ກຳມະບານສະຫວັນນະເຂດ ສຳເລັດຊຸດຝຶກອົບຮົມການດຳລົງຊີວິດແລະເຮັດວຽກທີ່ມີຄຸນຄ່າໃຫ້ແກ່ແຮງງານນອກລະບົບ

ທ້າຍອາທິດແລ້ວນີ້ ຂະແໜງປົກປ້ອງແຮງງານ ທີ່ຂຶ້ນກັບສະຫະພັນກຳມະບານແຂວສະຫວັນນະເຂດ ໄດ້ຈັດຊຸດຝຶກອົບຮົມກ່ຽວກັບມາດຕະຖານການດຳລົງຊີວິດໃນການເຮັດວຽກທີ່ມີຄຸນຄ່າແລະເປັນທຳໃຫ້ແກ່ຜູ້ອອກແຮງງານນອກລະບົບ ເຊິ່ງຈັດຂຶ້ນທີ່ຫ້ອງການສະຫະພັນກຳມະບານແຂວງ,ເຂົ້າຮ່ວມເປັນປະທານ.

ມີທ່ານ ສົມໃຈ ສີສົມພອນ ຮອງປະທານຄະນະບໍລິຫານງານ ສະຫະພັນກຳມະບານແຂວງ, ມີບັນດາທ່ານຜູ້ຕ່າງໜ້າໃຫ້ພະແນກແຮງງານສະຫວັດດີການສັງຄົມແຂວງ ,ຫ້ອງ ການປະກັນສັງຄົມ,ສະພາການຄ້າແລະອຸດສາຫະ ກຳ,ສູນກາງກຳມະບານລາວ ແລະ ພະນັກງານວິຊາການຈາກບັນດາເມືອງທີ່ກ່ຽວຂ້ອງເຂົ້າຮ່ວມ 19 ທ່ານ,ຍິງ 05 ທ່ານ .

ຈຸດປະສົງຂອງການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອເປັນການຈັດຕັ້ງປະຕິບັດ ຕາມແຜນການເຄື່ອນໄຫວຂອງການປົກປ້ອງທາງສັງຄົມ ທີ່ສະໜັບສະໜູນໂດຍອົງການ(ອັອກສຟຣາມ) ເປົ້າໝາຍແມ່ນເພື່ອເຮັດໃຫ້ການເຄື່ອນໄຫວວຽກງານໄປຕາມແຜນແລະສອດຄ່ອງກັບສະພາບຄວາມເປັນຈິງ ເພື່ອປົກປ້ອງທາງສັງຄົມ ໃຫ້ແກ່ແຮງງານໃນແລະນອກລະບົບ.

ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງ,ຮັບຮູ້ເຖິງພາລະບົດບາດ,ສິດແລະໜ້າທີ່ ຂອງກຳ ມະບານ,ການບັນລະຍາຍກົດໝາຍວ່າດ້ວຍແຮງງານແລະສັນ ຍາແຮງງານບຸກຄົນ ,ການເຂົ້າປະກັນສັງຄົມພາກສະໝັກໃຈ ແລະພາລະບົດບາດຂອງສະພາການຄ້າ ,ຈາກນັ້ນກໍ່ຍັງມີ ການ ລາຍງານຂອງກຸ່ມປູກອ້ອຍແລະ ກຸ່ມປູກກ້ວຍ ຈາກເມືອງເຊໂປນແລະໄຊບູລີ ໂດຍໄດ້ມີການສົນທະນາແລະແລກປ່ຽນຄຳຄິດເຫັນໃນດ້ານຕ່າງໆດ້ວຍກັນຢ່າງມີຜົນສຳເລັດ.

ແຫຼ່ງຂໍ້ມູນ: ຂ່າວ/ພາບ:ວຽງສະໄໝ ຊົມຊອບ, Medialaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...