ເຈົ້າໜ້າທີ່ລາວ ສົ່ງໂຕໂຈນປຸ້ນຄຳ 437 ບາດ ຄືນໃຫ້ຝັ່ງໄທ

ລາຍງານ 7 ຕຸລາ 2019, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ນະຄອນຫຼວງວຽງຈັນ ໄດ້ສົ່ງຕົວຜູ້ຕ້ອງຫາປຸ່ນຄຳ 437 ບາດ ທີ່ສູນການຄ້າບິກຊີ ຈັງຫວັດຂອນແກ່ນ ເມື່ອເດືອນກໍລະກົດ ທີ່ຜ່ານມາ ໃຫ້ທາງການໄທ ທີ່ດ່ານມິດຕະພາບລາວ-ໄທ 1 ເມື່ອເວລາ 10:15 ຂອງວັນຈັນນີ້.

ເຊິ່ງຜູ້ຕ້ອງຫາຄົນດັ່ງກ່າວຊື່ ສິບເອກເຣືອງສັກ ພັນທອງ ພາຍຫຼັງປຸ້ນຄຳແລ້ວ ໄດ້ຫຼົບໜີເຂົ້າມາໃນ ສປປ.ລາວ ທາງການໄທຈຶ່ງໄດ້ປະສານກັບເຈົ້າໜ້າທີ່ຕຳຫຼວດຂອງລາວ ເພື່ອຂໍໃຫ້ຊ່ວຍຕິດຕາມຈັບກຸມບຸກຄົນດັ່ງກ່າວ ເພື່ອນຳໄປດຳເນີນຄະດີຢູ່ໄທ.

ໂດຍເຈົ້າໜ້າທີ່ຕຳຫຼວດຂອງລາວໄດ້ຕິດຕາມຜູ້ຕ້ອງຫາ ຈົນຮູ້ວ່າໄດ້ມີຄວາມພະຍາຍາມຫຼົບຫຼີກເຈົ້າໜ້າທີ່ຫຼາຍຄັ້ງ ໂດຍການເດີນທາງໄປຍັງແຂວງຊຽງຂວາງ, ຫຼວງພະບາງ ແລະ ສຸດທ້າຍມາທີ່ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ກ່ອນທີ່ຈະຖືກເຈົ້າໜ້າທີ່ຄວບຄຸມຕົວໄປຂັງໄວ້ ແລ້ວປະສານໃຫ້ເຈົ້າໜ້າທີ່ໄທມາຮັບຕົວ.

ແຫຼ່ງຂໍ້ມູນ: KHAODUNK



InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...