ເລີ່ມແລ້ວ! ເປີດໃຫ້ຈອງສະຖານທີ່ຂາຍເຄື່ອງ ບຸນຊ່ວງເຮືອທ່າວັດຈັນ

ທ່ານ ຄໍາເສັງ ສູນດາລາ

ຍັບຈໍ້ມໍ່ເຂົ້າມາແລ້ວສໍາລັບງານບຸນຊ່ວງເຮືອວຽງຈັນ ປະຈຳປີ 2019 ທີ່ທ່າວັດຈັນ ເຊິ່ງແຕ່ລະປີຈະມີການຄົບງັນ ມີຊາວຄ້າຂາຍນໍາສິນຄ້າເຂົ້າມາວາງຂາຍ ເຊິ່ງປີນີ້ມື້ອອກພັນສາແມ່ນກົງກັບວັນອາທິດ ວັນທີ 13 ຕຸລາ 2019 ຜູ້ສໍາປະທານສະຖານທີ່ຄ້າຂາຍເຜີຍ ເປີດໃຫ້ຈັບຈອງພື້ນທີ່ແລ້ວ ສ່ວນລາຄາເລີ່ມແຕ່ 1,5 ລ້ານກີບຕໍ່ລັອກ ຄ່າຝາກລົດ 5 ພັນກີບ.

ທ່ານ ຄໍາເສັງ ສູນດາລາ ຜູ້ອຳນວຍການ ບໍລິສັດ ຄຳເສັງ ຈຳກັດ ໄດ້ກ່າວວ່າ:

ງານບຸນອອກພັນສາ ປະຈຳປີ 2019 ນີ້ທີ່ທ່າວັດຈັນ ເຊິ່ງລາຄາເລີ່ມແຕ່ 1,5 ລ້ານກີບຕໍ່ລັອກ ປັດຈຸບັນມີຜູ້ມາຈັບຈອງພື້ນທີ່ຄ້າຂາຍແລ້ວ 10% ເຊິ່ງຖ້າທຽບໃສ່ກັບແຕ່ລະປີຖືວ່າຍັງບໍ່ທັນຄຶກຄື້ນ ສະເລ່ຍ 10 ຄົນຕໍ່ມື້ ສໍາລັບລັອກທີ່ພວກເຮົາໄດ້ຈັດສັນເພື່ອໃຫ້ຊາວຄ້າຂາຍໄດ້ເຂົ້າມາຈັບຈອງກໍແບ່ງອອກເປັນ 2 ປະເພດ ຄື:

ລັອກສໍາລັບຂາຍສິນຄ້າຫັດຖະກໍາ ອຸດສາຫະກໍາ ຈາກບັນດາບໍລິສັດຕ່າງໆ ເຊິ່ງຈະໄດ້ຈັດແບ່ງເປັນເຕັ້ນຕາມຄວາມຕ້ອງການຂອງລູກຄ້າ ຫຼື ລູກຄ້າສາມາດເຂົ້າມາຕົກແຕ່ງເອງກໍໄດ້ນອກນັ້ນ ແມ່ນລັອກສໍາລັບຄ້າຂາຍສິນຄ້າປະເພນີ ເປັນຕົ້ນແມ່ນ ຂາຍເຂົ້າຫຼາມ ປີ້ງໄກ່ ການບໍລິການອາຫານ ແລະ ອື່ນໆ.

ໃນວຽກງານປະກອບສ່ວນເພື່ອສ້າງບັນຍາກາດ ແລະ ສີສັນຂອງງານປີນີ້ ບໍລິສັດ ຄໍາເສັງ ໄດ້ປະກອບສ່ວນຕັ້ງເວທີກາງ ເພື່ອສະ ແດງສິລະປະພື້ນເມືອງ (ເປົ່າແຄນ ) ການປະກອບເຮືອໄຟ ບັ້ງໄພພຸ ບັງໄພລະໄລ ກີລາຕີມວຍ ໃນວັນທີ 12 ຕຸລາ 2019 ມີ 12 ຄູ່ ສ່ວນວັນທີ 13 ມີການຖ່າຍທອດສົດທັງ 6 ຄູ່ ເນັ້ນນັກມວຍ ລາວ-ໄທ ສ່ວນວຽກງານຮັກສາຄວາມປອດໄພໄດ້ຕິດຕັ້ງດອກໄຟ ປະກອບສ່ວນຕິດຕັ້ງກ້ອງວົງຈອນປິດ ຈໍານວນ 16 ໜ່ວຍ ສ່ວນການອະນາໄມກໍໄດ້ຮ່ວມກັບຫ້ອງການ ຄບຕ ໃນການຮັກສາຄວາມສະອາດໃຫ້ສໍາເລັດໃນມື້ນັ້ນເລີຍ.

ທ່ານ ຄໍາເສັງ ສູນດາລາ ກ່າວຕື່ມອີກວ່າ: ສໍາລັບການບໍລິການຝາກລົດຂອງປະຊາຊົນໃນປີນີ້ ຍັງບໍ່ທັນໄດ້ລົງເລິກລາຍລະອຽດ ຄາດວ່າຈະມີຫຼາຍພາກສ່ວນເຂົ້າຮ່ວມນໍາ ໂດຍສະເພາະບ້ານ ເຊິ່ງຈຸດນີ້ກໍຍາກໃນການຄຸ້ມຄອງ ໂດຍສະເພາະການເກັບເກີນລາຄາ ສ່ວນການເກັບຄ່າປີ້ຝາກລົດກໍຄືກັບປີຜ່ານໆມາ ຄືລົດຈັກເກັບ 5 ພັນກີບ ລົດໃຫຍ່ 15 ພັນກີບ ຢ່າງໃດກໍຕາມ ກໍຂໍເຊີນຊວນຊາວຄ້າຂາຍຜູ້ທີ່ຍັງບໍ່ທັນມີພື້ນທີ່ຄ້າຂາຍໃຫ້ເຂົ້າມາຈັບຈອງໄດ້ແລ້ວ ເຊິ່ງພວກເຮົາມີພະນັກງານອໍານວຍຄວາມສະດວກໃນຈຸດຕ່າງໆ.

ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...