Saturday, April 26, 2025
Kbank Laos โอน รับ จ่าย

ເມືືືອງຫົງສາ ຍົກລະດັບເຮືອຊ່ວງຕິດພັນກັບການທ່ອງທ່ຽວ

ພາບປະກອບ

ເມືອງຫົງສາເປັນຫນື່ງທີ່ໄດ້ຮັບການສ້າງຕັ້ງຂື້ນປີ ຄສ 1354 ພສ 1897 ພາຍຫລັງໄດ້ຮັບປົດປ່ອຍ ໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ແລະແນວທາງປ່ຽນແປງໃຫມ່ ເມືອງຫົງສາເປັນຫນື່ງໃນຈຳນວນ 11 ເມືອງຂອງແຂວງ ໄຊຍະບູລີເຊິ່ງນອນຢ່ໃນ4 ເມືອງເຫນືອຂອງແຂວງ ຮ່ງຈາກເທດສະບານແຂວງ 90 ກິໂລ ແມັດ ລຽວຕາມແຄມແມ່ນໍ້າຂອງ 64 ກິໂລແມັດ ທິດເຫນືອຕິດກັບເມືອງປາກແບງ ແລະ ເມືອງງາແຂວງອຸດົມໄຊ ທິດໃຕ້ຕິດກັບເມືອງໄຊຍະບູລີແລະເມືອງໄຊສະຖານ ທິດຕາເວັນອອກຕິດກັບເມືອງຈອມເພັດ ແຂວງຫລວງພະບາງ ທິດຕາເວັນຕົກຕິດກັບເມືອງເງິນ ແລະ ເມືອງສະເຫລີມພະກຽດແຂວງນ່ານ(ປະເທດໄທ) ທົ່ວເມືອງມີ33ບ້ານ ມີ483 ຫນ່ວຍຄຸ້ມຄອງພົນລະເມືອງ ມີ 5900 ຄອບຄົວ ມີພົນລະເມອືງທັງຫມົດ 29 337 ຄົນ ຍິງ 14 436 ຄົນ ມີເນື້ອທີ່ທັງຫມົດ 1 626 ກິໂລຕາແມັດ ໃນນີ້ເຂດພູດອຍກວມເອົາ 90% ເຂດທົ່ງພຽງກວມເອົດ 10% ຂອງເນືອ້ທີ່ທັງຫມົດ ປະກອບມີ 8 ເຜົ່າຄື:

ພາບປະກອບ

ເຜົ່າລາວ . ເຜົ່າກື່ມມຸ . ເຜົ່າລື້ . ເຜົ່າອີວມ່ຽນ. ເຜົ່າໄປ່ຮ. ເຜົ່າໄຕດຳ ແລະເຜົ່າຢວນ. ເສດທະກິດເໂດຍລວມຂອງເມືອງມີການຂະຫຍາຍຕົວຢ່າງຕໍ່ເນ່ື່ອງ ຢູ່ໃນລະດັບ 11,3% ຕໍ່ປີ. ລວມລາຍຮັບທົ່ເມືອງມີທັງຫມົດ 644 ຕື້ກີບ. ສະເລ່ຍໃສ່ຫວຄົນຫນື່ໄດ້ 21 ລ້ານກ່ວາກີບ ຫລື ເທົ່າກັບ 2745ກວ່າໂດລ່າສະຫາລັດ. ເປັນເມືອງທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ ມີພູຜາປ່າໄມ້ປົກຄຸ້ມໄປດ້ວຍຊັບພະຍາກອນທຳມະຊາດ ມີປ່າໄມ້ດົກຫມາ ມີແມ່ນໍ້າຫລາຍສາຍສາມາດສ້າງເປັນຊົລະປະທານ ເອົານໍ້າເຂົ້າສູການຜລິດ.

ພາບປະກອບ

ໃຫ້ຫລາຍກາຍເປັນສິນຄ້າ ມີບໍ່ທ່ານຫີນທີ່ສາມາດສ້າງເປັນໂຮງງານໄຟຟ້າພພະງານຄວາມຮ້ອນ.ເພື່ອພະລິດກະແສໄຟຟ້າຊົມໃຊ້ຢູ່ພ່ຍໃນ ແລະ ສົ່ງອອກ. ນອກນີ້ຍັງມີທີທັດທຳມະຊາດ ທີ່ເປັນຊັບພະຍາກອນການທ່ອງທ່ຽວ ທທທີ່ສວຍສົດງົດງາມເຊັ່ນ: ພູຜາປ່າໄມ້. ນ*ຕົກຕາດ. ວັດວາອາຮາມ. ຮີດຄອງປະເພນີປູສະນີຍະສະຖານ. ຮ່ອງຮອຍປະຫວັດສາດ. ວັດທະນະທຳຂອງເຜົ່າຫລາກຫລາຍ. ມີຫໍພິພິທະພັນແຫ່ງການຮຽນຮູ້. ພະທາດຫລັກເມືອງ. ພະທາດມ່ານ. ພຸດທະສີມາສີມຸງຄຸນ ແລະ ພະລິດຕະພັນທາງດ້ານຫັດຖະກຳຝ້າຍ 1 ເມືອງ 1 ຜລິດຕະພັນ. ທີ່ເປັນເອກະລັກຂອງເຜົ່າຢູ່ບ້ານວຽງແກ້ວ. ຊິ່ງເປັນທ່າແຮງໃຫ້ແກ່ການດຶງດຸດເອົາແຂກທັງພາຍໃນແລະຕ່າງປະເທດ.ເຂົ້າມາທ່ຽວຊົມເມືອງຫົງສາຕາມວິໄສທັດທີ່ວ່າ:ສ້າງເມືອງຫົງສາໃຫ້ກາຍເປັນເມືອງ ອຸດສາຫະກຳ ຕິດພັນກັບການບໍລິການການທ່ອງທ່ຽວ ທີ່ເປັນມິດກັບສິ່ງແວດລ້ອມ.

ພາບປະກອບ

ດັ່ງຄຳຂວັນທີ່ວ່າ: ເມືອງຫົງສາ ເມືອງອຸດສາຫະກຳພະລັງງານໄຟຟ້າ. ພັດທະນາຫັດຖະກຳຕ່າແຜ່ນ ແພຝ້າຍ. ສາຍທາງທ່ອງທ່ຽວ ຂີ່ຊ້າງຊົມເມືອງ. ມີຊື່ສຽງຜັກທຽມຫອມຫົວງາມ. ເຂົ້າຫລາມແຊບ. ງານບູນເທດສະການເຮືອຊ່ວງ ເມືອງຫົງສາ ແມ່ນປະເພນີທີ່ມີມາແຕ່ດົນນານແລ້ວ ຊື່ມາຮອດປະຈຸບັນແມ່ນໄດ້ 15 ປີແລ້ວ. ພິເສດງານແຂ່ງຂັນເທດສະການເຮືອຊ່ວງໃນປີນີ້ຊຶ່ງເປັນປີທີ່ລັດຖະບານ ເປິດກ້ວງປີທ່ອງທ່ຽວ ລາວ – ຈີນ. ຊື່ງງານເທດສະການເຮືອຊ່ວງ ແລະ ວາງສະແດງສີນຄ້າ 1 ເມືອງ 1 ຜລິດຕະພັນ. ເມືອງຫົງສາ ແຂວງໄຊຍະບູລີ ແມ່ນໄດ້ຈັດຂື້ນໃນເດືອນຕຸລາ ກໍ່ຄືເດືອນ 11 ລາວ ຂອງທຸກໆປີ. ທີ່ສາຍນໍ້າແກນທີ່ເປັນແມ່ນໍ້າສາຍຫລັກ. ທີ່ເປັນເອກະລັກຂອງຊາວເມືອງໃນການດຳລົງຊີວິດ.

ສະນັ້ນພໍຮອດມື້ຂື້ນ 8 ຄໍ່າຂອງເດືອນ 11 ລາວ ຊໍເຊີນຊວນບັນດາທ່ານແຂກທັງພາຍໃນ ແລະຕ່າງປະເທດ ໄປທ່ຽວຊົມງານເທດສະການເຮືອຊ່ວງ ເມືອງຫົງສາດ້ວຍໄມຕີຈິດ ມິດຕະພາບອັນເບິກບານມ່ວນຊື່ນຕະຫລອດໄປ

ແຫຼ່ງຂໍ້ມູນ: Medialaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.

Vietjet ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ, ສະ​ເໜີ​ທາງ​ເລືອກ​ທີ່ຫຼາກຫຼາຍ​ ​ໃນການ​ທ່ອງ​ທ່ຽວ​ຫວຽດນາມ​ໃນ​ລະດູ​ຮ້ອນ​ນີ້

(ນະຄອນຫຼວງວຽງຈັນ, ວັນທີ 23 ເມສາ 2025) – Vietjet ເປີດຕົວ 2 ເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດຕົວເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.