ລະວັງ! ສິ່ງເຈືອປົນໃນຜະລິດຕະພັນ (ເບຍລາວແກ້ວໃຫຍ່) ຂອງໂຮງງານແບຍລາວ ແຂວງຈໍາປາສັກ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ບົດລາຍງານ

ຮຽນ: ທ່ານວາກກົມການຄ້າພາບໃນທີ່ເຈົ້າບ ແລະ ໄປຖືຢ່າງສູງ

ເລື່ອງ: ກ່ຽວກັບການກວດກາພົບເຫັນວ່າມີສິ່ງເຈືອປົນໃນຜະລິດຕະພັນ(ເບຍລາວແກ້ວໃຫຍ່)ຂອງໂຮງງານແບຍລາວ ແຂວງຈໍາປາສັກ

– ຕາມຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກອຸດສາຫະກໍາ ແລະ ການຄ້າແຂວງ

ແລະ ນະຄອນຫລວງ ສະບັບເລກທີ 918/ອດຈຍ, ລົງວັນທີ 10 ກໍລະກົດ 2018.

– ຕາມກົດຫມາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້ ສະບັບເລກທີ 02/intl. ລົງວັນທີ 30 ມິຖຸນາ 2010

– ຍິງຕາມ ດໍາລັດວ່າດ້ວຍກວດກາການຄ້າ ເລກທີ 50W/ລບ, ລົງວັນທີ 4 ທັນວາ 2012.

• ຕາມການສະເຫນີຂອງຜູ້ບໍລິໂພກ ຄັ້ງວັນທີ 23 ກັນຍາ 2019.

ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອັດຕະປື ຂໍເປັນກຽດຮຽນລາຍງານມາຍັງທ່ານຊາບວ່າ;

ຜ່ານການລົງກວດກາຕົວຈິງຂອງຈໍາທີ່ກວດກາການຄ້າ ຕາມການສະເຫນີຂອງຜູ້ບໍລິໂພກ ກ່ຽວກັບການພົບເຫັນ ສິ່ງເຈືອປົນໃນຜະລິດຕະພັນ (ເບຍລາວແກ້ວໂຫຍ່) ຂອງໂຮງງານເບຍລາວ ແຂວງຈໍາປາສັກ ຄັ້ງວັນທີ 3 ກັນຍາ 2019,

ເຫັນວ່າເບຍລາວມີຂີ້ຝຸ່ນ ຫລື ສິ່ງຈືດປົນແທ້ ຢູ່ພາຍໃນແກ້ວທີ່ຍັງບໍ່ທັນມີການເປີດມາກ່ອນ ເຊິ່ງທາງຫນ່ວຍງານເຈົ້າຫນ້າທີ່ກວດກາການຄ້າ ກໍໄດ້ເຊີນທ່ານ ວິນລີ ເຊິ່ງເປັນພະນັກງານການຕະຫຼາດຕົວແທນ ບໍລິສັດເບຍລາວປະຈໍາແຂວງອັດຕະປື ແລະ ທ່ານ ສົມມັກ ສຸລິຍະມິດ ຮອງຂະແຫນງອາຫານ ແລະ ຢາ ພະແນກ ສາທາ ລະນະສຸກແຂວງອັດຕະປື ເພື່ອປຶກສາຫາລືຮ່ວມກັນ ພ້ອມນັ້ນກໍໄດ້ສ້າງບົດບັນທຶກຮ່ວມກັນ ເພື່ອເປັນຫລັກຖານສ່ວນຂອງກາງ(ເບຍລາວແກ້ວ) ແມ່ນຍັງຮັກສາໄວ້ຢູ່ຫນ້າຫນ່ວຍງານກວດກາການດ້າ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອັດຕະປື ດັ່ງນັ້ນ, ຈຶ່ງຂໍຮຽນລາຍງານມາຍັງທ່ານເພື່ອພິຈາລະນາ ແລະ ຂໍທິດຊີ້ນໍາ ໃນການຈັດຕັ້ງປະຕິບັດດ້ວຍ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.