Tuesday, March 18, 2025

ຍ້ອງຍໍກົມກອງ – ບຸກຄົນທີ່ໃຫ້ລາວຫຼຸດພົ້ນອອກຈາກບັນຊີສີເທົາ

ລັດຖະບານແຫ່ງ ສປປ ລາວ ໄດ້ຈັດຕັ້ງພິທີຍ້ອງຍໍບັນດາກົມກອງ ແລະ ບຸກຄົນທີ່ມີຜົນງານໃນການປະກອບສ່ວນເຂົ້າໃນການສ້າງເງື່ອນໄຂໃຫ້ ສປປ ລາວ ຫຼຸດພົ້ນອອກຈາກບັນຊີສີເທົາ ກໍຄືການຈັດຕັ້ງປະຕິບັດວຽກ ງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍເພື່ອອອກຈາກບັນຊີສີເທົາຂອງອົງການຕ້ານການຟອກເງິນສາກົນໃນປີ 2017.

ມີຈຳນວນທັງໝົດ 129 ຄົນທີ່ມາຈາກຫຼາຍພາກສ່ວນທັງສູນກາງ ແລະທ້ອງຖິ່ນ ເຊິ່ງຈັດຂຶ້ນໃນວັນ ທີ 1 ຕຸລາ 2019 ທີ່ກະຊວງການ ເງິນ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານຄະນະກຳມະການ ແຫ່ງຊາດເພື່ອຕ້ານການຟອກ ເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕ ຟງ).

ຄືດັ່ງທີ່ຮູ້ກັນແລ້ວວ່າ:

ໃນໄລຍະຜ່ານມາ ລັດຖະບານແຫ່ງ ສປປ ລາວ ແລະ ປະຊາຊົນລາວໃນທົ່ວປະເທດ ໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດບັນດາເງື່ອນໄຂຕ່າງໆ ທີ່ສາກົນວາງໄວ້ໂດຍສະເພາະໃນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ ການກໍ່ການຮ້າຍ ເຊິ່ງສາມາດຈັດຕັ້ງປະຕິບັດໄດ້ເປັນກ້າວໆມາ ແລະໃນກາງປີ 2017, ສປປ ລາວ ໄດ້ຖືກຖອນອອກຈາກບັນຊີຕິດຕາມ (ບັນຊີສີເທົາ) ຂອງອົງການຕ້ານການຟອກເງິນສາກົນ (Financial Action Task Force “FATF”) ມາຢູ່ບັນຊີປົກກະຕິໄດ້ໃນກອງປະຊຸມຄົບ ຄະນະ (FATF Plenary meeting) ປະຈໍາເດືອນ ມິຖຸນາ 2017 ທີ່ປະເທດແອັດສະປາຍ ໃນວັນທີ 23 ມິຖຸນາ 2017.

ຈາກນັ້ນ; ໃນເວລາຕໍ່ມາ ກໍໄດ້ ຈັດຕັ້ງກອງປະຊຸມສະໄໝສາມັນ ຄັ້ງທີ II ປະຈໍາປີ 2019 ຂອງ ຄຕຟງ, ໂດຍການເປັນປະທານ ຂອງ ທ່ານ ສົມດີ ດວງດີ ປະທານ ຄຕຟງ.

ພ້ອມນີ້, ກໍມີບັນດາສະມາຊິກ ຄຕຟງ ແລະ ກະຊວງກ່ຽວຂ້ອງເຂົ້າຮ່ວມຈຳນວນໜຶ່ງ ເຊິ່ງກອງປະຊຸມໄດ້ມີການປຶກສາຫາ ລືຫຼາຍບັນຫາທີ່ມີຄວາມສໍາຄັນ ຕິດພັນກັບວຽກງານຕ້ານການ ຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ໂດຍສະເພາະການກະກຽມ ຄວາມພ້ອມໃນການປະເມີນຮອບດ້ານຂອງ ສປປ ລາວ ໃນ ປີ 2020-2021.

ກອງປະຊຸມໄດ້ຜ່ານແຜນການກະກຽມຄວາມພ້ອມການ ປະເມີນຮອບດ້ານວຽກງານຕ້ານການຟອກເງິນ ແລະ ສະໜອງ ທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ຂອງ ສປປ ລາວ ໂດຍສຸມໃສ່ດ້ານນິຕິກຳທີ່ຍັງ ບໍ່ທັນໄດ້ຕາມມາດຖານສາກົນ, ປັບປຸງບັນດາກົນໄກໃຫ້ສອດຄ່ອງ, ພ້ອມດຽວກັນນັ້ນຍັງໄດ້ ສຸມໃສ່ແກ້ໄຂຈຸດຄົງຄ້າງບັນດາ ຂະແໜງການທີ່ມີຄວາມສ່ຽງຕໍ່ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເພື່ອຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະແກ້ໄຂ ເພື່ອຮອງຮັບການປະເມີນຈາກກຸ່ມອາຊີປາຊີຟິກເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ ແກ່ການກໍ່ການຮ້າຍ (APG) ໃນລະຫວ່າງເດືອນ ມີນາ 2020- ເດືອນ ກໍລະກົດ 2021.

ກອງປະຊຸມຍັງໄດ້ຊຸກຍູ້ໃຫ້ທຸກພາກ ສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ຈັດ ຕັ້ງປະຕິບັດຕາມພາລະບົດບາດຂອງຕົນໃນວຽກງານຕ້ານການຟອກເງິນ ແລະສະໜອງທຶນໃຫ້ ແກ່ການກໍ່ການຮ້າຍ (AML/CFT) ໃຫ້ສຳເລັດຕາມແຜນ ແລະ ຄາດໝາຍທີ່ວາງໄວ້.

ໂດຍ: ຣັດສະໝີ ດວງສັດຈະ Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.