ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 18 ປີ (12/10/2001-12/10/2019) ກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ( ປກສ ນວ) ໄດ້ຈັດພິທີຈູດທຳລາຍຢາເສບຕິດທີ່ຢຶດໄດ້ຈາກຜູ້ຄ້າຂາຍໃນຜ່ານມາຂຶ້ນວັນທີ 12 ຕຸລາ 2019.
ທີ່ເດີ່ນສຳນັກງານປົກຄອງເມືອງໄຊທານີ (ຫຼັງໃໝ່) ເຂດດົງໝາກຄາຍ ມີທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນວ ທ່ານ ພົນຕີ ສົມຫວັງ ທຳມະສິດ ຮອງລັດຖະມົນຕີ ຜູ້ຊີ້ນຳວຽກງານກວດກາ ແລະ ຄວບຄຸມຢາເສບຕິດກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍທູຕານຸທູດ ອົງການຈັດຕັ້ງສາກົນ ການນຳ ນວ ເຈົ້າໜ້າທີ່ຕຳຫຼວດ ພະນັກງານ ຊາວໜຸ່ມ-ເຍົາວະຊົນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ພົຈວ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການ ປກສ ນວ ໄດ້ກ່າວວ່າ:
ການຈູດ-ທຳລາຍຢາເສບຕິດຄັ້ງນີ້ເປັນການທຳລາຍຢາເສບຕິດທີ່ສານຕັດສິນແລ້ວມາຈາກກົມຕຳຫຼວດ 303 ແລະ ທົ່ວ ປກສ ນວ ປະກອບມີຢາບ້າ 385,94 ກິໂລ ເຮໂລອິນ 93,4 ກິໂລ ຢາໄອສ໌ 37,6 ກິໂລ ກັນຊາແຫ້ງ 8 ກິໂລ ແປ້ງເຮັດຢາບ້າ 67 ກິໂລ ແປ້ງຄາເຟອິນ 41 ເປົາ ໂຣເດຍໂອມ 64 ກິໂລ ຣິຊິສເດ 18 ກິໂລ ແປ້ງສີຄຣີມ 310 ກິໂລ ແປ້ງຝຸ່ນສີຂາວ 8,89 ກິໂລ ແປ້ງຝຸ່ນສີສົ້ມ 67 ກຼາມ ແປ້ງຝຸ່ນສີບົວກຸຫຼາບ+ບົວປູນ 113 ກຼາມ ແປ້ງສີແດງຊ້ຳ 56 ກຼາມ ແປ້ງສີແດງ 17,2 ກິໂລ ໂສດາໄຟ 17ເປົາ ໃບຕົ້ນແຄັດ 39,2 ກິໂລ ແລະ ແປ້ງຄາເຟອິນ+ໂສດາໄຟ 58 ເປົາ ລວມທັງໝົດ 741 ກິໂລ.
ເພື່ອຈັດຕັ້ງປະຕິບັດແຜນການສະກັດກັ້ນ ແລະ ຕ້ານຢາເສບຕິດ ໃນໜຶ່ງປີຜ່ານມາໄດ້ເອົາໃຈໃສ່ບາງວຽກສຳຄັນ ໂດຍສະເພາະປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານ 3 ຫຼຸດ 3 ເພີ່ມ 3 ຂະບວນການ ພິເສດການຫຼຸດຜ່ອນບັນຫາຢາເສບຕິດໃນ ນວ ປັດຈຸບັນທົ່ວ ນວ ສ້າງບ້ານປອດຢາເສບຕິດໄດ້ທັງໝົດ 348 ບ້ານ ກວມເອົາ 72,35% ຂອງບ້ານທັງໝົດ 481 ບ້ານ ສ້າງໂຮງຮຽນປອດຢາເສບຕິດໄດ້ 136 ແຫ່ງ ກວມເອົາ 83,95% ຂອງໂຮງຮຽນມັດທະຍົມທັງໝົດ 162 ແຫ່ງ.
ຂະບວນການສ້າງບ້ານ ສ້າງໂຮງຮຽນໃຫ້ປອດສິ່ງເສບຕິດດັ່ງກ່າວນີ້ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການຫຼຸດຜ່ອນປາກົດການຫຍໍ້ທໍ້ຕ່າງໆໄດ້ດີພໍສົມຄວນ ພ້ອມນັ້ນ ກອງບັນຊາການ ປກສ ນວ ໄດ້ຮ່ວມມືກັບພາກສ່ວນກ່ຽວຂ້ອງຂັ້ນຕ່າງໆ ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ສະແດງອອກ 1 ປີຜ່ານມາສາມາດມ້າງຄະດີຢາເສບຕິດໄດ້ 887 ຄັ້ງ.
ກັກຕົວຜູ້ກະທຳຜິດໄດ້ 1.202 ຄົນ ຍິງ 123 ຄົນ ມີຄົນຕ່າງປະເທດ 10 ຄົນ ຍິງ 3 ຄົນ ສາມາດຢຶດຢາເສບຕິດປະເພດຢາບ້າ 761.295 ເມັດ ເຮໂຣອິນ 22 ແທ່ງ ຢາໄອສ໌ 219 ກິໂລ ໂຄເຄນ 1 ຖົງນ້ອຍ ຝຸ່ນປະສົມຢາບ້າສີແດງ 34 ກຼາມ ຝຸ່ນປະສົມຢາບ້າສີຂາວ 13 ກຼາມ ລົດໃຫຍ່ 34 ຄັນ ລົດຈັກ 96 ຄັນ ໂທລະສັບມືຖື 282 ໜ່ວຍ ອາວຸດເສິກປືນຍາວ 4 ກະບອກ ແລະ ປືນສັ້ນ 14 ກະບອກ ອາຍັດເຮືອນທີ່ດິນ 11 ຫຼັງ ແລະ ດິນສວນ 14 ຕອນ ພ້ອມດ້ວຍວັດຖຸມີຄ່າຈຳນວນຫຼາຍລາຍການ.
ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່