ຂໍຂອບໃຈນຳຜູ້ສະໜັບສະໜູນ

ໜ່ວຍງານທີ່ກ່ຽວຂ້ອງ ຢືນຢັນວ່າ ການກໍ່ສ້າງເສັ້ນທາງ ແຕ່ ສີ່ແຍກໄຟອໍານາດ ຕານມີໄຊ ເມືອງໄຊທານີ ຫາ ສີ່ແຍກໄຟອໍານາດ ສີເກີດ ເມືອງນາຊາຍທອງ ລວມໄລຍະທາງ 9.4 ກມ ຈະສໍາເລັດໃນທ້າຍປີ 2019 ນີ້ ແນ່ນອນ.

ໂດຍປະຈຸບັນ ມີຄວາມຄືບໜ້າໄປແລ້ວ 72.62% ໂດຍໄດ້ສຸມໃສ່ວຽກ ໃນການປູຄອນກຮີດ. ໂຄງການດັ່ງກ່າວໄດ້ເລີ້ມຈັດຕັ້ງປະຕິບັດມາຕັ້ງແຕ່ເດືອນ ຕຸລາ 2016 ແຕ່ເກີດມີຄວາມຫຼ້າຊ້າມາ ເນື່ອງຈາກມີປັນຫາທາງດ້ານການເງິນ ແລະ ໄດ້ຂໍສືບຕໍ່ໜ້າວຽກ ຕື່ມອີກ 9 ເດືອນ.


ການປັບປຸງເສັ້ນທາງດັ່ງກ່າວ ແມ່ນໃຊ້ງົບປະມານຢູ່ທີ່ 45.1 ລ້ານໂດລາສະຫະລັດ (ປະມານ 367 ຕື້ກີບ). ເສັ້ນທາງທີ່ຈະສ້າງ ແມ່ນມີຄວາມກ້ວາງ 28 ແມັດ, ມີ 6 ເລນ, ມີລະບົບລະບາຍນໍ້າ ແລະ ໄຟເຍືອງທາງຄົບຊຸດ. 

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ແປຈາກ ໜັງສືພິມ Vientianetimes

ແຫຼ່ງຂໍ້ມູນ:

LAO YOUTH RADIO STATION, FM 90.0 MHZ ສະຖານີ ຊາວໜຸ່ມລາວສິນໄຊຍຸກໃໝ່ FM 90.0 MHz

Hits: 4

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້