ການລະເບີດຫີນ ຢູ່ເມືອງນໍ້າບາກ ອາດບໍ່ຖືກຕ້ອງຕາມເຕັກນິກ ສ້າງຄວາມເສຍຫາຍຕໍ່ຊັບສິນ-ຊີວິດປະຊາຊົນ

ໃນໄລຍະຜ່ານມາການລະເບີດຫີນ ເພື່ອເອົາຫີນປູນເຂົ້າເປັນວັດຖຸດິບ ຂອງ ໂຮງງານຊີມັງຫລວງພະບາງ ຈຳກັດ ຕັ້ງຢູ່ເຂດພັດທະນານ້ຳຖ້ວມ ເມືອງນ້ຳບາກ ແຂວງ ຫລວງພະບາງ ແມ່ນດຳເນີນມາເປັນປົກກະຕິ ແລະ ຕໍ່ເນື່ອງ ແຕ່ການລະເບີດຫີນຄັ້ງຫລ້າສຸດ ໃນຕອນແລງຂອງວັນທີ 5 ຕຸລາ 2019 ນີ້.

ອາດແມ່ນຍ້ອນວິຊາການຜູ້ຮັບເໝົາ ທ້າວ ລາວເຈົ່າ ບໍ່ປະຕິບັດຕາມຫລັກການເຕັກນິກ-ວິຊາການ ຢ່າງເຂັ້ມງວດ ອັນໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນຂອງປະຊາຊົນ ຢູ່ບ້ານໂພນມະນີ ມີ ເຮືອນເປ່ເພ 81 ຫລັງ ແລະ 2 ຫລັງ ໄດ້ຮັບຄວາມເສຍຫາຍໜັກ, ບາດເຈັບສົມຄວນ 23 ຄົນ, ບາດເຈັບສາຫັດ 8 ຄົນ ແລະ ເສຍຊີວິດ 1 ຄົນ.

ທ່ານ ຄຳວອນ ແກ້ວລຸນໜູນ ຮອງເຈົ້າເມືອງນ້ຳບາກ ໄດ້ໃຫ້ສຳພາດວ່າ: ທຸກຄັ້ງກ່ອນຈະມີການລະເບີດຫີນ ອົງການປົກຄອງເມືອງ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອລົງຕິດຕາມ-ກວດກາ ຢ່າງໃກ້ຊິດ ທັງໄດ້ຊີ້ນຳໃຫ້ມີການປະກອບພິທາງສາສະໜາທຸກຄັ້ງ ກ່ອນການລະເບີດຫີນ, ຕາມປົກກະຕິຄວາມແຮງຂອງລະເບີດ ຈະບໍ່ມີຜົນກະທົບມາຮອດເຮືອນປະຊາຊົນ ເຖິງວ່າຈະໃຊ້ດິນລະເບີດຄັ້ງລະ 10-20 ໂຕນ.

ແຕ່ເທື່ອນີ້ ອາດມີຄວາມຜິດພາດດ້ານເຕັກນິກ ເພາະເຂົາເຈົ້າໄດ້ໃຊ້ດິນລະເບີດປະມານ 14 ໂຕນ ປະກົດວ່າລະເບີີດມີຄວາມຮຸນແຮງກວ່າທຸກຄັ້ງ ແລະ ໄດ້ທະລຸອອກທາງຂ້າງຂອງໜ້າຜາຫີນ ແລະ ຟົ້ງມາຮອດບ້ານຂອງປະຊາຊົນ ເຊິ່ງໄດ້ສົ່ງຜົນກະທົບ ແລະ ສ້າງຄວາມເສຍຫາຍດັ່ງກ່າວ ຫລາຍສົມຄວນ.

ທ່ານ ຄຳວອນ ແກ້ວລຸນໜູນ ຍັງໃຫ້ຮູ້ຕື່ມວ່າ:

ຕໍ່ກັບບັນຫາດັງກ່າວ, ເຈົ້າໜ້າທີ່ ໄດ້ກັກຕົວຜູ້ສ້າງຄວາມເສຍຫາຍ ແລະ ດຳເນີນການສືບສວນ-ສອບສວນ ຕາມກົດໝາຍ.

ພ້ອມທັງເລັ່ງເກັບກຳຂໍ້ມູນຜົນເສຍຫາຍຕົວຈິງ ເພື່ອຊອກວິທາງແກ້ໄຂ ທັງວາງມາດຕະການໃຫ້ເຂັ້ມງວດຕື່ມ ເພື່ອບໍ່ໃຫ້ເຫດການທີ່ສ້າງຄວາມເສຍຫາຍເກີດຂຶ້ນອີກ. ສ່ວນປະຊາຊົນຜູ້ໄດ້ຮັບເຄາະຮ້າຍເສຍຊີວິດ ແລະ ບາດເຈັບ ທາງເມືອງໄດ້ມອບໃຫ້ໂຮງງານຊີມັງ ເປັນຜູ້ຮັບຜິດຊອບໃນການໃຊ້ຈ່າຍ ຈົນກວ່າຈະສຳເລັດຂະບວນຍຸຕິທຳ ຕາມລະ ບຽບກົດໝາຍຂອງ ສປປ ລາວ.

ຂ່າວ: ອາພຸດເດດ, ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...