Thursday, May 15, 2025
Kbank Laos โอน รับ จ่าย

ທະຫານແຂວງໄຊສົມບູນຈັດພິທີ ມອບ – ຮັບ ທະຫານໃໝ່ ສົກປີ 2019

ທະຫານແຂວງໄຊສົມບູນ ໄດ້ຈັດ ພິທີມອບ-ຮັບທະຫານໃໝ່ ສົກປີ 2019 ຂຶ້ນ, ຢູ່ທີ່ສໍານັກງານກອງ ພັນ 596 ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນເອກ ພິມພາ ທິຖາວອນ ຄະນະປະຈຳພັກແຂວງ, ຫົວໜ້າ ກອງບັນຊາການປ້ອງກັນຄວາມ ສະຫງົບແຂວງ, ມີສະຫາຍ ຄຳພູທອນ ວົງພະຈັນ ເຈົ້າເມືອງໆອະນຸວົງ, ສະຫາຍພັນເອກ ຈັນທີ ວັນລາວົງ ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ນາຍບ້ານໆພູຫົວຊ້າງ, ກອງພັນ 596, ອໍານວຍການໂຮງຮຽນການທະຫານທ້ອງຖິ່ນ ພ້ອມດ້ວຍອ້າຍນ້ອງທະຫານໃໝ່ 300 ສະຫາຍ ເຂົ້າຮ່ວມ.

ໃນພິທີ ທ່ານ ຄຳພູທອນ ວົງພະຈັນ ເຈົ້າເມືອງໆອະນຸວົງ ໄດ້ຕາງໜ້າບັນດາເມືອງ ຂຶ້ນກ່າວມອບທະຫານໃໝ່ພັນທະ ປ້ອງກັນຊາດໃຫ້ກອງບັນຊາການທະຫານແຂວງ ເພື່ອທົດແທນຊັບຊ້ອນຜັດປ່ຽນກຳລັງຜູ້ ທີ່ຈົບພັນ ທະໃນທົ່ວກອງບັນຊາການແຂວງ ເພື່ອໃຫ້ມີກຳລັງພຽງພໍໃນການເຄື່ອນໄຫວເຮັດໜ້າທີ່ຂອງຕົນ ແນໃສ່ເຮັດໃຫ້ ແຂວງໄຊສົມບູນມີຄວາມສະຫງົບ ແລະ ປອດໄພໂດຍພື້ນຖານ.

ໂອກາດນີ້ ສະຫາຍພັນເອກ ພິມພາ ທິຖາວອນ ໄດ້ມີຄຳເຫັນໂອ້ລົມພິທີ ເຊິ່ງສະຫາຍໄດ້ເນັ້ນໜັກຕໍ່ອ້າຍນ້ອງທະຫານໃໝ່ຈົ່ງພ້ອມກັນປະຕິບັດສິດ ແລະ ໜ້າທີ່ຂອງຕົນ ທີ່ຂັ້ນເທິງມອບໝາຍໃຫ້ຢ່າງເຂັ້ມງວດ ແລະ ຖືກຕ້ອງຕາມລະບຽບກົດໝາຍພັນທະປ້ອງກັນຊາດ ໃຫ້ມີຜົນສຳເລັດເປັນກ້າວໆ.

ໂອກາດດຽວກັນນີ້, ກອງບັນຊາການທະຫານ ແຂວງໄຊສົມບູນ ຍັງໄດ້ເປີດອົບຮົມ-ຫັດແອບການເມືອງ, ການທະຫານ, ພະລາທິ ການ-ເຕັກນິກໃຫ້ທະຫານໃໝ່ ປະຈຳປີ 2019 ເພື່ອຍົກລະດັບຄວາມຮູ້ຄວາມສາມາດໃຫ້ອ້າຍນ້ອງທະຫານໃໝ່ໄດ້ຮັບຮູ້ກ່ຽວ ກັບພື້ນຖານທາງດ້ານສິລະປະ ຍຸດ-ຍຸດທະວິທີທະຫານຮາບ ແລະ ວິຊາສະເພາະພະລາທິການ-ເຕັກນິກ ເພື່ອເປັນການຍົກລະດັບສະຕິຕື່ນຕົວຕໍ່ການປະຕິບັດຂໍ້ກຳນົດ, ກົດລະບຽບຂອງທະຫານ.

ການເຝິກອົບຮົບໃນຄັ້ງນີ້ຈະໄດ້ ດໍາເນີນເປັນເວລາ 92 ວັນຈຶ່ງຈະສໍາເລັດ.

ແຫຼ່ງຂໍ້ມູນ: ໂດຍ: ມະລິ ສຸພັນທອນ Lao people’s Army News

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້