Monday, November 10, 2025
Kbank Laos โอน รับ จ่าย

5 ນະຄອນ ປະເທດ​ລຸ່ມ​ແມ່ນ້ຳ​ຂອງ​ຮ່ວມ​ເປັນ​ໜຶ່ງ​ດຽວໃນ​ການ​ເຊື່ອມ​ໂຍງ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ

ນະຄອນຫຼວງ​ວຽງ​ຈັນ ໄດ້​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ທ່ອງ​ທ່ຽວ​ບັນດາ​ປະເທດ​ລຸ່ມ​ແມ່ນ້ຳ​ຂອງ​ຄັ້ງ​ທີ 5 ຂຶ້ນ​ວັນ​ທີ 14 ຕຸລາ 2019 ທີ່ ໂຮງແຮມ​ແມ່​ຂອງ​ລີ​ເວີ​ໄຊ ໂດຍ​ເປັນ​ປະທານ​ຂອງ​ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ອຸ່ນ​ທວງ ຂາວ​ພັນ ຮອງ​ລັດຖະມົນຕີ​ກະຊວງ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຈາກ 5 ນະຄອນ​ປະເທດ​ລຸ່ມ​ແມ່ນ້ຳ​ຂອງ ປະກອບ​ມີ: ນະຄອນ​ພະນົມ​ເປັນ ລາຊະ​ອານາຈັກ​ກຳປູເຈຍ ນະຄອນ ຫຼວງ​ວຽງ​ຈັນ ​ສປປ ລາວ ນະຄອນ​ຢາງ​ກຸ້ງ ມຽນ​ມາ ນະຄອນຫຼວງ​ບາງກອກ ປະເທດ​ໄທ ນະຄອນ​ໂຮ່​ຈີ​ມິງ ​ສສ ຫວຽດນາມ ພ້ອມ​ດ້ວຍ ຕາງໜ້າ​ຈາກ​ພາກ​ລັດ-ເອກະ​ຊົນ ທຸ​ຕາ​ນຸ​ທູດ ເຂົ້າ​ຮ່ວມ.

ທ່ານ ສິນ​ລະ​ວົງ ຄຸດ​ໄພ​ທຸນ ໄດ້​ກ່າວ​ວ່າ:

ກອງ​ປະຊຸມ​ທ່ອງ​ທ່ຽວ 5 ນະຄອນ​ບັນດາ​ປະເທດ​ລຸ່ມ​ແມ່ນ້ຳ​ຂອງ 4 ຄັ້ງ​ຜ່ານ​ມາ​ແມ່ນ​ມີ​ຜົນສຳເລັດ​ເປັນ​ຢ່າງ​ດີ ເຮັດ​ໃຫ້​ບັນດາ​ນະຄອນ​ປະເທດ​ລຸ່ມ​ແມ່ນ້ຳ​ຂອງ​ມີ​ຄວາມ​ໃກ້ຊິດ​ກັນ​ຫຼາຍ​ຂຶ້ນ ໄດ້​ມີ​ການ​ແລກປ່ຽນ​ບົດຮຽນ​ນຳ​ກັນ ຕໍ່​ກັບ​ແນວທາງ​ການ​ພັດທະນາ​ການທ່ອງທ່ຽວ​ແບບ​ເຊື່ອມ​ຕໍ່ ແລະ ການທ່ອງທ່ຽວ​ແບບ​ຍືນ​ຍົງ.

ສຳລັບ​ກອງ​ປະຊຸມ​ທ່ອງ​ທ່ຽວ 5 ນະຄອນ​ປະເທດ​ລຸ່ມ​ແມ່ນ້ຳ​ຂອງ​ໃນ​ຄັ້ງ​ນີ້ ເຈົ້າ​ໜ້າທີ່​ອາວຸໂສ​ໄດ້​ເລືອກ​ເອົາ​ຄຳ​ຂວັນ ຫຼື ຫົວຂໍ້​ລວມ​ທີ່​ວ່າ ຄວາມ​ເປັນ​ໜຶ່ງ​ດຽວ​ໃນ​ການ​ເຊື່ອມ​ໂຍງ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ ເຊິ່ງ​ປະກອບ​ມີ 4 ຫົວຂໍ້​ຄື:

ການ​ເຊື່ອມ​ໂຍງ​ຜະລິດ​ຕະ​ພັນ​ການທ່ອງທ່ຽວ ການ​ເຊື່ອມ​ໂຍງ​ກິດຈະກຳ​ໂຄສະນາ​ການທ່ອງທ່ຽວ ການ​ເຊື່ອມ​ໂຍງ​ການ​ພັດທະນາ​ບຸ​ຄະລາ​ກອນ​ການທ່ອງທ່ຽວ ການ​ເຊື່ອມ​ໂຍງ​ການ​ເປັນ​ເຈົ້າ​ການ​ດ້ານ​ການທ່ອງທ່ຽວ ເຊິ່ງ​ເບິ່ງ​ລວມ​ແລ້ວ​ຄຳ​ຂວັນ ແລະ ຫົວຂໍ້​ກອງ​ປະຊຸມ​ຄັ້ງ​ນີ້ ແມ່ນ​ສອດຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ບັນດາ​ນະຄອນ ທັງ​ສອດຄ່ອງ​ກັບ​ນະໂຍບາຍ​ເຊື່ອມ​ໂຍງ​ອາ​ຊຽນ ແລະ ແຜນ​ປະຕິບັດ​ງານ​ໃນ​ຂອບ​ການທ່ອງທ່ຽວ​ຂອງ​ປະເທດ​ລຸ່ມ​ແມ່ນ້ຳ​ຂອງ​ທີ່​ລັດຖະບານ​ຂອງ​ປະເທດ​ເຮົາ​ໄດ້​ກຳນົດ​ເອົາ.

ຄຽງ​ຄູ່​ກັນ​ນັ້ນ ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ຈັດ​ຂຶ້ນ​ກົງ​ກັບ​ງານ​ບຸນ​ອອກ​ພັນ​ສາ ແລະ ຊ່ວງ​ເຮືອ​ປະຈຳ​ປີ 2019 ຂອງ​ຊາວ​ນະຄອນຫຼວງ​ວຽງ​ຈັນ ເຊິ່ງ​ເປັນ​ງານ​ບຸນ​ປະເພນີ​ທີ່​ສຳຄັນ​ໜຶ່ງ​ຂອງ​ຊາດ ແລະ ຕິດ​ພັນ​ກັບ​ແມ່ນ້ຳ​ຂອງ​ທີ່​ເປັນ​ສັນຍະລັກ​ແຫ່ງ​ການ​ຮ່ວມ​ມື​ຂອງ 5 ນະຄອນ ທັງ​ເປັນ​ການ​ຊຸກຍູ້​ສົ່ງເສີມ​ການ​ພັດທະນາ​ວຽກ​ງານ​ທ່ອງ​ທ່ຽວ​ສີຂຽວ ສະອາດ ແລະ ຍືນ​ຍົງ ສອດຄ່ອງ​ຕາມ​ຍຸດ​ທະ​ສາດ​ການ​ເຕີບ​ໂຕ​ສີຂຽວ​ຂອງ​ລັດຖະບານ ກໍ​ຄື ມາດຖານ​ເງື່ອນໄຂ​ເມືອງ​ທ່ອງ​ທ່ຽວ​ສະອາດ​ຂອງ​ອາ​ຊຽນ.

ກອງ​ປະຊຸມ​ຄັ້ງ​ນີ້ ໄດ້​ລົງ​ນາມ​ຮ່ວມ​ກັນ​ຈັດ​ຕັ້ງ​ປະຕິບັດ​ເນື້ອ​ໃນ​ກອງ​ປະຊຸມ​ທ່ອງ​ທ່ຽວ​ບັນດາ​ປະເທດ​ລຸ່ມ​ແມ່ນ້ຳ​ຂອງ​ຄັ້ງ​ທີ 5 ໃນ​ນັ້ນ ໄດ້​ເຫັນ​ດີ​ຮ່ວມ​ກັນ​ສ້າງ​ຜະລິດ​ຕະ​ພັນ​ການທ່ອງທ່ຽວ​ເຊື່ອມ​ຕໍ່​ສົ່ງເສີມ​ສະໜັບສະໜູນ​ກິດຈະກຳ​ທ່ອງ​ທ່ຽວ​ຮ່ວມ​ກັນ ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ທີ່​ຮັບ​ໃຊ້​ເປັນ​ພື້ນຖານ​ຂອງ​ການທ່ອງທ່ຽວ ແລກປ່ຽນ​ບົດຮຽນ​ໃນ​ການ​ສ້າງ​ມາດຕະຖານ​ການ​ບໍລິການ​ໃຫ້​ເປັນ​ອັນ​ລວມ ສ້າງ​ມາດຕະຖານ​ປົກ​ປັກ​ຮັກສາ​ມໍລະດົກ​ທາງ​ດ້ານ​ວັດທະນະທຳ ແລະ ທຳ​ມະ​ຊາດ ແລະ ວິທີ​ການ​ຈັດ​ມາດຕະຖານ​ລະດັບ​ຊາດ ມາດຕະຖານ​ທ່ອງ​ທ່ຽວ​ອາ​ຊຽນ ແລະ ຊຸມ​ຊົນ.

ທັງ​ຮ່ວມ​ກັນ​ພັດທະນາ ແລະ ສ້າງ​ເສັ້ນທາງ​ທ່ອງ​ທ່ຽວ​ໃໝ່​ຢ່າງ​ໜ້ອຍ 2 ຕົວ​ເມືອງ​ພາຍ​ໃນ 5 ນະຄອນ ສະມາຊິກ​ຕ້ອງ​ລວມ​ສູນ ເພີ່ມ​ທະວີ​ການ​ຮ່ວມ​ມື​ຟື້ນ​ຟູ​ມໍລະດົກ​ວັດທະນະທຳ ແລະ ການ​ແລກປ່ຽນ​ບັນດາ​ໂຄງການ​ເຝິກອົບຮົມ ແລະ ແບບແຜນ ຮູບ​ແບບ ການ​ຟື້ນ​ຟູ​ມໍລະດົກ ວັດທະນະທຳ ຕົກລົງ​ແຜນການ​ປະຕິບັດ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ລະຫວ່າງ​ບັນດາ​ນະຄອນ​ລຸ່ມ​ແມ່ນ້ຳ​ຂອງ​ດ້ານ​ການທ່ອງທ່ຽວ 2018-2020 ສຳລັບ​ເຈົ້າພາບ​ກອງ​ປະຊຸມ​ທ່ອງ​ທ່ຽວ 5 ປະເທດ​ລຸ່ມ​ນ້ຳຂອງ​ຄັ້ງ​ທີ 6 ໃນ​ປີ 2020 ໂດຍ​ໄດ້​ຮັບ​ການ​ເປັນ​ເຈົ້າພາບ​ຂອງ​ນະຄອນ​ໂຮ່​ຈິ​ມິງ ​ສສ ຫວຽດນາມ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.