ຊ່າງຕັດຜົມລາວ ໄດ້ຮັບລາງວັນທີ 1 ປະເພດແກະລາຍ ຈາກການປະກວດ Dcash phofessional

ນັບວ່າເປັນອີກໜຶ່ງລາງວັນດີໆ ທີ່ສ້າງຊື່ສຽງໃຫ້ກັບຄົນລາວ ໂດຍສະເພາະຊ່າງຕັດຜົມ, ຕົບແຕ່ງຊໍົງຜົມ ຢ່າງ ດ່ອນ ຊ້າງຕັດຜົມຊາວເມືອງໄກສອນ ແຂວງສະຫວັນນະເຂດ

ທີ່ໄດ້ເຂົ້າແຂ່ງຂັນ Dcash phofessional ເປັນການປະກວດຕັດ ແລະ ອອກແບບຊົງຜົມຫຼາຍປະເພດ ທີ່ປະເທດໄທເປັນຄົນຈັດ ຢູ່ ກຸງເທບມະຫານະຄອນເປັນຄັ້ງທີ່ 5

ແລະ ດ່ອນ ໄດ້ຄວ້າລາງວັນຈາກການແຂ່ງຂັນນີ້ຈາກ 79 ຄົນ ຕິດ 1 ໃນ 10 ໄດ້ລາງວັນ 2 ລາງວັນຄື

ລາງວັນແລກປະເພດແກະລາຍໄດທີ1 ແລະ ລາງວັນທີ 2 ໄດ້ປະເພດຊົງວິນເຖດລາງວັນດີເດັ່ນ … ຂໍສະແດງຄວາມຍິນດີນໍາເດີ້

ສຸດທ້າຍ ດ່ອນຍັງຝາກຄະຕິ ແງ່ຄິດໃຫ້ກັບບັນດາຊ່າງມື້ໃໝ່ວ່າ ” ຝັນໃຫ້ໄກແລ້ວໄປໃຫ້ຖຶງ ຖ້າເຈົ້າລົບຄຳວ່າຍ້ານແລະບໍກ້າອອກໄປເຈົ້າບໍມີທາງທີຈະໄປຖຶງຝັ່ງຝັນໄດ້

ແຫຼ່ງຂໍ້ມູນ: Soupsip Update



InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: