ພິທີມອບ-ຮັບ ເງິນຊົດເຊີຍໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ

​ເມື່ອ​ບໍ່​ດົນ​ມາ​ນີ້, ພໍ່ແມ່ປະຊາຊົນເມືອງນາໝໍ້ ​ແຂວງ​ອຸດົມ​ໄຊ ທີ່ໄດ້ຮັບຜົນກະທົບ ຈາກໂຄງການກໍ່ສ້າງ ທາງລົດໄຟລ າວ-ຈີນ ຊ່ວງຜ່ານແຂວງອຸດົມໄຊ ​ໄດ້​ຮັບ​ເງິ​ຍຊົດ​ເຊີຍ ງວດທີ 2 ຈໍານວນ 5 ບ້ານ, ມີ 112 ຄອບຄົວ ມີມູນຄ່າ 11 ຕື້ 578 ລ້ານ ກວ່າກີບ.

ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ແຕ່ບໍ່ເຕ່ນ ຫາ ນະຄອນຫວງວຽງຈັນ ຕັດຜ່ານເມືອງນາໝໍ້ ມີ ຄວາມຍາວທັງໝົດ 35,1 ກິໂລແມັດ, ມີ​ບ້ານ​ທີ່​ໄດ້​ຮັບ​ຜົນກະທົບ 12 ບ້ານ, ເບື້ອງຕົ້ນກວມເອົາ 488 ຄອບຄົວ ແລະ ເນື້ອທີ່ ຖືກຜົນກະທົບປະມານ 168,02 ເຮັກຕາ.

ມາຮອດປັດຈຸບັນ ໂຄງການໄດ້ອະນຸນັດງົບປະມານຊົດເຊີຍ-ທົດແທນ ຜົນກະທົບໃຫ້ເມືອງນາໝໍ້ທັງໝົດ 3 ຄັ້ງ ເລວມມູນຄ່າທັງໝົດ 12,5 ຕື້ກວ່າກີບໃນນີ້ປະກອບມີ: ຄ່າເຂົ້ານາປີ 2017 ມູນຄ່າ: 227 ລ້ານກວ່າກີບ, ເຂົ້ານາປີ 2018 ມູນຄ່າ 246 ລ້ານກວ່າກີບ, ຄ່າຊົດເຊີຍທົດແທນງວດ 2 ຈຳນວນ 5 ບ້ານ 112 ຄອບຄົວ ມູນຄ່າ 15 ຕື້ກວ່າກີບ.

 ແຫຼ່ງຂໍ້ມູນ: ມີເດຍລາວ Media Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...