ສີ່ງທີ່ບໍ່ຄວນໂພດລົງໃນສື່ສັງຄົມອອນລາຍເດັດຂາດ!

ບັດປະຈຳຕົວ: ເປັນເອກະສານທີ່ສໍາຄັນຫຼາຍເຊີ່ງມີຂໍ້ມູນສ່ວນບຸກຄົນ ເຊັ່ນ: ຊື່, ນາມສະກຸນ, ທີ່ຢູ່, ວັນເດືອນປີເກີດ ອາດມີຜູ້ບໍ່ຫັວງດີເອົາໄປກໍ່ເຫດໄດ້.

  1. ຮູບພາບ ຫຼື ຂໍ້ມູນຂອງຄົນໃນຄອບຄົວ: ບໍ່ວ່າຈະເປັນເດັກ ຫຼື ຜູ້ໃຫຍ່ເກັບຮູບພາບໄວ້ດີກ່ວາ ໂດຍສະເພາະເດັກທີ່ມີບັນຫາກ່ຽວກັບເລື່ອງຕ່າງໆ ເພາະຄົນຮ້າຍສາມາດນຳເອົາຂໍ້ມູນຕ່າງໆ ໄປໃຊ້ໃນທາງທີ່ຜິດໄດ້ ເຊັ່ນ: ນໍາເອົາຮູບພາບໄປບໍລິຈາກເພື່ອເຂົ້າບັນຊີຕົນເອງ ຫຼື ຮ້າຍແຮງກ່ວານັ້ນຄືບຸກມາຈັບໄປຂໍທານໄດ້ຄືກັນ.
  2. ປີ້ຍົນ: ຈະເດີນທາງໄປໃສກໍ່ບໍ່ຄວນໂພດລົງ ເພາະຂໍ້ມູນໃນປີ້ຍົນກໍ່ຖືເປັນຂໍ້ມູນທີ່ອັນຕະລາຍຄືກັນ ຖ້າຕົກໄປຢູ່ໃນມືຂອງຄົນບໍ່ດີ ເຊັ່ນ: ຊື່ ນາມສະກຸນ ຈຸດເລີ່ມຕົ້ນ, ຈຸດໝາຍປາຍທາງ, ບາໂຄດ ຊື່ງລ້ວນແລ້ວແຕ່ເອົາໄປໃຊ້ປະໂຫຍດໃນດ້ານບໍ່ດີ ໄດ້ຫຼາຍ.
  3. ການບອກສະຖານທີ່ເລື້ອຍໆ: ບໍ່ຕ້ອງບອກທຸກວິນາທີວ່າເຮົາຢູ່ໃສ ເຮັດຫັຍງ ເພາະມັນຄືການເປີດເຜີຍຕໍາແໜ່ງຂອງທ່ານເອງ ເພາະຄົນຮ້າຍອາດຕິດຕາມ ຫຼື ອາໃສເວລາທີ່ທ່ານບໍ່ຢູ່ເຮືອນ ບຸກເຂົ້າບ້ານຂອງທ່ານໄດ້.
  4. ຂໍ້ມູນພື້ນຖານເຊັ່ນ: ຊື່ນາມສະກຸນ, ທີ່ຢູ່, ວັນເດືອນປີເກີດ, ເບີໂທລະສັບ, ບັດປະຈຳຕົວ, ໃບຂັບຂີ່ຍານພາຫະນະ ຫຼື ຂໍ້ມູນທີ່ບົງບອກຕົວຕົນຂອງທ່ານໄດ້ ບໍ່ຄວນເອົາລົງສື່ສັງຄົມອອນລາຍ ເພາະບໍ່ມີຄວາມຈຳເປັນທີ່ຕ້ອງໂພດ.
  5. ການໂຈມຕີຄົນອື່ນ: ແບບທີ່ເຮົາເຫັນໃນໂລກອອນລາຍເລື້ອຍໆ ຄື: ການໂພດດ່າຄົນອື່ນ, ໂພດຮູບທີ່ຄົນອື່ນທີ່ຕົນບໍ່ພໍໃຈລົງແລ້ວປະຈານໃຫ້ເສຍຫາຍ ອາດຖືກດຳເນີນຄະດີຕາມກົດໝາຍ.
  6. ບໍ່ຄວນໃຊ້ອາລົມ: ຢ່າໃຊ້ອາລົມໃນການໂພດ ຫຼື ລະບາຍຄວາມໃນໃຈ ເພາະມິດຕະພາບອາດຂາດສະບັ້ນໄດ້ ແນະນຳໃຫ້ລົມກັນດີດີ.
  7. ຮູບພາບໂປ້: ບໍ່ວ່າຈະເປັນຮູບຕົນເອງ ຫຼື ຂອງຄົນອື່ນ ຢ່າໂພດລົງເດັດຂາດ ນອກຈາກຄົນອື່ນໃນສັງຄົມຈະເບີ່ງເຮົາບໍ່ດີແລ້ວ ບັນດາໂລກຈິດອາດຈະແລ່ນເຂົ້າມາຫາທ່ານຫຼາຍ ແລະ ອາດເກີດເຫດບໍ່ດີນຳທ່ານໄດ້ ແຖມຍັງຜິດກົດໝາຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີອີກດ້ວຍ.

ແຫຼ່ງຂໍ້ມູນ: Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.