ຂໍຂອບໃຈນຳຜູ້ສະໜັບສະໜູນ

ຄໍາສັ່ງ

ວ່າດ້ວຍການຍຸບເລີກຈຸດກວດກາ ຂອງເຈົ້າຫນ້າທີ່ລັດພາຍໃນແຂວງ ສະຫວັນນະເຂດ.

ເຖິງ: ບັນດາ ທ່ານເຈົ້າເມືອງ, ເຈົ້ານະຄອນ ໄກສອນ ພົມວິຫານ, ຫົວຫນ້າກອງບັນຊາການ ປກຊ – ປກສ ແຂວງ, ຫົວຫນ້າພະແນກການ, ອົງການຈັດຕັ້ງລັດທຸກຂັ້ນໃນທົ່ວແຂວງ ສະຫວັນນະເຂດ,

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

– ອີງຕາມ ກົດຫມາຍວ່າດ້ວຍການປົກຄອງທ້ອງຖິ່ນ ແຫ່ງ ສປປ ລາວ (ສະບັບປັບປຸງ) ສະບັບເລກທີ 06/ສພຊ, ລົງວັນທີ

ພາບປະກອບ

14 ທັນວາ 2015 ຫນວດທີ 4 ມາດຕາ 20.

– ອີງຕາມ ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 02/ນຍ, ລົງວັນທີ 01 ກຸມພາ 2013 ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກິ່ນໄກປະສານງານໃນການດໍາເນີນທຸລະກິດ ຢູ່ ສປປ ລາວ,

– ອີງຕາມ ບົດບັນທຶກກອງປະຊຸມອົງການປົກຄອງແຂວງ ປະຈໍາເດືອນ ສິງຫາ 2010, ສະບັບເລກທີ 14/ຈຂ.ສຂ, ລົງວັນທີ 30 ສິງຫາ 2019.

– ເພື່ອເປັນການເພີ່ມທະວີໃນການຈັດຕັ້ງປະຕິບັດນະໂຍບາຍສາມເປີດຂອງລັດຖະບານໃຫ້ເປັນຮູບປະທໍາ ແນ່ ໃສ່ສ້າງຄວາມເຊື່ອຫມັ້ນ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການດໍາເນີນທຸລະກິດ ດ້ວຍການແກ້ໄຂຂັ້ນ ຕອນຕ່າງໆ ທີ່ເປັນການກີດຂວາງ ແລະ ກົດຫນ່ວງທ່ວງດຶງ,ສົ່ງເສີມການຜະລິດໃຫ້ຂະຫຍາຍຕົວ ແລະ ກາຍເປັນກໍາລັງ ແຮງປະກອບສ່ວນສໍາຄັນເຂົ້າໃນການພັດທະນະເສດຖະກິດ – ສັງຄົມຂອງແຂວງ.

ຄຽງຄູ່ກັນນັ້ນ ກໍ່ເປັນການຈໍາກັດ ສ່ອງຫວ່າງໃນການສວຍໃຊ້ຫນ້າທີ່ຕໍາແຫນ່ງເຄື່ອນໄຫວລະເມີດລະບຽບ, ກົດຫນາຍຂອງເຈົ້າຫນ້າທີ່ລັດ ທັງເປັນການບຸກ ທະລຸດ້ານຕ່າງໆໃຫ້ມີການຫັນປ່ຽນຢ່າງຕັ້ງຫນ້າ.

ພາບປະກອບ

ເຈົ້າແຂວງສະຫວັນນະເຂດ ອອກຄໍາສັ່ງ:

1. ໃຫ້ຍຸບເລີກຈຸດກວດກາຂອງເຈົ້າຫນ້າທີ່ຕໍາຫຼວດຕາມສາຍທາງເລກ 9 ແລະ ສາຍທາງເລກທີ 13 ຄື: ຈຸດກວດກາເຊບັ້ງຫຽງ (ເມືອງ ສອງຄອນ), ຈຸດກວດກາສາລາກາຍບ່າງ (ເມືອງ ພີນ) ແລະ ຈຸດກວດກາ ບ້ານໂນນສັນ (ເມືອງ ໄຊບຸລີ) ລວມທັງຈຸດກວດກາອື່ນໆຂອງເຈົ້າຫນ້າທີ່ລັດລະຫວ່າງສາຍທາງເມືອງຕໍ່ເມືອງໃນຂອບ ເຂດທົ່ວແຂວງສະຫວັນນະເຂດ.

ສໍາລັບສິ່ງປຸກສ້າງໃນ 3 ຈຸດດັ່ງກ່າວແມ່ນມອບໃຫ້ກອງບັນຊາການ ປກສ ແຂວງນໍາໃຊ້ເພື່ອຈຸດປະສົງອື່ນທີ່ເຫັນວ່າເຫນາະສົມ.

2. ໃຫ້ຍຸບເລີກຄະນະກໍາມະການ ທີ່ຖືກແຕ່ງຕັ້ງຕາມຂໍ້ຕົກລົງສະບັບເລກທີ 523/ຈຂ.ສຂ, ລົງວັນທີ 26 ພຶດສະພາ 2013, ທີ່ປະຈໍາຢູ່ຈຸດປະສານງານ ບ້ານດົງສະຫວັນ (ເມືອງ ເຊໂປນ), ສໍາລັບຈຸດດັ່ງກ່າວມອບໃຫ້ເຈົ້າຫນ້າທີ່ ຕມ ກອງບັນຊາ ການ ປກສ ແຂວງ ແລະ ເຈົ້າຫນ້າທີ່ ພາສີ ກອງຄຸ້ມຄອງພາສີ VI ນໍາໃຊ້ເພື່ອປະຕິບັດຫນ້າທີ່ວິຊາສະເພາະຕາມພາລະບົດບາດທີ່ໄດ້ກໍານົດໄວ້ໃນລະບຽບ,ກົດຫມາຍ.

3. ສໍາລັບຈຸດປະສານງານຂອງເຈົ້າຫນ້າທີ່ ພາສີ ແລະ ເຈົ້າຫນ້າທີ່ ປ່າໄມ້ ທີ່ໄດ້ສ້າງຕັ້ງຜ່ານມາຢູ່ບັນດາເມືອງ ແມ່ນອະນຸຍາດໃຫ້ກວດສະເພາະຍານພາຫະນະທີ່ມີເປົ້າຫມາຍລະເມີດຕໍ່ລະບຽບກົດຫມາຍ ຕາມຂໍ້ມູນແຫຼ່ງຂ່າວທີ່ຫນ້າເຊື່ອຖືໄດ້ເທົ່ານັ້ນ, ບໍ່ອະນຸຍາດໃຫ້ກວດກາທົ່ວໄປໂດຍບໍ່ມີເປົ້າຫມາຍ, ສໍາລັບເຈົ້າຫນ້າທີ່ອື່ນຂອງລັດ ຖ້າມີຄວາມຈໍາເປັນໃນການກວດກາຕາມວິຊາສະເພາະ ຕ້ອງໄດ້ຮັບອະນຸຍາດຈາກການນໍາຂອງແຂວງຈຶ່ງສາມາດປະຕິບັດໄດ້.

4. ການກວດກາຂອງເຈົ້າຫນ້າທີ່ຕໍາຫຼວດຈະລາຈອນແຂວງຕາມຈຸດຕ່າງໆ, ອະນຸຍາດໃຫ້ກວດສະເພາະບານພາຫະນະທີ່ລະເມີດກົດຈະລາຈອນທີ່ປະກົດເຊິ່ງຫນ້າ ຫຼື ກວດຕາມຂໍ້ມູນແຫຼ່ງຂ່າວທີ່ຫນ້າເຊື່ອຖືໄດ້ ທີ່ມີການລະເມີດລະບຽບ,ກົດຫມາຍ ແລະ ກວດຕາມຄໍາສັ່ງຂອງຂັ້ນເທິງ ໂດຍມີການກໍານົດເວລາທີ່ແນ່ນອນ. ສ່ວນເຈົ້າຫນ້າທີ່ຕໍາຫຼວດຈະລາຈອນເມືອງ, ນະຄອນໄກສອນພົມວິຫານ(ຫ້າມຕັ້ງຈຸດກວດກາຕາມສາຍທາງຫຼວງແຫ່ງຊາດ ແລະ ທາງຫຼວງຂອງແຂວງ, ຍົກເວັ້ນກໍ່ລະນີມີຄໍາສັ່ງຈາກຂັ້ນເທິງ).

5. ມອບໃຫ້ບັນດາເມືອງ, ນະຄອນໄກສອນ ພົມວິຫານ, ກໍາລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພະແນກການກົມກອງອ້ອມຂ້າງແຂວງນໍາເອົາເນື້ອໃນຈິດໃຈຂອງຄໍາສັ່ງສະບັບນີ້ໄປຈັດຕັ້ງເຜີຍແຜ່ ແລະ ເຊື່ອມຊຶມໃຫ້ແກ່ເຈົ້າຫນ້າທີ່, ພະນັກງານໃນຂອບເຂດຕົນຮັບຜິດຊອບໃຫ້ຮັບຮູ້ຢ່າງກວ້າງຂວາງ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ເຂັ້ມງວດ.

6. ບັນດາທ່ານສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 13, ສະມາຊິກສະພາປະຊາຊົນແຂວງ, ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ, ສື່ມວນຊົນ, ບຸກຄົນ, ນິຕິບຸກຄົນ ຊ່ວຍຕິດຕາມ, ກວດກາ ແລະ ສະຫນອງຂໍ້ມູນໃຫ້ແກ່ອົງການປົກຄອງແຂວງ.

7. ມອບໃຫ້ອົງການກວດກາລັດແຂວງ ເປັນເຈົ້າການໃນການຕິດຕາມ, ກວດກາການຈັດຕັ້ງປະຕິບັດຄໍາສັ່ງສະບັບນີ້ຢ່າງທົ່ວເຖິງ ແລະ ພ້ອມທັງລາຍງານໃຫ້ການນໍາແຂວງຮັບຊາບເປັນແຕ່ລະໄລຍະ.

8. ການປະຕິບັດຄໍາສັ່ງສະບັບນີ້ ແມ່ນເປັນສ່ວນຫນຶ່ງຂອງການຕິລາຄາ ແລະ ປະເມີນຜົນໃນການປະຕິບັດຫນ້າທີ່ວຽກງານຂອງພະນັກງານນໍາພາ-ຄຸ້ມຄອງແຕ່ລະຂັ້ນ, ກໍລະນີເຈົ້າຫນ້າທີ່ ຫຼື ພະນັກງານ ຂອງພາກສວນຂະແຫນງການ ມີການລະເມີດ ແມ່ນຈະໄດ້ດໍາເນີນມາດຕະການທາງວິໄນຕາມຂັ້ນຕອນຂອງລະບຽບ,ກົດຫມາຍຢ່າງເຂັ້ມງວດ.

9. ຄໍາສັ່ງສະບັບນີ້ປ່ຽນແທນຄໍາສັ່ງສະບັບເລກທີ 1892/ຈຂ.ສຂ, ລົງວັນທີ 12 ທັນວາ 2016 ແລະ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ເຈົ້າແຂວງໆສະຫວັນນະເຂດ

ສັນຕິພາບ ພົມວິຫານ

ແຫຼ່ງຂໍ້ມູນ: Media Laos

Hits: 43

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້