Friday, April 18, 2025

ສ້າງຕັ້ງສະມາຄົມມັນຕົ້ນລາວຢ່າງເປັນທາງການ

ທີ່ໂຮງແຮງລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດກອງປະຊຸມສ້າງຕັ້ງສະມາຄົມມັນຕົ້ນລາວຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນແຂວງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຜູ່ຕາງໜ້າຈາກກະຊວງ ແລະ ພະແນກການກ່ຽວຂ້ອງ ຕະຫຼອດຮອດສະມາຊິກສະມາຄົມ ຫົວໜ່ວຍທຸລະກິດ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ຄໍາມະນີ ວົງຊາຕີ ຮອງປະທານຄະນະຂົນຂວາຍສ້າງຕັ້ງສະມາຄົມມັນຕົ້ນລາວ ໄດ້ຜ່ານມະຕິກອງປະຊຸມສ້າງຕັ້ງສະມາຄົມວ່າ:

ກອງປະຊຸມເປັນເອກະພາບຮັບຮອງເອົາຄະນະບໍລິຫານງານສະມາຄົມປະກອບມີ 7 ທ່ານຄື: ທ່ານ ນາງ ອິນແປງ ຊາມຸນຕີ ເປັນປະທານ ທ່ານ ສີສະຫວັດ ໂຄດສີເມືອງ ແລະ ທ່ານ ແກ້ວລໍາພອນ ແສງສຸລິເດດ ເປັນຮອງປະທານ ທ່ານ ຄໍາໄໝ ສຸກປະເສີດ ທ່ານ ບຸນເຖິງ ເທບສຸວັນ ທ່ານ ຄໍາເພັດ ພອນປະເສີດ ແລະ ທ່ານ ຂັນທະວົງ ດາລາວົງ ເປັນຄະນະ ພ້ອມນັ້ນກອງປະຊຸມຍັງໄດ້ເປັນເອກະພາບຮັບຮອງເອົາທ່ານ ຄໍາມະນີ ວົງຊາຕີ ເປັນປະທານກວດກາ ແລະ ທ່ານ ສົມໄຊ ທະນູສິນ ເປັນຮອງ.

ນອກນັ້ນ ບັນດາບໍລິສັດໄດ້ມອບເງິນປະກອບສ່ວນສະໜັບສະໜູນສະມາຄົມປະກອບມີ: ບໍລິສັດ ປາກຊ່ອງພັດທະນາຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ສະພາການຄ້າ ແລະ ອຸດສະຫະກໍາແຂວງສາລະວັນ ບໍລິສັດ ແກ້ວທະວີຄູນເພີ່ມພູນຊັບ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ແລະ ບໍລິສັດ ສຸກໃຈພັດທະນາ ຈໍານວນ 210.000.000 ກີບ ບໍລິສັດ ປາກຊ່ອງໄທກະເສດ ຈໍາກັດ 200.000 ບາດ (ປະມານ 60 ລ້ານກີບ) ກຸ່ມບໍລິສັດ ອຸບົນ-ໄບໂອ ເອທານອນ ແລະ ບໍລິສັດແປ້ງມັນ KPN ບໍລິສັດລະ 100.000 ບາດ ລວມເປັນ 2 ແສນບາດ ປະມານ 60 ລ້ານກີບ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.