ຂ່າວດີ… ແຈ້ງທຶນການສຶກສາ ASEAN-CHINA Young Leaders Schilarship (ACYLS) 2020 ສໍາຫຼັບນັກຮຽນ ອາຊຽນ ທີ່ມີຄວາມປະສົງ ຢາກໄປສຶກສາຕໍ່ ໃນລະດັບປະລິນຍາໂທ ແລະ ເອກ ຢູ່ ສປ ຈີນ ຫຼັກສູດຮຽນ ເປັນພາສາອັງກິດ.
ປິດຮັບສະໝັກ 1 ເມສາ 2020
ລາຍລະອຽດ ແລະ...
ທ້າວ ວາດສະໜາ ແກ້ວມີໄຊ ອາຍຸ 16 ປີ ບ້ານເກີດຢູ່ ຫຼັງຄັງ ເມືອງບົວລະພາ ແຂວງຄຳມ່ວນ, ປັດຈຸບັນຮຽນຢູ່ຊັ້ນ ມໍ4. ເປັນຄົນໜຶ່ງທີ່ມັກກິລາປະເພດເຕະບານເປັນພິເສດ ໂດຍສະເພາະແມ່ນຕຳແໜ່ງຜູ້ຮັກສາປະຕູ ເພາະວ່ານ້ອງເອງເປັນຄົນຮ່າງສູງ ແລະເໜືອສິ່ງອື່ນໃດນັ້ນ ລາວມີຄວາມຝັນ ແລະຄວາມມຸ່ງໝັ້ນສະເໝີວ່າ ຕ້ອງເປັນນັກກິລາເຕະບານໃຫ້ໄດ້.
ເມື່ອເຫັນຂ່າວທາງເຟສບຸກ SCG Brand ວ່າ ທາງເອັດສຊີຈີ ແລະ...
ສະຫະພັນບານເຕະແຫ່ງຊາດລາວ Lao Football Federation ໄດ້ປະກາດລາຍຊື່ນັກກິລາ 23 ຄົນສຸດທ້າຍເຂົ້າຮ່ວມ ແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ເຊິ່ງຈະໄດ້ເລີ່ມເກັບຕົວຝຶກຊ້ອມນັບຕັ້ງແຕ່ ວັນທີ 15 ກັນຍາ 2023.
ຄະນະສະເພາະກິດໄດ້ ຖະແຫຼງຂ່າວໃນວັນທີ 9 ເມສາ 2020 ນີ້ວ່າ: ໂດຍອີງຕາມຫນັງສືແຈ້ງການພະແນກການພົວພັນຕ່າງປະເທດຂອງ ແຂວງຮ່າຕິ່ງ ສສ ຫວຽດນາມ, ສະບັບເລກທີ 238/SNgV-LSBG,ລົງວັນທີ 07/04/2020 ແລະ ຫນັງສືລາຍງານຈາກສະຖານກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈໍານະຄອນດານັງ ສສ ຫວຽດນາມ ສະບັບເລກທີ1 36/ກສ.ດນ, ລົງວັນທີ 08 ເມສາ 2020. ໃຫ້ຮູ້ວ່າມີນັກສຶກສາລາວ ຈໍານວນ 151 ຄົນ ໄດ້ລັກອອກຈາກຫໍພັກໂຮງຮຽນ ເພື່ອເດີນທາງກັບສປປ ລາວ.
ທ່ານ ຮສ ປອ ກອງສີ ແສງມະນີ ຮອງລັດຖະມົນຕີ ກະຊວງ – ສຶກສາທິການ ແລະ ກິລາ ໃນນາມຕາງຫນ້າໃຫ້ແກ່ຄະນະນໍາກະຊວງສຶກສາທິການ ແລະ ກິລາ ແລະ ຄະນະສະເພາະກິດການ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19 ໃຫ້ຮູ້ວ່າ: ນັກສຶກສາດັ່ງກ່າວມາຈາກ 03 ສະຖານການສຶກສາຄື: ມະຫາວິທະຍາໄລຮ່າຕິ້ງຈໍານວນ 70 ຄົນ, ວິທະຍາໄລການແພດຮ່າຕິ້ງ ຈໍານວນ53 ຄົນ ແລະ ວິທະຍາໄລເຕັກນິກ ຫວຽດ-ເຢຍລະມັນ ຈໍານວນ 28 ຄົນ, ໃນນີ້ເປັນນັກສຶກສາ: ແຂວງ ຄຳມ່ວນ 52 ຄົນ, ຊຽງຂວາງ 26 ຄົນ, ນະຄອນຫຼວງ 18 ຄົນ, ຈຳປາສັກ 12 ຄົນ, ສະຫວັນນະເຂດ 10 ຄົນ, ວຽງຈັນ 10 ຄົນ, ໄຊສົມບູນ 9 ຄົນ, ບໍລິຄຳໄຊ 3 ຄົນ, ສາລະວັນ 3 ຄົນ, ໄຊຍະບູລິ 2 ຄົນ, ຜົ້ງສາລີ 2 ຄົນ, ຫົວພັນ 2 ຄົນ, ອັດຕະປື 1 ຄົນ ແລະ ຫຼວງພະບາງ 1 ຄົນ.
ການກະທໍາດັ່ງກ່າວຖືວ່າ ເປັນການລະເມີດຕໍ່ຄໍາສັ່ງ, ແຈ້ງການ ແລະ ລະບຽບຂອງລັດຖະບານ ສສ ຫວຽດ ນາມ, ລັດຖະບານ ສປປ ລາວ, ແຂວງຮ່າຕິ່ງ ແລະ ສະຖານການສຶກສາ ກ່ຽວກັບການປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19.
ດັ່ງນັ້ນ, ເພື່ອປ້ອງກັນ ແລະ ຄວບຄຸມພະຍາດ ໂຄວິດ-19 ທີ່ກໍາ ລັງແຜ່ລະບາດ ແລະ ມີຄວາມສ່ຽງສູງຕໍ່ສຸຂະພາບ ແລະ ຄວາມປອດໄພ ຂອງຄົນໃນສັງຄົມ. ກະຊວງສຶກສາທິການ ແລະ ກິລາ ຈຶ່ງອອກ ແຈ້ງການດັ່ງນີ້:
1 ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງລາຍງານການນໍາແຂວງ, ນະຄອນຫຼວງ, ປະສານສົມທົບພະແນກ ການຕ່າງປະເທດແຂວງ ແລະ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ຂັ້ນ ທ້ອງຖິ່ນ ກ່ຽວກັບສະພາບນັກສຶກສາລາວທີ່ກໍາລັງສຶກສາຢູ່ ສສ ຫວຽດນາມ ແລະ ໄດ້ເດີນທາງກັບ ສປປ ລາວ.
2 ຮຽກຮ້ອງມາຍັງນັກສຶກສາ, ພໍ່ແມ່, ຜູ້ປົກຄອງຈົ່ງໃຫ້ການຮ່ວມມືສຶກສາອົບຮົມລູກຫຼານຂອງຕົນຜູ້ທີ່ບໍ່ທັນກັບລາວໃຫ້ປະຕິບັດຕາມ ຄໍາສັ່ງແລະ ກົດຫມາຍຂອງປະເທດເຈົ້າພາບກໍ່ຄືຄໍາສັ່ງຂອງນາຍົກ ລັດຖະມົນຕີ ສະບັບເລກທີ 06/ ນຍ, ລົງວັນທີ 29 ມີນາ 2020 ) ດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄ ວິດ 19 (ໂຄວິດ-19)ຢ່າງເຂັ້ມງວດ. ສໍາລັບນັກສຶກສາທີ່ກັບລາວ ແລ້ວໃຫ້ປະຕິບັດຕາມມາດຕະການຂອງຄະນະສະເພາະກິດເພື່ອ ປ້ອງກັນ, ຄວບຄຸມແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ຢ່າງເຂັ້ມງວດເພື່ອຮັບປະກັນຄວາມປອດໄພຂອງຕົນເອງ, ຄອບຄົວ, ສັງຄົມ ແລະປະເທດຊາດ.
3 ໃຫ້ນັກສຶກສາທີ່ກໍາລັງສຶກສາຢູ່ສະຖານການສຶກສາຕ່າງໆ ຂອງ ສສ ຫວຽດນາມ ໃຫ້ສືບຕໍ່ຢູ່ພາຍໃຕ້ການຄຸ້ມຄອງຂອງສະຖານການສຶກສາ, ບໍ່ໃຫ້ມີການເຄື່ອນຍ້າຍໄປມາ ຕາມທິດຊີ້ນໍາຂອງ ລັດຖະບານ ແລະ ໃຫ້ປະຕິບັດຕາມມາດຕະການການປ້ອງກັນ ຂອງປະເທດເຈົ້າພາບຢ່າງເຂັ້ມງວດ. ຈົນກວ່າສະພາບການລະບາດຂອງພະຍາດໂຄວິດ-19 ຜ່ອນຄາຍລົງ
4 ສໍາລັບນັກສຶກສາລາວທີ່ກໍາລັງສຶກສາຢູ່ປະເທດອື່ນໆ ນອກຈາກ ສສ ຫວຽດນາມແມ່ນໃຫ້ສືບຕໍ່ປະຕິບັດຕາ ມທິດຊີ້ນໍາຂອງ ລັດຖະບານ, ສະຖານທູດລາວ ແລະ ມາດຕະການການປ້ອງກັນ ຂອງປະເທດເຈົ້າພາບຢ່າງເຂັ້ມງວດ.
ສະໝັກແນວໃດ