ​ເນື້ອ­ທີ່​ສີ­ຂຽວ​ປົກ​ຫຸ້ມ 70% ທົ່ວ​ປະ­ເທດ ໃນ​ປີ 2020.

ໄລ­ຍະ​ຜ່ານ​ມາ​ກຸ່ມ​ບໍ­ລິ­ສັດ​ຜູ້​ຜະ­ລິດ​ຖ່ານ​ຂາວ​ເພື່ອ​ສົ່ງ​ອອກ ໄດ້​ປະ­ກອບ­ສ່ວນ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຍຸດ​ທະ​ສາດ​ດັ່ງ­ກ່າວ ດ້ວຍ​ການ​ເຮັດ​ສັນ­ຍາ​ຜູກ​ພັນ​ກັບ​ປະ­ຊາ­ຊົນ​ຜູ້​ທີ່​ມີ​ດິນ​ປ່າ ເພື່ອ​ໃຫ້​ເຈົ້າ​ຂອງ​ດິນ​ປູກ​ເສີມ ປົກ​ປັກ​ຮັກ­ສາ​ໄມ້​ຕີ້ວ ຄຽງ​ຄູ່​ກັບ​ປ່າ­ໄມ້​ທຳ​ມະ​ຊາດ​ໃນ​ເນື້ອ­ທີ່​ດິນ​ຄຸ້ມ​ຄອງ​ຂອງ​ປະ­ຊາ­ຊົນ​ໃນ​ຮູບ​ແບບ 2+3 ປະ­ກອບ­ສ່ວນ​ເຮັດ​ໃຫ້​ປະ­ຊາ­ຊົນ​ມີ​ລາຍ​ຮັບ​ຈາກ​ການ​ຂາຍ​ໄມ້​ຕີ້ວ ແກ້​ໄຂ​ຄວາມ­ທຸກ​ຍາກ ບໍ­ລິ­ສັດ​ມີ​ວັດ­ຖຸ​ດິບ​ໄວ້​ປ້ອນ​ໂຮງ­ງານ ແລະ ອື່ນໆ ນອກ​ນີ້ ບໍ­ລິ­ສັດ​ບີ​ເຄ​ເອັນ​ຈຳ­ກັດ ຍັງ​ໄດ້​ມອບ​ໂຕະ-ຕັ່ງ 60 ໜ່ວຍ ມູນ​ຄ່າ 5 ລ້ານ​ກີບ ໃຫ້​ຫ້ອງ­ການ​ບ້ານ​ຫ້ວຍ​ເລິກ ແລະ ເຄື່ອງ​ບໍ­ລິ­ໂພກ-ອຸ­ປະ­ໂພກ​ຈຳ­ນວນ​ໜຶ່ງ​ໃຫ້​ຫ້ອງ­ການ​ກະ­ສິ­ກຳ ແລະ ປ່າ­ໄມ້ ເມືອງ​ທ່າ​ພະ​ບາດ ເພື່ອ​ນຳ­ໄປ​ຊ່ວຍ­ເຫຼືອ​ຜູ້​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ໄພ​ນ້ຳ​ຖ້ວມ ຕື່ມ​ອີກ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...